spot_img
Homeຂ່າວພາຍ​ໃນFacebook ແລະ Instagram ອາດຈະຖືກປິດໃຫ້ບໍລິການໃນປະເທດທີ່ຢູ່ໃນເອີຣົບ

Facebook ແລະ Instagram ອາດຈະຖືກປິດໃຫ້ບໍລິການໃນປະເທດທີ່ຢູ່ໃນເອີຣົບ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: Meta ທີ່ເປັນບໍລິສັດແມ່ຂອງ Facebook ໄດ້ອອກມາບອກຂໍ້ບົ່ງຊີ້ວ່າ Meta ອາດຈະຖືກປິດການໃຫ້ບໍລິການຂອງ Facebook ແລະ Instagram ໃນປະເທດແຖບເອີຣົບ ເນື່ອງຈາກກົດໝາຍ General Data Protection regulation (GDPR) ຫຼື ກົດໝາຍຂອງເອີຣົບທີ່ສ້າງຕັ້ງຂຶ້ນມາເພື່ອວັດຖຸປະສົງໃນການເບິ່ງແຍງດູແລຂໍ້ມູນສ່ວນໂຕຂອງບຸກຄົນທີ່ອາດຈະຖືກບໍລິສັດ ຫຼື ທຸລະກິດນໍາເອົາຂໍ້ມູນສ່ວນໂຕຂອງຜູ້ໃຊ້ງານໄປໃຊ້.

ບໍລິສັດ Meta ໄດ້ອອກມາກ່າວວ່າ: “ຫາກວ່າພວກເຮົາບໍ່ສາມາດສົ່ງຂໍ້ມູນຕ່າງໆຂ້າມປະເທດທີ່ພວກເຮົາໃຫ້ບໍລິການໄດ້ ມັນອາດຈະສົ່ງຜົນຕໍ່ກັບການບໍລິການຂອງພວກເຮົາ ລວມເຖິງການຍິງໂຄສະນາຕ່າງໆ”. ແລະ ທາງບໍລິສັດ Meta ເອງຖ້າບໍ່ສາມາດເຮັດຂໍ້ຕົກລົງໃໝ່ໄດ້ພາຍໃນປີ 2022 ອາດຈະເປັນໄປໄດ້ທີ່ຈະຕ້ອງປິດການໃຫ້ບໍລິການ Facebook ແລະ Instagram ຂອງປະເທດທີ່ຢູ່ໃນແຖບເອີຣົບທັງໝົດ.

ແຫຼ່ງຂ່າວຈາກ: Sanook  

ບົດຄວາມຫຼ້າສຸດ

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...

ຕົກກາງທະເລ! ເຮລິຄອບເຕີແພດຍີ່ປຸ່ນຕົກທະເລ ຂະນະຂົນສົ່ງຜູ້ປ່ວຍໄປໂຮງໝໍ

ເຮລິຄອບເຕີແພດຂອງຍີ່ປຸ່ນເກີດເຫດຕົກກາງທະເລ ຂະນະກຳລັງຂົນສົ່ງຜູ້ປ່ວຍໄປໂຮງໝໍ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ ເຫດເຮລິຄອບເຕີແພດຍີ່ປຸ່ນລຳໜຶ່ງຕົກກາງທະເລ ຂະນະກຳລັງຮັບ-ສົ່ງຜູ້ປ່ວຍ 1 ຄົນໄປໂຮງໝໍ ໂດຍເດີນທາງຈາກສະໜາມບິນສຶຊິມະ ໃນຈັງຫວັດນາງາຊາກິ ໄປໂຮງໝໍໃນເມືອງຟຸຄຸໂອກະ ເມື່ອວັນທີ 6...