spot_img
Homeຂ່າວຕ່າງປະເທດເຈົ້າເມືອງນີວຢອກປະກາດແຈກຢາຕ້ານໂຄວິດ ສົ່ງຮອດບ້ານຫຼຸດຜ່ອນການເດີນທາງຂອງປະຊາຊົນ

ເຈົ້າເມືອງນີວຢອກປະກາດແຈກຢາຕ້ານໂຄວິດ ສົ່ງຮອດບ້ານຫຼຸດຜ່ອນການເດີນທາງຂອງປະຊາຊົນ

Published on

ວັນທີ 31 ມັງກອນ 2022 ສຳນັກຂ່າວບູມເບິກລາຍງານວ່າ:ທ່ານເອລິກ ອາດຳ ເຈົ້າເມືອງໆນີວຢອກປະກາດແຈກຢາຕ້ານໂຄວິດສົ່ງຮອດບ້ານຟຣີ ໃຫ້ກັບຜູ້ທີ່ມີຜົນກວດເປັນບວກ ຫຼື ຫຼຸດຜ່ອນຄວາມສ່ຽງສູງໃນການເດີນທາງຂອງປະຊາຊົນຈາກໂຄວິດ.

ຢາຕ້ານໂຄວິດທີ່ຈະນຳມາແຈກສາມາດຮັບປະທານໄດ້ໂດຍຮັບການອະນຸມັດຈາກສຳນັກງານຄະນະກຳມະການອາຫານ ແລະ ຢາຂອງສະຫະລັດໄດ້ແກ່ ແພກໂລວິດ ຈາກ ໄຟເຊີ ແລະ ໂມນູພິລາເວຍ ຈາກ ເມິກແອນໂຄ.

ທ່ານເອລິກ ອາດຳ ເຈົ້າເມືອງນີວຢອກ ກ່າວວ່າ: ການລະບາດຂອງໂອໄມຄຣອນຫຼຸດລົງຫຼາຍຫຼັງຈາກທີ່ເຮັດໃຫ້ນະຄອນນີວຢອກເປັນສູນກາງການລະບາດຂອງສະຫະລັດອີກຄັ້ງ ໂດຍຂໍ້ມູນຜູ້ຕິດເຊື້ອເມື່ອ 28 ມື້ທີ່ຜ່ານມາແມ່ນຫຼຸດລົງເຫຼືອ 5000 ຄົນຈາກ 20,500 ຄົນຕໍ່ມື້ ສ່ວນການຮັກສາໃນໂຮງໝໍແມ່ນຈາກ 659 ຄົນເຫຼືອ 267 ຄົນຕໍ່ມື້ ຈຶ່ງເຮັດໃຫ້ນີວຢອກເປັນໜຶ່ງໃນເມືອງທີ່ອັດຕາການຕິດເຊື້ອທີ່ໜ້ອຍທີ່ສຸດ.

ແຫຼ່ງຂ່າວ: Prachachat

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...