spot_img
Homeຂ່າວຕ່າງປະເທດການເຈລະຈາຮອບທີ 3 ລະຫວ່າງ ຢູເຄຣນ-ຣັດເຊຍ

ການເຈລະຈາຮອບທີ 3 ລະຫວ່າງ ຢູເຄຣນ-ຣັດເຊຍ

Published on

ທ່ານ ເດວິດ ອາລາຄາເມຍ (David Arakemia) ໜຶ່ງ​ໃນ​ບັນດາ​ຜູ້ແທນ​ເຈລະຈາ​ຂອງ​ຢູ​ເຄຣນກ່າວ​ວ່າ: ຢູ​ເຄຣນ ​ແລະ ຣັດ​ເຊຍ ຈະ​ຈັດການ​ເຈລະຈາ​ສັນຕິພາບ​ຄັ້ງ​ຕໍ່​ໄປ​ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ເປັນ​ການ​ເຈລະຈາ​ຮອບ​ທີ​ສາມ.

ອີງຕາມການລາຍງານຂອງສຳນັກຂ່າວ ​ຊິນ​ຫົວ​ ໄດ້ລາຍ​ງານ​ວ່າ: ການເຈລະຈາລະຫວ່າງ ຢູເຄຣນ ​ແລະ ຣັດ​ເຊຍ ທັງ​ສອງ​ຮອບ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 28 ກຸມພາ ​ແລະ ​ວັນ​ທີ 3 ມີນາ​ທີ່ຜ່ານມາ, ເຊິ່ງທາງດ້ານ ທ່ານ ໄມໄຄໂບ ໂພໂດຍັກ (Maikaibo Podoyak) ທີ່​ປຶກສາ​ຂອງ​ປະທານາທິບໍດີ​ຢູ​ເຄຣນ ກ່າວ​ໃນ​ວັນ​ສຸກ​ທີ່ຜ່ານມາວ່າຈະຈັດການ​ເຈລະຈາ​ຮອບ​ທີ​ສາມ ​ລະຫວ່າງ ຣັດ​ເຊຍ ​ແລະ ​ຢູ​ເຄຣນ ຈະ​ມີ​ຂຶ້ນ​ໃນວັນຈັນ ທີ 7 ມີນາ 2022 ນີ້.

ທ່ານ ວາລາດິເມຍ ປູຕິນ Vladimir Putin ປະທານາທິບໍດີລັດເຊຍກ່າວ​ໃນ​ລະຫວ່າງ​ການ​ໂອ້​ລົມ​ທາງ​ໂທລະສັບ​ກັບ ທ່ານ ໂອຮາຟ ໂຊລ์ (Olaf Scholz) ນາຍົກລັດຖະມົນຕີ ​ເຢຍລະ​ມັນໃນວັນສຸກທີ່ຜ່ານມານັ້ນວ່າ: ຣັດ​ເຊຍ​ເປີດ​ກວ້າງ​ການ​ເຈລະຈາ​ກັບ​ຢູເຄຣນ ​ແລະ ​ຫວັງ​ວ່າ​ຢູ​ເຄຣນຈະ​ມີ​ຈຸດຍືນທີ່​ມີ​ເຫດຜົນ. ​ລວມທັງ​ມີ​ລັກສະນະ​ສ້າງສັນ​ໃນ​ການ​ເຈລະຈາ​ຮອບ​ທີ 3.

ບົດຄວາມຫຼ້າສຸດ

ຖວທ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ

ຖວທ ສະຫຼຸບການປະຕິບັດວຽກງານ ແລະ ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ - ບຸກຄະລາກອນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ ແລະ ບຸກຄະລາກອນ...

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...

ຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ

ຖວທ ແຂວງຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ອີງຕາມແຈ້ງການຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ລົງເມື່ອວັນທີ 12 ມິຖຸນາ 2025...

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...