spot_img
Homeຂ່າວພາຍ​ໃນລາວຄາດຄະເນການຄ້າເກີນດຸນ 1.55 ຕື້ໂດລາສະຫະລັດໃນປີ 2022

ລາວຄາດຄະເນການຄ້າເກີນດຸນ 1.55 ຕື້ໂດລາສະຫະລັດໃນປີ 2022

Published on

ລັດຖະບານລາວ ຫວັງວ່າ ຈະໃຫ້ເກີນດຸນການຄ້າຢ່າງໜ້ອຍ 1.55 ຕື້ໂດລາໃນປີ 2022 ເຖິງແມ່ນວ່າຈະມີຄວາມທ້າທາຍທາງດ້ານເສດຖະກິດທີ່ເກີດຈາກການລະບາດໃຫຍ່ຂອງ ໂຄວິດ-19 ກໍຕາມ.

ຕາມການລາຍງານຫຼ້າສຸດຈາກຫ້ອງວ່າການນາຍົກລັດຖະມົນຕີ, ຄາດວ່າການສົ່ງອອກຈະບັນລຸ 7.6 ຕື້ໂດລາສະຫະລັດ, ໃນຂະນະທີ່ການນຳເຂົ້າຈະບັນລຸເຖິງ 6.05 ຕື້ໂດລາສະຫະລັດ, ລາຍງານຈາກວຽງຈັນທາຍ.
ເພື່ອໃຫ້ບັນລຸໄດ້ສິ່ງດັ່ງກ່າວ, ລັດຖະບານໄດ້ໃຫ້ຄຳໝັ້ນສັນຍາວ່າຈະເພີ່ມທະວີການຜະລິດທາງກະສິກຳ ແລະ ການແປຮູບສິນຄ້າເພື່ອສົ່ງອອກ, ໂດຍສະເພາະແມ່ນໄປຍັງປະເທດຈີນ, ຊື່ງປັດຈຸບັນນີ້ສາມາດເຂົ້າເຖິງຕະຫຼາດໄດ້ໄວຫຼາຍຂື້ນຜ່ານທາງລົດໄຟຈີນ-ລາວ.

ຊິນຫົວລາຍງານວ່າ, ຂະແໜງການທີ່ກ່ຽວຂ້ອງໄດ້ຮັບໜ້າທີ່ໃນການຊ່ວຍເຫຼືອອົງກອນຕ່າງໆໃນການຫາແຫຼ່ງທຶນ, ນຳໃຊ້ການຄົ້ນຄ້ວາ ແລະ ເຕັກໂນໂລຊີມາໃຊ້ໃນການຜະລິດ ແລະ ຊ່ວຍເຫຼືອຜູ້ຜະລິດໃນການຊອກຫາຕະຫຼາດທີ່ເໝາະສົມ.
ລັດຖະບານໄດ້ພະຍາຍາມສ້າງຄັງສຳຮອງເງິນຕາຕ່າງປະເທດໂດຍການຊຸກຍູ້ການສົ່ງອອກ ແລະ ຫຼຸດຜ່ອນການນຳເຂົ້າ.
ລາວລາຍງານວ່າ, ເກີນດຸນການຄ້າ 1 ຕື້ ໂດລາສະຫະລັດໃນປີ 2021 ໂດຍການສົ່ງອອກມີມູນຄ່າ 7 ຕື້ ໂດລາສະຫະລັດ ແລະ ການນຳເຂົ້າມີມູນຄ່າ 6 ຕື້ໂດລາສະຫະລັດ.

ສິນຄ້າສົ່ງອອກຕົ້ນຕໍລວມມີ ແຮ່ຄຳ ແລະ ຄຳແທ່ງ, ຜະລິດຕະພັນເຈ້ຍ ແລະ ເຈ້ຍ, ເນື້ອໄມ້ ແລະ ເຈ້ຍເສດ, ຢາງພາລາ, ມັນຕົ້ນ, ແຮ່ເຫຼັກ, ໝາກກ້ວຍ, ເຄື່ອງນຸ່ງ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນ, ປຸ໋ຍ, ຊິ້ນສ່ວນກ້ອງຖ່າຍຮູບ ແລະ ເກີບ.

ໃນຂະນະນັ້ນ, ສິນຄ້ານຳເຂົ້າຕົ້ນຕໍຂອງປະເທດລວມມີນ້ຳມັນເຊື້ອໄຟ, ລົດຍົນ, ອຸປະກອນກົນຈັກ, ອາໄຫຼ່, ຜະລິດຕະພັນເຫຼັກກ້າ, ຢາ, ຜະລິດຕະພັນພລາສຕິກ, ເຄື່ອງໃຊ້ໄຟຟ້າ, ຜະລິດຕະພັນອາຫານ, ແລະ ອຸປະກອນຖ່າຍຮູບ.

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...