spot_img
Homeຂ່າວຕ່າງປະເທດລົດກໍາລັງຈະຈົມນໍ້າ ແຕ່ເຈົ້າຂອງລົດອອກມາຖ່າຍຮູບຄູ່ກັບລົດເພື່ອເກັບໄວ້ເປັນທີ່ລະນຶກ

ລົດກໍາລັງຈະຈົມນໍ້າ ແຕ່ເຈົ້າຂອງລົດອອກມາຖ່າຍຮູບຄູ່ກັບລົດເພື່ອເກັບໄວ້ເປັນທີ່ລະນຶກ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ມີແມ່ຍິງຄົນໜຶ່ງໄດ້ຂັບລົດຂ້າມແມ່ນໍ້າທີ່ກາຍເປັນນໍ້າກ້ອນຍ້ອນອາກາດທີ່ໜາວແຮງ ເຮັດໃຫ້ລົດຄັນດັ່ງກ່າວໄປຕໍາກັບນໍ້າກ້ອນ ແລະ ຕົກລົງໄປໃນນໍ້າທີ່ເຢັນ ແຕ່ສິ່ງໜຶ່ງທີ່ເຮັດໃຫ້ຜູ້ເຫັນເຫດການເກີດຄວາມປະຫຼາດໃຈກໍຄືແມ່ຍິງທີ່ຂັບລົດຄັນດັ່ງກ່າວນັ້ນໄດ້ອອກຈາກລົດມາຢືນຢູ່ຫຼັງຄາລົດເພື່ອຖ່າຍຮູບກັບລົດທີ່ກໍາລັງຄ່ອຍໆຈົມລົງນໍ້າໄປ ເຮັດໃຫ້ຜູ້ເຫັນເຫດການເກີດຄວາມຕົກໃຈຕໍ່ກັບສິ່ງທີ່ເກີດຂຶ້ນ.

ໃນຂະນະດຽວກັນຄົນທີ່ອາໄສຢູ່ໃນບໍລິເວນນັ້ນກໍໄດ້ໂທປະສານຫາກູ້ໄພເພື່ອຊ່ວຍເຫຼືອແມ່ຍິງຄົນດັ່ງກ່າວ ໂດຍເຫດຜົນທີ່ອອກມາຖ່າຍຮູບກັບລົດທີ່ກໍາລັງຈົມກໍເພື່ອເກັບໄວ້ເປັນທີ່ລະນຶກ.

ທັງນີ້ກ່ອນທີ່ກູ້ໄພຈະມາຮອດບ່ອນເກີດເຫດ ປະຊາຊົນທີ່ເຫັນເຫດການກໍໄດ້ໃຊ້ເຊືອກເພື່ອໃຫ້ແມ່ຍິງຄົນນັ້ນດຶງຈ່ອງອອກຈາກລົດທີ່ກໍາລັງຈົມນໍ້າ. ສາເຫດທີ່ເຮັດໃຫ້ລົດໄປຕໍາກັບນໍ້າກ້ອນ ແລະ ຈົມລົງໄປໃນນໍ້ານັ້ນແມ່ນແມ່ຍິຄົນດັ່ງກ່າວຂັບລົດດ້ວຍຄວາມໄວທີ່ເກີນກໍານົດ ຈົນເຮັດໃຫ້ເກີດອຸບັດຕິເຫດ ດ້ວຍເຫດນີ້ຈຶ່ງໄດ້ມີການຕັ້ງຂໍ້ຫາຂັບລົດໄວເກີນກໍານົດຈົນເກີດຄວາມອັນຕະລາຍ.

ແຫຼ່ງຂ່າວຈາກ: Jalopnik.com

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...