Homeຂ່າວພາຍ​ໃນປະຊາຊົນທີ່ມີດິນສອງຟາກທາງ ຢູ່ເສັ້ນທາງ 450 ປີ ຈະບໍ່ສາມາດຊື້-ຂາຍໄດ້

ປະຊາຊົນທີ່ມີດິນສອງຟາກທາງ ຢູ່ເສັ້ນທາງ 450 ປີ ຈະບໍ່ສາມາດຊື້-ຂາຍໄດ້

Published on

ອີງຕາມການລາຍງານຂອງເພສຂ່າວ: ສໍາລັບປະຊາຊົນ ທີ່ມີທີ່ດິນ ໃນເຂດສະຫງວນທີ່ດິນສອງຟາກ ຢູ່ເສັ້ນທາງ 450 ປີ ໃນປັດຈຸບັນນີ້ ຈະບໍ່ສາມາດຊື້-ຂາຍ ຫຼືນໍາໃຊ້ດິນໃນເຂດດັ່ງກ່າວນີ້ໄດ້ແລ້ວ ຍ້ອນທີ່ຜ່ານມາ ຫ້ອງວ່າການ ນະຄອນຫຼວງວຽງຈັນ ກໍໄດ້ມີແຈ້ງການ ເລື່ຶອງການຖອນສິດນໍາໃຊ້ ແລະການຂາຍສິດນໍາໃຊ້ທີ່ດິນ ໃນເຂດສະຫງວນຂອງສອງຟາກທາງ ເສັ້ນທາງ 450 ປີ ລົງວັນທີ່ 14 ພາຈິກ 2021 ຜູ້ໃດຊື້-ຂາຍ ເຮັດສັນຍາກັນເອງ ກໍຖືວ່າຜິດກົດໝາຍ ເນື່ອງຈາກດິນເຂດດັ່ງກ່າວ ເປັນຂອງລັດຖະບານທັງໝົດ.

ດັ່ງເຈົ້າໜ້າທີ່ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນນະຄອນຫຼວງວຽງຈັນ ທ່ານໜື່ງ ທີ່ຂໍສະຫງວນຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 28 ກຸມພາ ຜ່ານມານີ້ວ່າ:

ຕອນດິນ ທີ່ຢູ່ໃນເຂດສະຫງວນ 2 ຟາກທາງເບື້ອງລະ 50 ແມັດ ຖອນສິດ ມາເປັນຂອງລັດໝົດແລ້ວ ໝາຍຄວາມວ່າ ຖອນອອກມາຈາກເຈົ້າຂອງ ບໍ່ມີສິດການຊື້-ຂາຍແລ້ວ ຫ້າມຊື້ຫ້າມຂາຍ ຫ້າມຈໍານອງ ຖ້າຜູ້ໃດເຊັນ ກໍແມ່ນລະເມີດຕໍ່ລະບຽບກົດໝາຍ ຖືໄດ້ວ່າ ດໍາເນີນການຕາມຄະດີ ຕາມກົດໝາຍ. ສໍາລັບເລື່ອງຄ່າຊົດເຊີຍດິນດັ່ງກ່າວ ກໍຍັງມີຢູ່ຈໍານວນໜຶ່ງ ທີ່ຍັງບໍ່ໄດ້ມາຮັບເອົາຄ່າຊົດເຊີຍ ເຊິ່ງບໍ່ສາມາດເປີດເຜີຍໂຕເລກໄດ້ ແລະ ທີ່ຜ່ານມາທາງການ ກໍເຄີຍໄດ້ແຈ້ງການອອກໄປ ຕັ້ງແຕ່ປີ 2008 ແລ້ວ ເພື່ອໃຫ້ປະຊາຊົນ ທີ່ມີດິນໃນເຂດດັ່ງກ່າວ ໄປຮັບເອົາຄ່າຊົດເຊີຍ ເຊິ່ງມາຮອດປັດຈະບັນ ກໍຖືວ່າ ເປັນເວລາ 10 ປາຍປີ ແລະ ຕາມກົດໝາຍແລ້ວ ຜູ້ໃດທີ່ບໍ່ໄປຮັບເອົາຄ່າຊົດເຊີຍ ກໍຖືວ່າໝົດສິດ ແຕ່ໃນປັດຈຸບັນນີ້ ທາງການຈະພິຈາລະນາ ໃຫ້ອີກເທື່ອນຶ່ງ ໂດຍໃຫ້ເຈົ້າຂອງດິນ ເອົາໃບຕາດິນມາແຈ້ງຍັງໜ່ວຍງານກອງເລຂາ ຂອງຫ້ອງການສນາມ 450 ປີ ເຈົ້າໜ້າທີ່ຈະເບິ່ງເອກະສານຄືນໃໝ່ ແລະພິຈາລະນາຕາມສົມຄວນ

ດິນໃນສອງຟາກ ເສັ້ນທາງ 450 ປີ ມີເນື້ອທີ່ທັງໝົດ 1 ລ້ານປາຍຕາແມັດ ໃນທະນາຄານ ຢູ່ການຄຸ້ມຄອງຂອງລັດຖະບານ 2 ແສນປາຍຕາແມັດ ລັດຖະບານຕ້ອງການທີ່ດິນບ່ອນນີ້ຄືນຈາກປະຊາຊົນກໍຍ້ອນວ່າ ຕ້ອງການເງິນໄປແກ້ໄຂໜີ້ສິນ ໂຄງການກໍ່ສ້າງເສັ້ນທາງ ວຽງຈັນ 450 ປີ.

