Homeຂ່າວພາຍ​ໃນລາຍງານສະພາບໂຄວິດ-19 ແລະ ການສັກວັກຊີນ ໃນ ສປປ ລາວ

ລາຍງານສະພາບໂຄວິດ-19 ແລະ ການສັກວັກຊີນ ໃນ ສປປ ລາວ

Published on

ຕາມການລາຍງານຈາກຄະນະສະເພາະກິດ ກ່ຽວກັບສະພາບການແຜ່ລະບາດຂອງໂຄວິດ-19 ໃນວັນທີ 15 ກຸມພາ 2022 ມີຂໍ້ມູນດັ່ງຕໍ່ໄປນີ້

ສໍາລັບການຕິດເຊື້ອນໍາເຂົ້າ ມີ 26 ຄົນ ຈາກແຂວງສະຫວັນນະເຂດ 3 ຄົນ, ຫົວພັນ 23 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

ຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດ ຢຸ່ໃນ ສປປ ລາວ 139,683 ຄົນ, ອອກໂຮງໝໍວານນີ້ 292 ຄົນ, ກຳລັງປິ່ນປົວ 3,545 ຄົນ ແລະ ເສຍຊີວິດ ທັງໝົດ 601 ຄົນ (ເສຍຊິວິດໃໝ່ 03 ຄົນ).
– ສຳລັບຜູ້ເສຍຊີວິດໃໝ່ 03 ຄົນ ແມ່ນທັງໝົດຢູ່ນະຄອນຫຼວງວຽງຈັນ

ມາຮອດມື້ນີ້ ທົ່ວປະເທດລາວ ສັກວັກຊີນ ທັງໝົດ: ເຂັມທີ 1 ສັກໄດ້ 4.823.889 (ອັດຕາປົກຄຸມ 65,74 %) ແລະ ທຸກເຂັມທີ່ແນະນໍາ 4.245.954 (ອັດຕາປົກຄຸມ 57,86 %) ແລະ ເລີ່ມຈາກຕົ້ນເດືອນມີນາ ຈະມີການຂະຫຍາຍການສັກວັກຊິນໃນກຸ່ມອາຍຸ 6 ຫາ 11​ປີ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...