spot_img
Homeຂ່າວພາຍ​ໃນກອງປະຊຸມຫາລືສ້າງຄວາມເຂົ້າໃຈບັນຫາການດໍາເນີນ ທຸລະກິດລັດວິສາຫະກິດໄຟຟ້າລາວ

ກອງປະຊຸມຫາລືສ້າງຄວາມເຂົ້າໃຈບັນຫາການດໍາເນີນ ທຸລະກິດລັດວິສາຫະກິດໄຟຟ້າລາວ

Published on

ອີງຕາມການລາຍງານຂອງເພຈຂ່າວມີເດຍລາວ ລາຍງານ: ໃນ ວັນທີ 11 ມີນາ 2022 ຜ່ານມາທີ່ຫ້ອງປະຊຸມໃຫຍ່ແຂວງຫຼວງພະບາງ ລັດວິສາຫະກິດໄຟຟ້າລາວ ໄດ້ຈັດກອງປະຊຸມ ເພື່ອການສ້າງຄວາມເຂົ້າໃຈ ຕໍ່ສະພາບບັນຫາການດໍາເນີນທຸລະກິດ ຂອງລັດວິສາຫະກິດໄຟຟ້າລາວ, ປະກອບຄໍາຄິດຄໍາເຫັນ ກ່ຽວກັບຫຼັກການ ແລະ ວິທີທາງແກ້ໄຂບັນຫາຂອງ ລັດວິສາຫະກິດໄຟຟ້າລາວ ທີ່ຕິດພັນເຖິງລາຄາຈໍາໜ່າຍໄຟຟ້າ ພາຍໃນປະເທດ, ໂດຍການເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ທ່ານ ວົງສະຫວັນ ເທບພະຈັນ, ປະທານສະພາປະຊາຊົນ ແຂວງຫຼວງພະບາງ, ມີຫົວໜ້າ-ຮອງຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງຫຼວງພະບາງ,ມີຮອງເຈົ້າແຂວງ,ເຈົ້າເມືອງ,ແຂກຖຶກເຊີນຈາກພະແນກການອ້ອມຂ້າງແຂວງພ້ອມດ້ວຍພະນັກງານລັດວິສາຫະກິດໄຟຟ້າລາວເຂົ້າຮ່ວມ.

ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ຟຟລ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນການສ້າງຄວາມເຂົ້າໃຈ ຕໍ່ສະພາບບັນຫາການດໍາເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ, ພ້ອມທັງຊ່ວຍກັນປະກອບຄໍາຄິດຄໍາເຫັນ ກ່ຽວກັບຫຼັກການ ແລະ ວິທີທາງແກ້ໄຂບັນຫາ ຂອງ ລັດວິສາຫະກິດໄຟຟ້າລາວ ເຊິ່ງຕິດພັນເຖິງລາຄາຈໍາໜ່າຍໄຟຟ້າ ພາຍໃນປະເທດ,ເຊິ່ງ ໄຟຟ້າລາວ ເປັນວິສາຫະກິດ ທີ່ມີປະຫວັດອັນຍາວນານ ຢູ່ຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວຂອງປະເທດຊາດ ນັບແຕ່ສະໄໝກ່ອນປົດປ່ອຍ ຈົນເຖິງປະຈຸບັນ ແລະ ເວົ້າໄດ້ວ່າເປັນວິສາຫະກິດ ທີ່ມີມູນຄ່າຊັບສິນສູງທີ່ສຸດໃນປະເທດ, ເຊິ່ງມີໜ້າທີ່ຍຸດທະສາດທີ່ພັກ-ລັດ ມອບໝາຍໃຫ້ ຄື: ຮັບຜິດຊອບໜ້າທີ່ການເມືອງ ກໍ່ຄືການປະຕິບັດໜ້າທີ່ສະໜັບສະໜູນ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ໃຫ້ເປັນຮູບປະທຳ, ໂດຍສະເພາະແມ່ນຮັບປະກັນ ການສະໜອງໄຟໃຫ້ປະຊາຊົນລາວບັນດາເຜົ່າ ສາມາດມີໄຟຟ້າໃຊ້ຢ່າງພຽງພໍ ແລະ ທົ່ວເຖິງ ຕາມທິດທາງນະໂຍບາຍ ທີ່ລັດຖະບານກໍານົດໄວ້

