spot_img
Homeຂ່າວພາຍ​ໃນມຽນມາຈະເປີດຖ້ຽວບິນການຄ້າຂົນສົ່ງໂດຍສານສາກົນຄືນໃໝ່

ມຽນມາຈະເປີດຖ້ຽວບິນການຄ້າຂົນສົ່ງໂດຍສານສາກົນຄືນໃໝ່

Published on

ອີງຕາມການລາຍງານໃນວັນທີ 18 ມີນາຜ່ານມາຈາກວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ຫຼື CRI ລາຍງານວ່າ: ຄະນະກຳມະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ສູນກາງມຽນມາໄດ້ອອກປະກາດແຈ້ງການກ່ຽວກັບການເປີດຖ້ຽວບິນຄືນໃໝ່ ເນື່ອງຈາກວ່າຈຳນວນປະຊາຊົນທີ່ເປັນພະຍາດໂຄວິດ-19 ແລະ ຍອດຜູ້ເສຍຊີວິດໄດ້ຫຼຸດລົງ, ເພື່ອໃຫ້ຄວາມສະດວກດ້ານການເດີນທາງ ແລະ ການຂົນສົ່ງຜູ້ໂດຍສານ ມຽນມາຈະເປີດຖ້ຽວບິນການຄ້າຂົນສົ່ງໂດຍສານສາກົນຄືນໃໝ່ໃນວັນທີ 17 ເມສາໜ້ານີ້.

ມຽນມາໄດ້ປະກາດຢຸດຖ້ຽວບິນການຄ້າຂົນສົ່ງໂດຍສານສາກົນຕັ້ງແຕ່ວັນທີ 30 ມີນາ 2020 ຜ່ານມາເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບທີ 4 ທີ່ເກີດຂຶ້ນຢູ່ມຽນມາໄດ້ຜ່ອນຄາຍລົງ, ອີງຕາມຜົນການສະຖິຕິຂອງກະຊວງສາທາລະນະສຸກມຽນມາ, ສຳລັບຜົນການກວດໃນວັນທີ 18 ມີນາເພື່ອຫາເຊື້ອໄວຣັສໂຄວິດ-19 ຂອງ 17.763 ຕົວຢ່າງນີ້ມີຍອດເພີ່ມຂຶ້ນ 540 ກໍລະນີ, ອັດຕາຖືກບົ່ງມະຕິເປັນ 3,04%.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...