Homeຂ່າວພາຍ​ໃນແຈ້ງການກ່ຽວກັບບຸນປີໃໝ່ລາວກຳນັດເອົາ 13/4 ເປັນວັນຊົດເຊີຍ

ແຈ້ງການກ່ຽວກັບບຸນປີໃໝ່ລາວກຳນັດເອົາ 13/4 ເປັນວັນຊົດເຊີຍ

Published on

ແຈ້ງການຂອງຫ້ອງວ່່າການສຳນັກງານນາຍົກລັດຖະມົນຕີກ່ຽວກັບການສະຫຼອງບຸນປີໃໝ່ລາວ ພສ 2565 (2022)ມີດັ່ງນີ້:

1. ເຫັນດີ ກໍານົດເອົາວັນພຸດ ທີ 13 ເມສາ 2022 ເປັນວັນພັກຊົດເຊີຍປີໃໝ່ລາວ ປີ 2022 ທົດແທນວັນເສົາ ທີ 16 ເມສາ 2022 (ເປັນວັນພັກລັດຖະການ. ການສະຫຼອງປີໃໝ່ ຕ້ອງບົນຈິດ ໃຈປະຢັດມັດທະຢັດ ທີ່ສຸດ ແລະ ບໍ່ໃຫ້ສໍານັກງານອົງການ ຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດງານລ້ຽງສະຫຼອງປີໃໝ່ ແລະ ອວຍພອນກັນ ຢ່າງເດັດຂາດ ເພື່ອເປັນແບບຢ່າງໃຫ້ແກ່ສັງຄົມ.

 

2. ມອບໃຫ້ຄະນະສະເພາະກິດ ໂຄວິດ-19 ຂັ້ນສູນກາງ, ຄະນະສະເພາະໃນຂັ້ນ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດ ເປັນຜູ້ຕົກລົງ ແລະ ອອກແຈ້ງການແນະນໍາລະອຽດ ເພື່ອໃຫ້ທຸກພາກສ່ວນກ່ຽວຂ້ອງຮັບຊາບ ແລະ ຈັດຕັ້ງປະຕິບັດ ກ່ຽວກັບມາດຕະການຕ່າງໆ ໃນການປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19ໃນໄລຍະການສະຫຼອງບຸນປີໃໝ່ລາວ ໂດຍໃຫ້ອີງໃສ່ສະພາບການລະບາດຕົວຈິງ ຂອງແຕ່ລະບ່ອນ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...