spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ໄທ ຢຶດຊີ້ນໝູທີ່ນໍາເຂົ້າຈາກ ສປປ ລາວ ຈໍານວນ 20 ໂຕນ

ເຈົ້າໜ້າທີ່ໄທ ຢຶດຊີ້ນໝູທີ່ນໍາເຂົ້າຈາກ ສປປ ລາວ ຈໍານວນ 20 ໂຕນ

Published on

ໃນວັນທີ 22 ມັງກອນ 2022 ທີ່ຜ່ານມາ ໃນເວລາ 19:30 ທ່ານ ສະຫຼອງລັດ ຈັນສົ່ງແກ້ວ ຫົວໜ້າດ່ານກັກກັນສັດແຂວງມຸກດາຫານ ໄດ້ຮັບແຈ້ງວ່າມີການລັກລອບນໍາຊີ້ນໝູຈາກແຂວງສະຫວັນນະເຂດ ເຂົ້າໄປຍັງປະເທດໄທໂດຍຜ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 2 (ມຸກດາຫານ-ສະຫວັນນະເຂດ).

ຈາກການກວດສອບຂອງເຈົ້າໜ້າທີໄທໄດ້ກວດພົບຕູ້ຄອນເທັນເນີທີ່ມີກ່ອງກະດາດທີ່ບັນຈຸເຄື່ອງໄວ້ດ້ານໃນ ເມື່ອເປີດທາງໃນມີຊີ້ນໝູແຊ່ແຂງ ໂດຍສ່ວນໃຫຍ່ເປັນຊີ້ນໝູ 3 ຊັ້ນ ເຊິ່ງມີນໍ້າໜັກປະມານ 20 ໂຕນ ແລະ ຕົກເປັນເງິນປະມານ 1.7 ຕື້ກີບ. ຈາກການສືບສວນຄົນຂັບລົດແມ່ນຜູ້ກ່ຽວບໍ່ຮູ້ວ່າພາຍໃນຕູ້ຄອນເທັນເນີຈະມີຊີ້ນໝູຢູ່ພາຍໃນ.

ໃນຂະນີ້ ທາງເຈົ້າໜ້າທີ່ດ່ານກັກກັນສັດແຂວງມຸກດາຫານໄດ້ກ່າວວ່າ ຈາກການກວດສອບສິນຄ້າທີ່ບັນທຸກມາໃນຕູ້ຄອນເທັນເນີແມ່ນເປັນຊີ້ນໝູທີ່ລັກລອບເຂົ້າໄປປະເທດໄທ ເຊິ່ງຈະມີຄວາມຜິດຖືກຈໍາຄຸກບໍ່ເກີນ 2 ປີ ຫຼື ປັບໄໝເປັນເງິນປະມານ  70 ລ້ານກີບ ແລະ ໃນຕອນນີ້ຊີ້ນໝູທີ່ກວດພົບນັ້ນໄດ້ຖືກຢຶດ ແລະ ນໍາໄປກວດຫາເຊື້ອພະຍາດຕາມມາດຕະການການປ້ອງກັນ ແລະ ຄວບຄຸມໂລກລະບາດ ແລະ ຈະມີການດໍາເນີນຄະດີເປັນຂັ້ນຕໍ່ໄປ.

ແຫຼ່ງຂ່າວ: Matichon

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...