Homeຂ່າວພາຍ​ໃນບຣາຊິນຈັບຕາເບິ່ງການລ້ຽງງົວໃນລາວ

ບຣາຊິນຈັບຕາເບິ່ງການລ້ຽງງົວໃນລາວ

Published on

ລັດຖະບານຂອງປະເທດບຣາຊິນໄດ້ສະແດງຄວາມສົນໃຈໃນການຮ່ວມມືໃນການສຶກສາຄວາມເປັນໄປໄດ້ໃນການລ້ຽງງົວໃນລາວ ເຊິ່ງຈະຜະລິດຊີ້ນງົວເພື່ອສົ່ງອອກໄປຈີນ.

ເພື່ອ​ຂັບເຄື່ອນ​ໂຄງການ​ດັ່ງກ່າວໄປຂ້າງໜ້າ, ​ໄດ້ມີການລົງນານ​ເຊັນ​ສັນຍາ​ຮ່ວມ​ມື​ດ້ານ​ເຕັກນິກໃນ​ດ້ານ​ກະສິກຳ, ລ້ຽງສັດ, ສາທາລະນະ​ສຸກ, ການ​ສຶກສາ, ການຫຼຸດຜ່ອນ​ຄວາມທຸກ​ຍາກ, ຄວາມໝັ້ນຄົງດ້ານ​ອາຫານ​, ການເປັນມືອາຊີບ ​ແລະ ດ້ານ​ອື່ນໆ.
​ໃນ​ສັນຍາ​ດັ່ງກ່າວ​ແມ່ນ​ໄດ້​ລົງ​ນາມ​ໂດຍ​ ທ່ານ​ແສງ​ ສຸ​ຂະ​ທິ​ວົງ ເອກ​ອັກຄະ​ລັດຖະທູດ​ລາວ​ປະຈຳ​ໄທ ຕາງໜ້າ​ໃຫ້​ລັດຖະບານ​ລາວ ​ແລະ ທ່ານ ໂຈເຊ ໂບເຈດ ໂດດ ຊານໂຕດ ຈູເນຍ (José Borges dos Santos Júnior) ​ເອກ​ອັກຄະ​ລັດຖະທູດ​ບຣາຊິນ​ປະຈຳ​ໄທ ຕາງໜ້າ​ລັດຖະບານ​ບຣາຊິນ.

ທັງສອງ​ຝ່າຍ​ເຊື່ອ​ໝັ້ນ​ວ່າ​ສັນຍາດັ່ງກ່າວ​ຈະ​ຊ່ວຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂະ​ແໜງ​ການ​ອື່ນໆ, ໂດຍສະເພາະແມ່ນ​ພາກສ່ວນທີ່ກ່ຽວຂ້ອງກັບການ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ຊຸມ​ປີ​ຕໍ່ໜ້າ.

ລາວ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ເຕັມຮູບແບບ​ກັບ​ບຣາຊິນ​ໃນ​ປີ 1995, ນັບຕັ້ງ​ແຕ່​ເມື່ອ​ສອງ​ປະ​ເທດ​ໄດ້​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຫຼາຍ​ບັນຫາ, ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ເຊິ່ງກັນແລະກັນ ໂດຍທີ່ຜ່ານມາລັດຖະບານຂອງປະເທດບຣາຊິນໄດ້ເຄີຍມອບທຶນຝຶກອົບຮົມແກ່ນັກການທູດໜຸ່ມນ້ອຍ, ນັກກິລາບານເຕະ ແລະ ພາກສ່ວນອື່ືນໆອີກຫຼາຍໃນປະເທດລາວ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...