ປະຊາຊົນໃນເຂດນັ້ນ ກໍກ່າວວ່າ ທີ່ຜ່ານມາ ປະຊາຊົນຫຼາຍຄົນ ທີ່ມີດິນໃນພື້ນທີ່ສອງຟາກທາງ ເສັ້ນທາງ 450 ປີ  ສ່ວນໃຫຍ່ກໍບໍ່ພໍໃຈກັບຄ່າຊົດເຊີຍ ຍ້ອນຄ່າຊົດເຊີຍໜ້ອຍເກີນໄປ ຈຶ່ງຍັງເຮັດໃຫ້ຄົນຈໍານວນໜຶ່ງ ບໍ່ໄປຮັບເອົາຄ່າຊົດເຊີຍກໍມີ ແຕ່ຖ້າຫາກລັດບານເອົາດິນໄປເປັນຂອງຕົນເອງແລ້ວ ເຊື່ອວ່າຫຼາຍຄົນ ທີ່ຍັງບໍ່ໄປເອົາຄ່າຊົດເຊີຍ ກໍຕ້ອງຍອມເຂົ້າໄປພົວພັນເພື່ອຮັບຄ່າຊົດເຊີຍ ເພາະບໍ່ສາມາດເຮັດຫຍັງກັບດິນຕອນນີ້ໄດ້ແລ້ວ.

ເຊິ່ງໃນປີ 2008 ຣັຖບານກໍໄດ້ອອກຂໍ້ຕົກລົງ ແລະແຈ້ງການຂອງຣັຖບານຫຼາຍສບັບ ໂດຍມອບໃຫ້ ນະຄອນຫຼວງວຽງຈັນເປັນເຈົ້າຂອງໂຄງການກໍ່ສ້າງເສັ້ນທາງ 450 ປີ ທີ່ມີຄວາມຍາວ 20.3 ກິໂລແມັດ ເສັ້ນທາງເສັ້ນນີ້ ເປັນທາງເບຕົງເສີມເຫຼັກ, ກວ້າງ 18 ແມັດ, ເປັນທາງ 4 ຊ່ອງທາງຣົດແລ່ນ, ມູນຄ່າການກໍ່ສ້າງ ປະມານ 80 ລ້ານໂດລາ ສະຫະຣັຖ, ບໍຣິສັດ ສະຫະກໍ່ສ້າງຄົບວົງຈອນຈໍາກັດ ເປັນຜູ້ກໍ່ສ້າງເມື່ອປີ 2012 ເຊິ່ງແຫຼ່ງທຶນຊໍາລະ ມູນຄ່າການກໍ່ສ້າງເສັ້ນທາງ ຣັຖບານກໍຄື ນະຄອນຫຼວງວຽງຈັນ ໄດ້ກໍານົດເອົາດິນ ໃນເຂດສງວນ 2 ຟາກທາງ ເບື້ອງລະ 50 ແມັດ ເພື່ອເປັນທຶນ ຊໍາລະເງິນກູ້ ແກ່ທະນາຄານແຫ່ງ ສປປ.ລາວ.

ສະນັ້ນ ເພື່ອເປັນການແກ້ໄຂໜີ້ສິນ ບ້ວງທີ່ຍັງເຫຼືອໃຫ້ສໍາເລັດ ລະຫວ່າງນະຄອນຫຼວງວຽງຈັນ ກັບທະນາຄານແຫ່ງ ສປປ ລາວ ຈະໃຫ້ບໍລິສັດ ກຸ່ມດວງຈະເລີນ ເປັນຜູ້ຊໍາລະຕົ້ນທຶນ ແລະ ດອກເບັ້ຍໃຫ້ທະນາຄານ ແຫ່ງສປປ.ລາວ ຕາມສັນຍາທີ່ກໍານົດໄວ້ ໂດຍອົງການປົກຄອງນະຄອນຫຼວງວຽງຈັນ ແລະ ທະນາຄານແຫ່ງ ສປປ.ລາວ ຈຶ່ງມອບ-ໂອນ ສິດນໍາໃຊ້ທີ່ດິນ ໃນເຂດສະຫງວນ 2 ເບື້ອງ ຂອງເສັ້ນທາງ 450 ປີ ໃຫ້ບໍລິສັດ ກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ເພື່ອໃຫ້ພັດທະນາເຂດດັ່ງກ່າວ ໃຫ້ເປັນທີ່ໜ້າສົນໃຈຂອງຜູ້ທີ່ມາຊື້ດິນ ໃນຊ່ວງໄລຍະເວລາ 5 ປີ ຕໍ່ໜ້າ ເພື່ອເປັນທຶນຊໍາລະໃຫ້ທະນາຄານ ແຫ່ງສປປ.ລາວ ໃຫ້ສໍາເລັດ ໂດຍບໍ່ໄດ້ໃຊ້ງົບປະມານຂອງລັດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...