spot_img
Homeຂ່າວພາຍ​ໃນກອງບັນຊາການ ປກສ ແຂວງສະຫວັນນະເຂດ ປະຕິບັດວິໄນ ຕໍາຫຼວດທີ່ລະເມີດລະບຽບວິໄນ.

ກອງບັນຊາການ ປກສ ແຂວງສະຫວັນນະເຂດ ປະຕິບັດວິໄນ ຕໍາຫຼວດທີ່ລະເມີດລະບຽບວິໄນ.

Published on

ອີງຕາມການລາຍຂ່າວ ຄວາມສະຫງົບ ໄດ້ລາຍງານວ່າ: ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ປະກາດ ປະຕິບັດວິໄນ ຕໍາຫຼວດ ຜູ້ທີ່ເຄື່ອນໄຫວລະເມີດລະບຽບວິໄນ,ມີການກະທຳຜິດຕໍ່ລະບຽບ-ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບ, ໃຊ້ຖານະຕຳແໜ່ງ, ເພື່ອຫາຜົນປະໂຫຍດສ່ວນຕົວ ແລະປະມວນກົດໝາຍອາຍາແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ພິທີໄດ້ຈັດຂຶ້ນໃນວັນທີ 14 ມີນາ 2022 ນີ້ ທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງສະຫວັນນະເຂດ ໂດຍເປັນປະທານຂອງທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າ ກອງບັນຊາການ ປກສ ແຂວງ ພ້ອມຄະນະ, ມີຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ຄະນະກອງບັນຊາການ ປກສ 14ຕົວເມືອງ, 01ນະຄອນເຂົ້າຮ່ວມ.

ໂດຍປະຕິບັດຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 421 ຫາ430, ລົງວັນທີ 03 ມີນາ 2022 ວ່າດ້ວຍການປະຕິບັດວິໄນນາຍຕໍາຫຼວດ ໃນນີ້ ປະຕິບັດວິໄນນາຍຕໍາຫຼວດ ອອກຈາກກຳລັງ ປ້ອງກັນຄວາມສະຫງົບ ຂັ້ນນໍາພາບັນຊາ ຂັ້ນຫົວໜ້າ ແລະຮອງຫົວໜ້າ ກອງບັນຊາການ ປກສ ເມືອງ ເຊິ່ງໃນນີ້ ຊັ້ນພັທ ຈໍານວນ 05ສະຫາຍ, ປົດຊັ້ນ, ປົດຕໍາແໜ່ງ ຊັ້ນ ພັຕ ລົງເປັນ ຮອ ຈໍານວນ 01ສະຫາຍ, ປະຕິບັດວິໄນ ປົດຊັ້ນ, ປົດຕໍາແໜ່ງ ແລະ ຍ້າຍບ່ອນປະຈຳການຊັ້ນ ຮອ ລົງເປັນ ຮທ ຈໍານວນ 05 ສະຫາຍ, ນອກຈາກນີ້ຍັງໄດ້ ໂຈະ, ປົດຊັ້ນ, ຕໍາແໜ່ງຂັ້ນຕ່າງໆ ແລະ ຍ້າຍບ່ອນປະຈໍາການ ຊັ້ນ ຮທ ຈໍານວນ 05 ສະຫາຍ ແລະ ຮຕ ຈໍານວນ 03 ສະຫາຍ, ຊັ້ນວາທີ ລົງເປັນ ສິບເອກ, ໂຈະການຍ້ອງຍໍ ຈໍານວນ 02 ສະຫາຍ.

ບົດຄວາມຫຼ້າສຸດ

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...