Homeຄວາມງາມວິທີ​ກຳຈັດ​ສິວ​ຫົວ​ດຳ​ທີ່​ດັງ​ດ້ວຍວິທີງ່າຍໆ

ວິທີ​ກຳຈັດ​ສິວ​ຫົວ​ດຳ​ທີ່​ດັງ​ດ້ວຍວິທີງ່າຍໆ

Published on

index

              ສິວ​ຫົວ​ດຳ ເປັນ​ອີກ​ໜຶ່ງ​ບັນຫາ​ເທິງ​ໃບ​ໜ້າ​ຂອງ​ສາວໆ ທີ່​ມັກ​ຈະ​ຂຶ້ນ​ມາ​ໃຫ້​ປວດ​ຫົວ​ ແລະ ​ເປັນ​ກັງ​ວົນ​ໃຈ​ກັນ​ຢູ່​ເລື້ອຍໆ ແຖມ​ຍັງ​ເຮັດໃຫ້​ຜິວ​ບໍ່​ລຽບ​ນຽນ ເຮັດ​ເອົາ​ສາວໆ ຫລາຍ​ຄົນ​ເສຍ​ຄວາມຫມັ້ນ​ໃຈ​ກັນ​ແບບ​ສຸດໆ ຊຶ່ງ​ໂດຍ​ສ່ວນ​ໃຫຍ່​ແລ້ວ ​ສິວ​ຫົວ​ດຳ​ຕົວ​ບັນຫາ​ນີ້​ມັກ​ຈະ​ຂຶ້ນ​ຢູ່​ຕາມ​ບໍລິເວນ​ດັງ ແກ້ມ ແລະ ​ຄາງ ຊຶ່ງ​ເກີດ​ຈາກ​ລູ​ຂຸມ​ຂົນ​ເກີດ​ການ​ອຸດ​ຕັນ​ເພາະ​ໄຂ​ມັນ​ລວມ​ຕົວ​ກັບ​ເຊວຜິວ​ໜັງ​ທີ່​ຕາຍ​ແລ້ວ ໂດຍ​ຮູຂຸມ​ຂົນ​ນັ້ນ​ຈະ​ເຊື່ອມ​ຕໍ່​ກັບ​ຕ່ອມ​ໄຂ​ມັນ ຊຶ່ງ​ຕ່ອມ​ໄຂ​ມັນກ້ອງຜິວ​ໜັງ​ນີ້​ຈະ​ເຮັດ​ຫນ້າທີ່​ໃນ​ການສ້າງ​ໄຂ​ມັນ​ແລ້ວ​ຂັບ​ອອກ​ມາ​ເພື່ອ​ໃຫ້ ຜິວ​ໜັງ​ຊຸ່ມ​ຊື່ນ ບໍ່​ແຫ້ງ ຊຶ່ງ​ຫາກ​ຜະລິດ​ອອກ​ມາ​ຫລາຍ​ເກີນ​ຄວາມ​ຈຳ​ເປັນ ​ແລະ ​ລວມ​ຕົວ​ກັບ​ເຊວ​ຜິວ​ທີ່​ຕາຍ​ແລ້ວ​ກໍ​ຈະ​ກໍ່ໃຫ້​ເກີດ​ການ​ລວມ​ກັນ​ເປັນ​ເມັດ​ແລະ​ອຸດ​ຕັນ​ບໍລິເວນ​ຮູຂຸມ​ຂົນ​ຈົນ​ເຮັດໃຫ້​ເກີດ​ສິວ​ອັກ​ເສບ​ທີ່ເປັນ​ຫົວ​ສີ​ຂາວໆໄດ້ ແຕ່​ຖ້າ​ເມັດ​ທີ່​ອຸດ​ຕັນ​ນີ້​ໂຜ່​ຂຶ້ນ​ໄປ​ເຖິງ​ຜິວ​ໜັງ​ດ້ານ​ເທິງ​ຈະ​ເຮັດໃຫ້​ເກີດ​ເປັນ​ສິວ​ຫົວ​ດ ຂຶ້ນ​ໄດ້​ນັ້ນ​ເອງ ຊຶ່ງ​ໂດຍ​ສ່ວນ​ໃຫຍ່​ແລ້ວ​ກໍ​ສາມາດ​ກຳຈັດ​ອອກ​ໄປ​ໄດ້​ຫລາຍ​ວິທີ ແຕ່​ມື້​ນີ້​ເຮົາມີ​ວິທີ​ກຳຈັດ​ສິວ​ຫົວ​ດຳ​ທີ່​ດັງ​ແບບ​ງ່າຍໆ ມາ​ຝາກ​ສາວໆ
ເຄັດ​ລັບ​ໃນ​ການ​ກຳຈັດ​ສິວ​ຫົວ​ດຳ​ທີ່​ດັງສາວໆ ສາມາດ​ເຮັດ​ໄດ້​ງ່າຍໆ ໂດຍ​ການ​ໃຊ້ ປິ​ໂຕ​ລຽມ​ເຈນ ຫລື​ທີ່​ໃຜ​ຫລາຍ​ຄົນ​ເອີ້ນ​ກັນ​ຕິດ​ປາ​ກວ່າ ວາດສະ​ລີນ ມາ​ທາ​ລົງ​ເທິງ​ດັງ​ໃຫ້​ໜາໆ ຈາກ​ນັ້ນ​ເອົາ​ນິ້ວ​ມື​ທາ​ວົນ​ອ້ອມຮອບ ບໍລິເວນ​ສິວ​ຫົວ​ດຳ ເພື່ອ​ອຸ່ນ​ເນື້ອ​ຄີມ​ໃຫ້​ຮ້ອນ​ແລ້ວ​ໃຊ້​ຖົງ​ພາດ​ຕິກ​ໃສ​ແປະ​ທັບ ແລ້ວ​ເອົາ​ຜ້າ​ສະ​ອາດ​ຊຸບ​ນ້ຳ​ອຸ່ນ​ມາ​ປິດ​ທັບ​ໄວ້​ໃຫ້​ບໍລິເວນ​ນັ້ນ​ມີ​ຄວາມ​ຮ້ອນ​ເພີ່ມ​ຂຶ້ນ ເພື່ອ​ຂະຫຍາຍ​ລູ​ຂຸມ​ຂົນ ຈາກ​ນັ້ນ​ປະ​ໄວ້​ຈັກ​ໄລຍະໜື່ງ ແລ້ວ

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...