Homeຂ່າວພາຍ​ໃນຂໍ້ຕົກລົງ ການຮອງຮັບເອົາ ໃບອະນຸຍາດນຳໃຊ້ ເຄື່ອງບັນທຶກ ການຂາຍສິນຂ້າ ແລະ ການບໍລິການ

ຂໍ້ຕົກລົງ ການຮອງຮັບເອົາ ໃບອະນຸຍາດນຳໃຊ້ ເຄື່ອງບັນທຶກ ການຂາຍສິນຂ້າ ແລະ ການບໍລິການ

Published on

ຂໍ້ຕົກລົງ ວ່າດ້ວຍການຮອງຮັບເອົາ ໃບອະນຸຍາດນໍາໃຊ້ ເຄື່ອງບັນທຶກ ການຂາຍສິນຄ້າ ແລະ ບໍລິການ
ອີງຕາມກົດຫມາຍວ່າດ້ວຍ ການຄຸ້ມຄອງສ່ວຍສາອາກອນ ສະບັບ(ປັບປຸງ) ເລກທີ 66/ສພຊ, ລົງວັນ
ທີ 17 ມິຖຸນາ 201; – ອີງຕາມ ຄໍາແນະນໍາ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ໃບເກັບເງິນສະເພາະທີ່ອອກດ້ວຍເຄື່ອງ
ບັນທຶກການ ຂາຍສິນຄ້າ ແລະ ບໍລິການ ສະບັບເລກທີ ມ78 ກງ, ລົງວັນທີ 20 ເມສາ 2017; ອີງຕາມ ຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງ ແລະ ນໍາໃຊ້ ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການສະບັບເລກທີ ມ79 ກງ, ລົງວັນທີ 20 ເມາສາ 2007; ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 2058/ກງ, ລົງວັນທີ 29 ເມສາ 202.

ຫົວຫນ້າກົມສ່ວຍສາອາກອນຕົກລົງ:                                                                                      ມາດຕາ 1: ເຫັນດີຮັບຮອງເອົາ “ໃບອະນຸຍາດນໍາໃຊ້ ເຄື່ອງບັນທຶກການ ຂາຍສິນຄ້າ ແລະ ບໍລິການ'” ເປັນເອກະສານທາງການຂອງຂະແຫນງສ່ວຍສາອາກອນ;                                                                                                ມາດຕາ 2: ໃບອະນຸຍາດນໍາໃຊ້ເຄື່ອງບັນທຶກການ ຂາຍສິນຄ້າ ແລະ ບໍລິການ ສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ນໍາໃຊ້ ເຄື່ອງບັນທຶກການ ຂາຍສິນຄ້າ ແລະ ບໍລິການ ພ້ອມ ທັງໄດ້ກໍານົດຂອບເຂດ ສິດ ແລະ ຫນ້າທີ່ ໄດ້ສັງລວມໄວ້ຢູ່ໃນ QR Code;
ມາດຕາ 3: ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ, ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຈົ່ງ ຮັບຮູ້ ແລະ ປະຕິບັດຕາມ
ຂໍ້ຕົກລົງສະບັບ ນີ້ຢ່າງເຂັ້ມງວດ; ມາດຕາ 4: ເອກະສານສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...