Homeຂ່າວພາຍ​ໃນພົບຄົນເສຍຊີວິດ 2 ສົບ ເພດຊາຍບໍ່ຊາບຊື່

ພົບຄົນເສຍຊີວິດ 2 ສົບ ເພດຊາຍບໍ່ຊາບຊື່

Published on

ຕາມການລາຍງານຂອງເຈົ້າໜ້າທີ່ ປກສ ນະຄອນຫຼວງໃຫ້ຮູ້ວ່າ:ໃນເວລາ 13 ໂມງ ຂອງວັນທີ 26 ມີນາ 2022 ເຈົ້າໜ້າທີ່ ພະແນກຕຳຫຼວດສືບສວນ-ສອບສວນ ປກສ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຜ່ານໂທລະສັບຈາກ ປກສ ເມືອງສີໂຄດຕະບອງ ວ່າມີຄົນເສຍຊີວິດຢູ່ບ້ານໃຫມ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງກວດກາຊັນນະສູດ.

ຜ່ານການເກັບກຳຂໍ້ມູນຫຼັກຖານ ພົບວ່າ: ວັນທີ 26 ມີນາ 2022 ເວລາ 8:30 ໂມງ ປະຊາຊົນຢູ່ບ້ານຈັນສະຫວ່າງ ເຊິ່ງເປັນແມ່ລູກ ໄດ້ຂັບຂີ່ລົດຈັກໄປຫາໜໍ່ໄມ້ຢູ່ເຂດບ້ານໃໝ່ ແລ້ວພົບເຫັນຄົນເສຍຊີວິດຖືກຝັງດິນ ໂດຍເຫັນແຕ່ຂາສອງຂາຊີ້ອອກມາຈາກຂຸມ ສ່ວນຕົວແມ່ນຖືກຝັງ. ເມື່ອເຫັນແນວນັ້ນຈຶ່ງຕົກໃຈແລ້ວກັບຄືນມາເຮືອນ ແລ້ວແຈ້ງຕໍ່ຄອບຄົວ ແລະ ແຈ້ງຕໍ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອເຂົ້າກວດກາຈຸດທີ່ພົບຊາກສົບ.

ຜົນຂອງການຊັນນະສູດ ພົບວ່າ ຜູ້ເສຍຊີວິດແມ່ນເພດຊາຍ ຈຳນວນ 2 ຄົນບໍ່ຊາບຊື່. ສົບຜູ້ທີ່ 1 ພົບຮ່ອງຮອຍບາດແຜທີ່ເກີດຈາກຂອງມີຄົມ ຈຳນວນ 8 ບາດແຜຄື ທາງຫຼັງ 7 ບາດແຜ ທາງຂ້າງ 1 ບາດແຜ. ສົບທີ 2 ພົບບາດແຜທີ່ເກີດຈາກຂອງມີຄົມ 4 ບາດແຜ ທາງຫຼັງ 3 ທາງຂ້າງ 1 ບາດແຜ.

ສາເຫດຂອງການເສຍຊີວິດທັງສອງ ແມ່ນຂາດອາກາດຫາຍໃຈ ຍ້ອນຖືກສະກັອດຄຽນດັງ ແລະ ປາກ. ປັດຈຸບັນສົບຂອງທັງສອງແມ່ນເກັບໄວ້ທີ່ໂຮງຫມໍມະໂຫສົດ, ເຊິ່ງເຫດການດັ່ງກ່າວ ເຈົ້າໜ້າທີ່ກຳລັງເລັ່ງສືບສວນ-ສອບສວນ ຫາຜູ້ກໍ່ເຫດມາລົງໂທດຢູ່.

ແຫຼ່ງຂໍ້ມູນ:ໜັງສືພິມຄວາມສະຫງົບ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...