spot_img
Homeຂ່າວພາຍ​ໃນຈັບແມ່ຕູ້ອາຍຸ 80 ປີ ຄ້າຂາຍຢາເສບຕິດພ້ອມຂອງກາງ

ຈັບແມ່ຕູ້ອາຍຸ 80 ປີ ຄ້າຂາຍຢາເສບຕິດພ້ອມຂອງກາງ

Published on

ໃນວັນທີ 17 ມີນາ 2022 ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງອະນຸວົງ ໃຫ້ຮູ້ວ່າ: ໃນວັນທີ 1 ມີນາ 2022 ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ ມີການເຄື່ອນໄຫວຄ້າຢາເສບຕິດ ຢູ່ເຂດບ້ານທົ່ງຮັກ ເມືອງອະນຸວົງ ແຂວງໄຊສົມບູນ  ຫຼັງຈາກນັ້ນ, ກອງບັນຊາການ ປກສ ເມືອງອະນຸວົງ ຈິ່ງໄດ້ງແຕ່ງຕັ້ງໃຫ້ເຈົ້າໜ້າທີ່ວິຊາສະເພາະລົງກວດກາ ແລະ ພິສູດແຫຼ່ງຂ່າວ ເຫັນວ່າມີມູນຄວາມຈິງແທ້ ຈົນມາຮອດວັນທີ 3 ມີນາ 2022 ເຈົ້າໜ້າທີ່ຈິ່ງຈັບຕົວເປົ້າໝາຍໄດ້ 2 ຄົນ ຄື: ນາງໄມທໍ່ຢ່າງ ອາຍຸ 80 ປີ ແລະ ທ້າວ ບົວເຮີຊົງ ອາຍຸ 56 ປີ, ໄດ້ກວດສອບ ນາງ ໄມທໍ່ຢ່າງ ພົບເຫັນຢາບ້າ 155 ເມັດ ແລະ ອີກ 260 ເມັດ ຜູ້ກ່ຽວໄດ້ເຊື່ອງມ້ຽນເລົ້າເຂົ້າ.

ຜ່ານການສືບສວນຂອງເຈົ້າໜ້າທີ່ ນາງໄມທໍ່ຢ່າງ ໄດ້ຮັບສາລະພາບວ່າ ຕົນໄດ້ເລີ່ມເສບຢາຝິນມາແຕ່ປີ 2001 ເປັນຕົ້ນມາ, ຕົກມາຮອດປີ 2019 ຈິ່ງໄດ້ເລີ່ມເສບຢາບ້າເປັນຈຳນວນ 6-8 ເມັດຕໍ່ມື້ ຢາທີ່ນຳມາເສບແຕ່ລະຄັ້ງແມ່ນນຳມາຈາກນາງອີໂລຄ້າງ ຄັ້ງລະ 5-10ເມັດ ໂດຍທີ່ບໍ່ໄດ້ຊື້ເພາະເປັນເອື້ຍນ້ອງກັນ. ຫຼັງຈາກນາງອີໂລຄ້າງ ຖືກເຈົ້າໜ້າທີ່ຈັບຕົວ ຕົນຈິ່ງໄດ້ຕິດຕໍ່ພົວພັນຊື້ຢາບ້ານຳທ້າວເມກີ້ ຢູ່ບ້ານນໍ້າຍອນ, ເມືອງອະນຸວົງ, ແຂວງໄຊສົມບູນ ໃນຈຳນວນຫຼາຍຄັ້ງ ຕົນໄດ້ຊື້ຄັ້ງລະ 1 ຖົງ ໃນລາຄາ 400,000 ກີບ.

ຈົນຕົກມາຮອດເດືອນກຸມພາ 2022, ທ້າວເມເກີ້ ໄດ້ເອົາຢາບ້າມາໃຫ້ຕົນເສບຈຳນວນ 20 ເມັດ ແລະ ອີກ 2 ຖົງໃຫ້ຕົນເປັນຄົນຂາຍ ໃນລາຄາເມັດລະ 10.000 ກີບ ຕົກມາຮອດວັນທີ 3 ມີນາ 2022 ຕົນຈິ່ງຖືກເຈົ້າໜ້າທີ່ກັກໂຕໄດ້.

ປັດຈຸບັນເຈົ້າໜ້າທີ່ກຳລັງສະຫຼຸບຜົນສຳນວນຄະດີ ແລະ ສືບຕໍ່ຂະຫຍາຍຜົນຫາກຸ່ມແກ້ງທີ່ຮ່ວມຂະບວນການມາຮັບໂທດຕາມລະບຽບກົດໝາຍ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...