Homeຂ່າວພາຍ​ໃນລາວ​ຄາດ​ວ່າ​ຈະ​ເຂົ້າຮັບຕໍາແໜ່ງຜູ້ບໍລິຫານທ່າ​ເຮືອຫວັງ​ແອງ​ໃນ​ເດືອນ​ກໍລະກົດ

ລາວ​ຄາດ​ວ່າ​ຈະ​ເຂົ້າຮັບຕໍາແໜ່ງຜູ້ບໍລິຫານທ່າ​ເຮືອຫວັງ​ແອງ​ໃນ​ເດືອນ​ກໍລະກົດ

Published on

ຄາດ​ວ່າ​ລາວ​ຈະ​ເຂົ້າຮັບຕໍາແໜ່ງຜູ້ບໍລິຫານທ່າເຮືອຫວັງ​ແອງໃນ​ແຂວງ​ຮ່າ​ຕິ້ງ​ພາກ​ກາງ​ຂອງ​ຫວຽດນາມ​ໃນ​ເດືອນ​ກໍລະກົດ​​ນີ້

ອີງຕາມການລາຍງານຂອງເພສຂ່າວ Vientiane Times ລາຍງານວ່າ: ລັດຖະບານ​ຫວຽດນາມໄດ້​ຕົກລົງ​ຈະ​ເພີ່ມ​ສ່ວນ​ແບ່ງ​ໃຫ້ລາວ​ໃນ​ໂຄງການ​ຈາກ 20% ຂຶ້ນ​ເປັນ 60% ຕາມ​ການ​ຮຽກຮ້ອງ​ຂອງ​ລາວ ​ເຮັດ​ໃຫ້​ລາວ​ເປັນ​ຜູ້​ຖື​ຫຸ້ນ​ໃຫຍ່. ລັດຖະບານລາວໄດ້ຮ່ວມມືກັບ ບໍລິສັດ ນ້ຳມັນເຊື້ອໄຟເທຣດດິ້ງລາວມະຫາຊົນ (PetroTrade) ເຊິ່ງເປັນບໍລິສັດຍ່ອຍຂອງບໍລິສັດ PTL Holding Company Limited ເພື່ອຮ່ວມມືກັບລັດຖະບານຫວຽດນາມໃນການພັດທະນາໂຄງການ Lao Logistics Link (LLL) ເຊິ່ງລວມມີທ່າເຮືອ.

ທ່ານ ຈັນໂທ ສິດທິໄຊ ປະທານສະພາບໍລິຫານ ບໍລິສັດ ປິໂຕຣເທຣດ ໄດ້ກ່າວຕໍ່ປະທານສະພາແຫ່ງຊາດ ທ່ານ ດຣ. ໄຊສົມພອນ ພົມວິຫານ ໃນອາທິດທີ່ຜ່ານມາວ່າ: ທີມງານຂອງລາວກຳລັງເຮັດວຽກກັບຝ່າຍຫວຽດນາມໃນການຊໍາລະຄ່າຫຸ້ນສ່ວນເພີ່ມເຕີມກ່ອນຈະເຂົ້າຮັບຕໍາແໜ່ງຜູ້ບໍລິຫານທ່າເຮືອ. ທ່ານ ຈັນໂທ ກ່າວຕໍ່ທ່ານ ດຣ. ໄຊສົມພອນ ວ່າ “ຖ້າສິ່ງຕ່າງໆເປັນໄປຕາມແຜນການທີ່ວາງໄວ້, ພວກເຮົາຄາດວ່າຈະເຂົ້າຮັບຕໍາແໜ່ງຜູ້ບໍລິຫານ [ທ່າເຮືອ] ໃນເດືອນກໍລະກົດ,”. ທ່ານ ດຣ. ໄຊສົມພອນ ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານສະຫຼຸບກ່ຽວກັບໂຄງການດັ່ງກ່າວ ໃນລະຫວ່າງການຢ້ຽມຢາມທ່າເຮືອ ທ່ານາແລ້ງດຣາຍພອທ໌ (Thanaleng Dry Port) ແລະ ສວນວຽງຈັນໂລຈິສຕິກ (Vientiane Logistics Park) ຢູ່ນະຄອນຫຼວງວຽງຈັນ ເຊິ່ງເປັນສ່ວນໜຶ່ງຂອງ LLL ທີ່ບໍລິສັດຂອງ ທ່ານ ຈັນທອນ ທີ່ກຳລັງພັດທະນາຢູ່.

ລັດຖະບານລາວ ແລະ ບໍລິສັດ ປິໂຕຣເທຣດ ໄດ້ສ້າງຕັ້ງບໍລິສັດຮ່ວມທຶນຊື່ວ່າ ລັດວິສາຫະກິດທ່າເຮືອ ຫວັງແອງ ລາວ-ຫວຽດນາມ ເຊິ່ງລັດຖະບານຖືຫຸ້ນ 51% ແລະ ປິໂຕຣເທຣດ ຖືຫຸ້ນ 49%, ເພື່ອຮ່ວມກັບຫວຽດນາມໃນການພັດທະນາ ແລະ ດຳເນີນທ່າເຮືອ ເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນສໍາລັບການຂົນສົ່ງສິນຄ້າ.

ປະຈຸບັນ ທ່າເຮືອດັ່ງກ່າວພວມດຳເນີນງານ ແລະ ຈັດການບັນທຸກ ແລະ ຂົນສົ່ງສິນຄ້າທີ່ປະກອບດ້ວຍແຜ່ນໄມ້, ໂພແທດຊຽມ, ຫີນກາວ, ແຮ່ເຫຼັກ ແລະ ຖ່ານຫີນ.

​ເນື່ອງຈາກໂຄງການທາງລົດໄຟ (ສ່ວນໜຶ່ງຂອງ LLL) ທີ່ເຊື່ອມຕໍ່ວຽງຈັນຜ່ານຄໍາມ່ວນໄປຫາທ່າເຮືອໄດ້ຖືກວາງແຜນໄວ້, ການຂົນສົ່ງສິນຄ້າຜ່ານທ່າເຮືອຫວັງແອງລວມທັງຈາກພາກອີສານຂອງໄທໄປສູ່ຕະຫຼາດໃຫຍ່ໃນອາຊີເຊັ່ນ: ຈີນ, ສາທາລະນະລັດເກົາຫຼີ, ຍີ່ປຸ່ນ ແລະ ຮົງກົງ ເຊິ່ງເປັນທາງເລືອກທີ່ຄຸ້ມຄ່າ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...