ເຊິ່ງມາຮອດປະຈຸບັນ ປະຊາຊົນລາວສາມາດມີໄຟຟ້າໃຊ້ແລ້ວ ເຖິງ 95% ຂອງຈໍານວນຄົວເຮືອນທັງໝົດ ທົ່ວປະເທດ; ດຳເນີນທຸລະກິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍແນໃສ່ສ້າງອຸດສາຫະກໍາໄຟຟ້າໃຫ້ເປັນຂະແໜງການຫຼັກ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງລາຍຮັບໃຫ້ແກ່ປະເທດ, ພ້ອມທັງຊຸກຍູ້ສົ່ງເສີມຂະແໜງການປິ່ນອ້ອມໃຫ້ມີການພັດທະນາໄຟຄຽງຄູ່ກັນ ເພື່ອສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວບັນດາ ເຜົ່າ ແລະ ໄດ້ຊົມໃຊ້ໄຟຟ້າໃນລາຄາທີ່ສົມເຫດສົມຜົນ.

ປະຈຸບັນ ລັດວິສາຫະກິດໄຟຟ້າລາວ ຊື້ພະລັງງານໄຟຟ້າຈາກແຫຼ່ງຜະລິດພາຍໃນ 89 ແຫ່ງ, ມີສະຖານີໄຟຟ້າແຮງສູງ 75 ແຫ່ງ, ມີລະບົບສາຍສົ່ງໄຟຟ້າແຮງສູງ 115 ກິໂລໂວນ ແລະ 230 ກິໂລໂວນ ຍາວປະມານ 9.974 Km ວົງຈອນ, ມີລະບົບຕາຂ່າຍຈໍາໜ່າຍໄຟຟ້າພາກແຮງດັນກາງ ແລະ ແຮງດັນຕໍ່າ ຍາວປະມານ 55.600Km ວົງຈອນ ສາມາດສະໜອງພະລັງງານໄຟຟ້າໄດ້ 95% ຂອງຈໍານວນຄົວເຮືອນທົ່ວປະເທດ. ສໍາລັບ ແຂວງຫຼວງພະບາງ ປະກອບມີທັງໝົດ 11 ເມືອງ 1 ນະຄອນ, ມີ 756 ບ້ານ, ມີໄຟຟ້າໃຊ້ແລ້ວ 602 ບ້ານ, ເຊິ່ງກວມເອົາ 79,63 %. ມີທັງໝົດ 85.662 ຄົວເຮືອນ, ມີໄຟຟ້າໃຊ້ແລ້ວ 74.811 ຄົວເຮືອນ ກວມເອົາ 87,33% ໄດ້ຊົມໃຊ້ໄຟຟ້າຖາວອນ. ເພື່ອຮັບປະກັນການດໍາເນີນທຸລະກິດໃຫ້ມີປະສິດທິຜົນ ລັດວິສາຫະກິດໄຟຟ້າລາວ ກຳລັງ ດໍາເນີນການປະຕິຮູບຮອບດ້ານເພື່ອສະໜອງນະໂຍບາຍຂອງລັດຖະບານໃນການຫັນເອົາພະລັງງານໄຟຟ້າ ໃຫ້ກາຍເປັນກະດູກສັນຫຼັງຂອງການພັດທະນາປະເທດ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຕອບສະໜອງການປະຕິບັດ ວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ ສະພາແຫ່ງຊາດໄດ້ຮັບຮອງໃຫ້ມີປະສິດທິຜົນ ແລະ ປະກົດຜົນເປັນຈິງ.

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...