Homeຂ່າວຕ່າງປະເທດເລີ່ມທົດລອງສັກວັກຊີນ ເຕີໂກແວັກ ໃນຕວັກກີ ໃຫ້ສະເພາະຜູ້ທີ່ໄດ້ຮັບໄຟເຊີ້ 2 ໂດສແລ້ວ

ເລີ່ມທົດລອງສັກວັກຊີນ ເຕີໂກແວັກ ໃນຕວັກກີ ໃຫ້ສະເພາະຜູ້ທີ່ໄດ້ຮັບໄຟເຊີ້ 2 ໂດສແລ້ວ

Published on

ວັນທີ 25 ມັງກອນ 2022 ສໍານັກຂ່າວ Khaosod ລາຍງານວ່າ ຕວັກກີ ເລີ່ມດໍາເນີນການສຶກສາວັກຊີນປ້ອງກັນເຊື້ອໂຄວິດ-19 ສາຍພັນໃໝ່ ຊະນິດເຊື້ອຕາຍທີ່ຜະລິດໃນປະເທດ ເພື່ອພິຈາລະນາວ່າສາມາດນໍາໄປໃຊ້ເປັນວັກຊີນໂດສກະຕຸ້ນສໍາລັບຜູ້ຮັບວັກຊີນປ້ອງກັນເຊື້ອໂຄວິດ-19 ຊະນິດ mRNA ໃນສອງໂດສທໍາອິດໄດ້ ຫຼື ບໍ່.

ຕວັກກີ ເລີ່ມເປີດໂຕວັກຊີນປ້ອງກັນພະຍາດໂຄວິດ-19 ເຕີໂກແວັກ ທີ່ຜະລິດໃນປະເທດ ຄັ້ງທໍາອິດເມື່ອວັນທີ 30 ທັນວາ 2021. ຂະນະທີ່ກໍາລັງດໍາເນີນການທົດລອງວັກຊີນດັ່ງກ່າວໃນໄລຍະທີ 3.

ທັງນີ້, ຕວັກກີເລີ່ມຕົ້ນໂຄງການສັກວັກຊີນປ້ອງກັນພະຍາດໂຄວິດ-19 ທົ່ວປະເທດຕັ້ງແຕ່ເດືອນມັງກອນ 2021 ດ້ວຍວັກຊີນຂອງ ຊີໂນແວັກ ຈາກຈີນ ກ່ອນຈະເພີ່ມວັກຊີນຊະນິດ mRNA ຂອງໄຟເຊີ້. ໂດຍປັດຈຸບັນ, ຕວັກກີ ສັກວັກຊີນຫຼາຍກວ່າ 140 ລ້ານໂດສ ແລະ 80 ສ່ວນຮ້ອຍຂອງປະຊາກອນອາຍຸ 18 ປີຂຶ້ນໄປ ແມ່ນໄດ້ຮັບວັກຊີນ 2 ໂດສ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...