spot_img
Homeຂ່າວຕ່າງປະເທດສົງສານ! ເດັກນ້ອຍ 5 ປີ ຕົກຂຸມລຶກ 32 ແມັດ ດົນກວ່າ 4 ມື້

ສົງສານ! ເດັກນ້ອຍ 5 ປີ ຕົກຂຸມລຶກ 32 ແມັດ ດົນກວ່າ 4 ມື້

Published on

ທ້າວ ລາຍັນ ໂອລາມ ເດັກນ້ອຍອາຍຸ 5 ປີ ຕົກລົງໄປໃນຂຸ່ມລຶກ 32 ແມັດ ເຊິ່ງຢູ່ໃນບໍລິເວນບ້ານຂອງເຂົາໃນເມືອງນ້ອຍໆ ທາງຕອນເໜືອຂອງໂມຣັອກໂກເມື່ອວັນທີ 1 ກຸມພາທີ່ຜ່ານມາ ເຈົ້າໜ້າທີ່ກູ້ໄພລະດົມກຳລັງໃຫ້ຄວາມຊ່ວຍເຫຼືອຕັ້ງແຕ່ຄືນດັ່ງກ່າວ ຈົນສາມາດນຳໂຕເດັກນ້ອຍຂຶ້ນມາໄດ້ໃນວັນທີ່ 5 ກຸມພາ.

ການປະຕິບັດການຊ່ວຍຊີວິດໃນຄັ້ງນີ້ໄດ້ຮັບຄວາມສົນໃຈຈາກຜູ້ຄົນທົ່ວໂມຣັອກໂກທີ່ຕ່າງກໍພາກັນສົ່ງກຳລັງໃຈໃຫ້ເດັກນ້ອຍ ແລະ ເຈົ້າໜ້າທີ່ ເຊິ່ງມີຜູ້ຄົນຈຳນວນຫຼາຍເດີນທາງໄປທີ່ເກີດເຫດເພື່ອຕິດຕາມເຫດການ ແລະ ພາວະນາໃຫ້ເດັກນ້ອຍຮອດຊີວິດ.

ທ່າມກາງຄວາມດີໃຈຂອງຄອບຄົວ ແລະ ຜູ້ຄົນຈຳນວນຫຼວງຫຼາຍທີ່ຕິດຕາມການປະຕິບັດການຊ່ວຍເຫຼືອຂອງເຈົ້າໜ້າທີ່ ແຕ່ພວກເຂົາຕ້ອງພົບກັບຄວາມໂສກເສົ້າເມື່ອແພດປະກາດວ່າ: ເດັກນ້ອຍໄດ້ເສຍຊີວິດຫຼັງຈາກທີ່ຊ່ວຍອອກມາໄດ້.

ພໍ່ຂອງລາຍັນໄດ້ເລົ່າວ່າ: ກ່ອນເກີດເຫດການເຂົາກຳລັງສ້ອມແປງປາກຂຸ່ມເກັບນ້ຳເຊິ່ງມີຄວາມກວ້າງພຽງ 25 ຊັງຕີແມັດແຕ່ໃນຂະນະທີ່ພໍ່ບໍ່ທັນສັງເກດລະວັງລູກຊາຍກໍ່ຕົກລົງໄປໃນຂຸ່ມ. ເຊິ່ງການປະຕິບັດຂອງເຈົ້າໜ້າທີ່ໃນຄືນດັ່ງກ່າວໄດ້ພະຍາຍາມສົ່ງຖັງອົກຊີ ແລະ ປ່ອນອາຫານລົງໄປໃນຂຸ່ມ ຫຼັງຈາກນັ້ນກໍວາງແຜນຂຸດດິນ ແລະ ເຈາະອຸໂມງເພື່ອເຂົ້າໄປຊ່ວຍ ແຕ່ຕ້ອງເຮັດຢ່າງລະມັດລະວັງເພາະຍ້ານດິນທີ່ຢູ່ແຄມຈະຕົກລົງໃສ່ ແລະ ຈະເຮັດໃຫ້ສະຖານະການຊ່ວຍເຫຼືອຍາກຂຶ້ນຕື່ມ.

ອ້າງອີງຂໍ້ມູນ: Mirror

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...