spot_img
Homeຂ່າວພາຍ​ໃນອັດຕາເງິນເຟີ້ເດືອນທັນວາ 2021 ເພີ່ມຂຶ້ນ 5.3% ສູງກວ່າທຸກເດືອນທີ່ຜ່ານມາ

ອັດຕາເງິນເຟີ້ເດືອນທັນວາ 2021 ເພີ່ມຂຶ້ນ 5.3% ສູງກວ່າທຸກເດືອນທີ່ຜ່ານມາ

Published on

ອັດຕາເງິນເຟີ້ເດືອນທັນວາ 2021 ເພີ່ມຂຶ້ນ 5.3% ສູງກວ່າທຸກເດືອນທີ່ຜ່ານມາ ເຊິ່ງປັດໄຈມາຈາກການເໜັງຕີງຂອງໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 12.7%, ຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 8.3%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 8.2%, ໝວດສິນຄ້າ ແລະ ບໍລິການອື່ນໆເພີ່ມຂຶ້ນ 7.9%.

ອີງຕາມບົດລາຍງານອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນທັນວາ 2021 ຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ສະພາບລວມຂອງອັດຕາເງິນເຟີ້ ປະຈຳເດືອນທຽບກັບເດືອນດຽວກັນຂອງປີຜ່ານມາ (ປີຕໍ່ປີ) ເພີ່ມຂຶ້ນ 5.3% ຊຶ່ງເປັນການເພີ່ມຂຶ້ນສູງກວ່າທຸກເດືອນທີ່ຜ່ານມາໃນປີ 2021 ຍ້ອນການເໜັງຕີງຂອງໝວດສິນຄ້າຄື: ໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 12.7%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 8.3%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 8.2%, ໝວດສິນຄ້າ ແລະ ບໍລິການອື່ນໆເພີ່ມຂຶ້ນ 7.9%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 6.8%, ໝວດທີ່ພັກອາໄສ, ນ້ຳປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 5.8%, ໝວດເຄື່ອງນຸ່ງ ແລະ ເກີບ ເພີ່ມຂຶ້ນ 5.4%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 4.9%, ໃນຂະນະດຽວກັນ ໝວດການສຶກສາ ຫຼຸດລົງເລັກໜ້ອຍ 0.4%.

ສໍາລັບການປ່ຽນແປງອັດຕາເງິນເຟີ້ທຽບເດືອນຕໍ່ເດືອນ ປະຈໍາເດືອນທັນວາ ເພີ່ມຂຶ້ນ 0,2% ແລະ ສາເຫດແມ່ນມາຈາກສະພາບຂອງລາຄານໍ້າມັນເຊື້ອໄຟ ຊຶ່ງເປັນປັດໄຈພື້ນຖານໃນການຊຸກຍູ້ ແລະ ຂັບເຄື່ອນການຜະລິດ ແລະ ບໍລິການ ຍັງສືບຕໍ່ເໜັງຕີງເພີ່ມຂຶ້ນ ແລະ ມີທ່າອ່ຽງລາຄາສູງ ຈາກປັດໄຈຂອງລາຄາໃນຕະຫຼາດໂລກສູງຂຶ້ນ, ລາຄາຄໍາຮູບປະພັນ ແມ່ນຍັງມີທ່າອ່ຽງເພີ່ມຂຶ້ນ ໃນຮອບຫຼາຍເດືອນທີ່ຜ່ານມາ ເນື່ອງລາຄາຄໍາໃນຕະຫຼາດໂລກເພີ່ມຂຶ້ນ, ອັດຕາແລກປ່ຽນຍັງເປັນສາເຫດທີ່ກະທົບໃສ່ອັດຕາເງິນເຟີ້ ໂດຍສະເພາະໝວດສິນຄ້ານໍາເຂົ້າ ເພີ່ມຂຶ້ນສູງເຖິງ 10%.

ແຫຼ່ງຂ່າວຈາກ: Lao Youth Radio

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...