Homeຂ່າວພາຍ​ໃນລາຍງານການແຜ່ລະບາດຂອງ ໂຄວິດ-19 ວັນທີ 20 ມັງກອນ 2022

ລາຍງານການແຜ່ລະບາດຂອງ ໂຄວິດ-19 ວັນທີ 20 ມັງກອນ 2022

Published on

ວັນທີ 20 ມັງກອນ 2022 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ລາຍງານກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ດັ່ງນີ້:

ສະພາບການລະບາດພະຍາດໂຄວິດ-19 ໃນທົ່ວໂລກເພີ່ມຂື້ນຫຼາຍ ໂດຍສະເພາະມື້ນີ້ໂຕເລກລາຍງານຜູ້ຕິດເຊື້ອໃໝ່ສູງກ່ວາໝູ່ທີ່ເຄີຍລາຍງານຜ່ານມາມີຄົນຕິດເຊື້ອໃນມື້ດຽວສູງກ່ວາ 4 ລ້ານ ຄົນ ແລະ ເສຍຊີວິດໃໝ່ຫຼາຍກ່ວາ 9 ພັນຄົນ ສາເຫດທີ່ຄົນຕິດເຊື້ອສູງ ຂື້ນເນື່ອງຈາກການລະບາດຂອງສາຍພັນໂອໄມຄຣອນທີ່ມີການຕິດເຊື້ອ ແລະ ແຜ່ເຊື້ອໄດ້ຢ່າງໄວວາ, ປະຈຸບັນມີລາຍງານການລະບາດສາຍພັນດັ່ງກ່າວໃນຫຼາຍ ຂົງເຂດເອີຣົບ, ອາຟຣິກກາ ແລະ ອາເມລິກາ, ລວມທັງປະເທດອ້ອມຂ້າງ ສປປ ລາວ.
​ສຳລັບ ສປປ ລາວ ກໍ່ຍັງມີລາຍງານເພີ່ມຂື້ນໃນແຕ່ລະວັນ ສະເພາະວັນທີ່ 1-19 ມັງກອນ ປີ 2022 ມີຜູ້ຕິດເຊື້ອທັງໝົດ 15.264 ກໍລະນີ, ໃນນີ້ຕິດເຊື້ອພາຍໃນ 15.204 ກໍລະນີ, ສະເລ່ຍຄົນເຈັບຕິດເຊື້ອ ແມ່ນຫຼາຍກວ່າ 800 ກໍລະນີ ຕໍ່ວັນ, ໃນນີ້ ການຕິດເຊື້ອຢູ່ນະຄອນຫຼວງວຽງຈັນ ກວມເອົາປະມານ 30% ຖັດລົງມາແມ່ນບັນດາແຂວງພາກກາງ ແລະ ພາກເໜືອ. ການຕິດເຊື້ອ ສ່ວນຫຼາຍຍັງພົບເຫັນກຸ່ມຄົນໃນຄອບຄົວ, ສຳນັກງານອົງການ, ຄ້າຍຄຸມຂັງ, ສະຖາບັນການສຶກສາ, ທະນາຄານ ແລະ ອື່ນໆ…. ຕໍ່ກັບສະພາບການລະບາດດັ່ງກ່າວຍັງບໍ່ມີທ່າອຽງຈະຢຸດຕິລົງ ທັງນີ້ກໍ່ເນື່ອງຈາກການຕິດເຊື້ອພາຍໃນຊຸມຊົນເປັນວົງກ້ວາງ ເກືອບທຸກໆແຂວງ ເຊິ່ງສ່ວນໃຫຍ່ຕິດພັນກັບການເຄື່ອນໄຫວ ແລະ ການດຳລົງຊີວິດປະຈຳວັນ ຂອງບຸກຄົນ, ຂອງສັງຄົມ ທີ່ບໍ່ປະຕິບັດມາດຕະການປ້ອງກັນຕົນເອງ ຢ່າງເຂັ້ມງວດ.
ບັນດາທ່ານທີ່ນັບຖື, ສະພາບການລະບາດພະຍາດໂຄວິດ-19 ໄດ້ແກ່ຍາວເປັນເວລາຫຼາຍກ່ວາ 2 ປີ ເຮັດໃຫ້ບາງຄົນລະເຫຼີງຕໍ່ການປະຕິບັດມາດຕະການປ້ອງກັນຕົນເອງ ຈີ່ງເຮັດໃຫ້ມີການຕິດເຊື້ອມາສູ່ຄົນໃນຄອບຄົວ ແລະ ຜູ້ສູງອາຍຸ ຫຼື ຜູ້ມີພະຍາດປະຈຳຕົວເຮັດໃຫ້ຄົນເຈັບມີອາການໜັກ ແລະ ອາດຈະກ້າວເຖິງຂັ້ນເສຍຊີວິດໄດ້, ສະນັ້ນ ຂ້າພະເຈົ້າຂໍຮຽກຮ້ອງໃຫ້ບັນດາທ່ານ ບຸກຄົນ, ນິຕິບຸກຄົນໃນສັງຄົມ ຈົ່ງຮຽນຮູ້ພະຍາດໂຄວິດ-19 ແລະ ຢູ່ຮ່ວມກັນກັບພະຍາດດັ່ງກ່າວໄດ້ຢ່າງປອດໄພ, ໂດຍການດຳລົງຊີວິດປົກກະຕິແບບໃໝ່ ດ້ວຍຄວາມຄວາມຮັບຜິດຊອບຕົນເອງ ຄຽງຄູ່ກັບການປະຕິບັດບັນດາມາດຕະການທີ່ຄະນະສະເພາະກິດ ວາງອອກໃນແຕ່ລະໄລຍະ ຢ່າງເຄັ່ງຄັດ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ຊຸມຊົນ ໂດຍສະເພາະ ໃຫ້ລະມັດລະວັງ ແລະ ເຂັ້ມງວດ ກ່ຽວກັບການຈັດງານບຸນປະເພນີຕ່າງໆ ແລະ ງານສັງສັນຊຸມແຊວ ແລະ ວິທີການປ້ອງກັນທີ່ ໄດ້ປະສິດທິພາບ ປະສິດທິຜົນກໍ່ຄື ການສັກວັກຊີນໃຫ້ຄົບໂດສ, ການຮັກສາໄລຍະຫ່າງ, ການໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມືໃສ່ສະບູ ຫຼື ເຈວທີ່ມີທາດເຫຼົ້າ
ກ່ອນຈະຈົບຖະແຫຼງຂ່າວໃນມື້ນີ້ ຂ້າພະເຈົ້າກໍ່ຂໍໃຫ່ບັນດາທ່ານຈົ່ງພ້ອມກັນໄປສັກຢາວັກຊີນຕາມຈຸດບໍລິການຕ່າງໆທີ່ກຳນົດໄວ້ ໂດຍສະເພາະການສັກວັກຊີນເຂັມກະຕຸ້ນໃຫ້ທົ່ວເຖີງເພື່ອໃຫ້ມີພູມຄຸ້ມກັນໝູ່, ຮອດປະຈຸບັນ ສປປລາວ ສັກວັກຊີນ
– ເຂັມທີ 1 ໄດ້ 4,665,201 (ອັດຕາປົກຄຸມ 63.58%) ແລະ ທຸກເຂັມທີ່ແນະນໍາ 3,890,379 (ອັດຕາປົກຄຸມ 53.02%).

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...