spot_img
Homeຂ່າວພາຍ​ໃນ“ຈິ່ນຫົວ ຊິງກັນ” ຢາຈີນ ທີ່ມີປະສິດທພາບໃນການປ້ອງກັນໂຄວິດ-19 ໄດ້ດີ

“ຈິ່ນຫົວ ຊິງກັນ” ຢາຈີນ ທີ່ມີປະສິດທພາບໃນການປ້ອງກັນໂຄວິດ-19 ໄດ້ດີ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ກະຊວງສາທານະສຸກຂອງແຂວງສິນ ປະເທດປາກິດສະຖານ ໄດ້ປະກາດຜົນທົດລອງທາງຄີນິກຂອງຢາເມັດຈີນຍີ່ຫໍ້ “ຈິ່ນຫົວ ຊິງກັນ” ຂອງບໍລິສັດຈູເຊຍຊາງ ປະເທດຈີນ ໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທີ່ໄດ້ຮັບຜົນດີ.

ສູນວິທະຍາສາດເຄມີ ແລະ ຊີວະພາບນານາຊາດ (ICCBS) ຂອງປາກິດສະຖານໄດ້ກໍາເນີນການທົດລອງກັບຜູ້ຕິດເຊື້ອຈໍານວນ 300 ຄົນ ເຊິ່ງມີອາການເລັກໜ້ອຍ ຫາ ປານກາງ ແລະ ປິ່ນປົວຢູ່ເຮືອນ. ເຊິ່ງຜົນການທົດລອງເຫັນວ່າ ຢາເມັດ ຈິນຫົວ ຊິງກັນ ມີປະສິດພາບໃນການປິ່ນປົວສູງເຖິງ 82.67% ແລະ ຍັງມີຄວາມປອດໄພຕໍ່ກັບຜູ້ຕິດເຊື້ອ.

ທ່ານສາສະດາຈານ ດຣ. ເອັມ ຣາຊາ ຊາ ຜູ້ຊ່ຽວຊານຂອງສູນວິທະຍາສາດ ICCBS ໄດ້ລະບຸວ່າຫຼັງຈາກທີ່ຜູ້ຕິດເຊື້ອໄດ້ກິນຢາແລ້ວ ຜູ້ຕິດເຊື້ອກໍມີອາການທີ່ດີຂື້ນເລື້ອຍໆຢ່າງວ່ອງໄວບໍ່ວ່າຈະເປັນອາການເຈັບຫົວ, ໄອ, ເຈັບຄໍ ແລະ ຫາຍໃຈຖີ່.

ທາງດ້ານຂອງປະເທດຈີນໄດ້ມີການນໍາເອົາຢາເມັດຊະນິດນີ້ມາປິ່ນປົວຜູ້ຕິດເຊື້ອໂຄວິດ-19 ສາຍພັນຕ່າງໆພາຍໃນປະເທດມາກ່ອນແລ້ວ ກ່ອນທີ່ຈະແນະນໍາໃຫ້ກັບປະເທດປາກິດສະຖານ ແລະ ທາງໜ່ວຍງານກໍາກັບດູແລດ້ານຢາຂອງປາກິດສະຖານໄດ້ໃຫ້ການຮັບຮອງຜົນການທົດລອງຄັ້ງນີ້ເປັນທີ່ຮຽບຮ້ອຍແລ້ວ.

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...