ເກີດແຜ່ນດິນໄຫວ 1 ຄັ້ງໃນບໍລິເວນແຂວງບໍ່ແກ້ວ

0
1180

ອີງຕາມການລາຍງານ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດແຜ່ນ ດິນໄຫວ ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ຄັ້ງວັນທີ 29 ມີນາ 2022 ໃນເວລາ 12:36 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນ ປະເທດລາວ ຈໍານວນ 01 ຄັ້ງ ໃນບໍລິເວນ ບ້ານສີດົງຄູນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

ມີຈຸດສູນກາງຢູ່ເສັ້ນຂະໜານທີ 20.313 ອົງສາເໜືອ ແລະ ເສັ້ນແວງທີ 100.194 ອົງສາຕາເວັນອອກ ດ້ວຍຄວາມແຮງສັ່ນສະເທືອນ ວັດແທກໄດ້ 1.9 ຣີກເຕີ ມີຄວາມເລິກຈາກເທິງໜ້າດິນປະມານ 1 ກິໂລ ແມັດ ເຊິ່ງຈຸດສູນກາງເກີດແຜ່ນດິນໄຫວແມ່ນຫ່າງຈາກເທສະບານ ເມືອງຕົ້ນເຜິ້ງ ປະມານ 10 ກິໂລແມັດ.

ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.