spot_img
Homeຂ່າວຕ່າງປະເທດເກມອອນລາຍເປັນເຫດ !! ຄາດຕະກໍາໝົດຄອບຄົວຍ້ອນຕິດເກມ

ເກມອອນລາຍເປັນເຫດ !! ຄາດຕະກໍາໝົດຄອບຄົວຍ້ອນຕິດເກມ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ໃນວັນທີ 19 ມັງກອນ 2022 ທີ່ຜ່ານມາ ທີ່ເມືອງລາຮໍ ເມືອງຫຼວງຂອງແຂວງ ປັນຈາບ ປະເທດປາກີສະຖານ ໄດ້ພົບຜູ້ເສຍຊີວິດ 4 ຄົນຢູ່ໃນເຮືອນ ເຊິ່ງຢູ່ພາຍໃນເຮືອນເຫຼືອພຽງເດັກຊາຍອາຍຸ 14 ປີພຽງຄົນດຽວທີ່ບໍ່ໄດ້ເສຍຊີວິດ.

ພາຍຫຼັງຕໍາຫຼວດໄດ້ເຂົ້າໄປກວດສອບຢູ່ບ່ອນເກີດເຫດກໍພົບວ່າ ເດັກຊາຍຄົນດັ່ງກ່າວໄດ້ໃຊ້ປືນຍິງແມ່, ອ້າຍ, ເອື້ອຍ ແລະ ນ້ອງສາວ ເສຍຊີວິດຢູ່ພາຍໃນເຮືອນ ສາເຫດອາດເກີດມາຈາກຕິດເກມ PUBG ແລະ ມີບັນຫາທາງຈິດ ເນື່ອງມາຈາກໃຊ້ເວລາຫຼີ້ນເກມຫຼາຍຊົ່ວໂມງຕໍ່ໜຶ່ງມື້.

ໃນຊ່ວງສອງປີທີ່ຜ່ານມາ ປະເທດປາກີສະຖານໄດ້ເກີດເຫດເຍົາວະຊົນຂ້າຕົວຕາຍ 3 ຄົນ ໂດຍສາເຫດການຕາຍແມ່ນມີສ່ວນກ່ຽວຂ້ອງກັບການຫຼີ້ນເກມອອນລາຍ ແລະ ລ່າສຸດທາງດ້ານຫົວໜ້າຕໍາຫຼວດ ແຂວງປັນຈາບໄດ້ອອກມາສະເໜີໃຫ້ຜູ້ທີ່ມີອໍານາດສັ່ງຫ້າມບໍ່ໃຫ້ຫຼີ້ນເກມ ເພື່ອປ້ອງກັນບໍ່ໃຫ້ເກີດເຫດການແບບນີ້ອີກ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...