Homeຂ່າວພາຍ​ໃນອັດຕາເງິນເຟີ້ຂອງລາວສູງສຸດໃນຮອບ 2 ປີ

ອັດຕາເງິນເຟີ້ຂອງລາວສູງສຸດໃນຮອບ 2 ປີ

Published on

ອັດຕາເງິນເຟີ້ປີຕໍ່ປີໃນປະເທດລາວເພີ່ມຂຶ້ນເປັນ 6,25% ໃນເດືອນມັງກອນ, ເປັນຈຳນວນທີ່ສູງທີ່ສຸດນັບຕັ້ງແຕ່ເດືອນມັງກອນປີ 2020.

ນັບແຕ່ເດືອນມີນາ ປີ 2021 ເປັນຕົ້ນມາ, ລາຄາຂອງສິນຄ້າ ແລະ ການບໍລິການໄດ້ສືບຕໍ່ເພີ່ມຂຶ້ນ, ເພີ່ມຂຶ້ນເຖິງ 5,04% ໃນເດືອນພະຈິກ ແລະ 5,27% ໃນເດືອນທັນວາ, ອີງຕາມການລາຍງານຫຼ້າສຸດຈາກສໍານັກງານສະຖິຕິຂອງລາວ.
ການເພີ່ມຂຶ້ນຂອງລາຄານໍ້າມັນແມ່ນ ເປັນຕົວຂັບເຄື່ອນຕົ້ນຕໍຂອງອັດຕາເງິນເຟີ້ໃນປະເທດລາວ. ລັດຖະບານກ່າວວ່າ ຕະຫຼາດໂລກທີ່ມີຄວາມຜັນຜວນໄດ້ບັງຄັບໃຫ້ລາຄານໍ້າມັນເຊື້ອໄຟສູງຂຶ້ນ ທ່າມກາງຜົນກະທົບທາງເສດຖະກິດຂອງພະຍາດລະບາດໂຄວິດ-19, ໂດຍວິກິດການໃນຢູເຄຣນອາດຈະສົ່ງຜົນກະທົບຕໍ່ລາຄາຕື່ມອີກ. ການຕົກຕໍ່າລົງຢ່າງຕໍ່ເນື່ອງຂອງເງິນກີບລາວຍັງເຮັດໃຫ້ການສະກັດກັ້ນອັດຕາເງິນເຟີ້ໃນລາວມີຄວາມຫຍຸ້ງຍາກຫຼາຍຂຶ້ນ.

ຕາມຂ່າວສານ Xinhua ລາຍງານວ່າ, ລາຄາສິນຄ້າ ແລະ ການບໍລິການໃນເດືອນມັງກອນນີ້ຕົ້ນຕໍແມ່ນ ຍ້ອນປະເພດການຄົມມະນາຄົມ ແລະ ການຂົນສົ່ງ, ການປິ່ນປົວແລະຢາ, ຮ້ານອາຫານ, ແລະ ໂຮງແຮມ. ຄ່າໃຊ້ຈ່າຍໃນປະເພດການສື່ສານ ແລະ ການຂົນສົ່ງເພີ່ມຂຶ້ນ 1,26% ເປີເຊັນຕໍ່ເດືອນ, ແລະ 13,72% ເປີເຊັນຕໍ່ປີ.

ການເພີ່ມຂຶ້ນຂອງປະເພດນີ້ແມ່ນກ່ຽວຂ້ອງກັບລາຄານ້ໍາມັນ ແລະ ແກັສທີ່ເພີ່ມຂຶ້ນ ເຊິ່ງເພີ່ມຂຶ້ນ 29,53% ເປີເຊັນຕໍ່ປີໃນເດືອນມັງກອນ ເຮັດໃຫ້ສົ່ງຜົນກະທົບຕໍ່ການຂົນສົ່ງ ແລະ ລາຄາຂອງສິນຄ້າທີ່ຂາຍໃນຕະຫຼາດທ້ອງຖິ່ນ.
ນັບຕັ້ງແຕ່ຕົ້ນປີ 2022 ເປັນຕົ້ນມາ, ລາຄານ້ຳມັນເຊື້ອໄຟໄດ້ເພີ່ມຂຶ້ນ 4 ເທົ່າ ແລະ ຄາດວ່າຈະເພີ່ມຂຶ້ນອີກໃນມື້ອື່ນ.
ລັດຖະບານລາວກໍາລັງເລັ່ງຊອກຫາວິທີແກ້ໄຂ ເພື່ອຄວບຄຸມລາຄານໍ້າມັນເຊື້ອໄຟທີ່ສູງດ້ວຍການດໍາເນີນຂັ້ນຕອນ ຕ່າງໆເຊັ່ນ: ການຫລຸດຜ່ອນອາກອນມູນຄ່າເພີ່ມ (VAT) ແລະ ຫລຸດຜ່ອນປະລິມານສໍາຮອງນໍ້າມັນເຊື້ອໄຟທັງໝົດ.

ລັດຖະບານຍັງຈະພິຈາລະນາການຫຼຸດພາສີນຳເຂົ້າ, ພາສີອາກອນ ແລະອື່ນໆ ເພື່ອຮັກສາລາຄານ້ຳມັນພາຍໃນປະເທດໃຫ້ຢູ່ໃນລະດັບທີ່ຕ່ຳ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...