spot_img
Homeນານາສາລະ9 ເຄັດ​ລັບ ຮັກ​ກັນ​ຢ່າງ​ມີ​ຄວາມ​ສຸກ

9 ເຄັດ​ລັບ ຮັກ​ກັນ​ຢ່າງ​ມີ​ຄວາມ​ສຸກ

Published on

fff

1. ສະແດງ​ຄວາມ​ຮັກ​ຕໍ່​ກັນ ຖື​ເປັນ​ປັດ​ໄຈ​ພື້ນ​ຖານ​ສຳຄັນ​ຂອງ​ການ​ໃຊ້​ຊີວິດ​ຄູ່ ຍິ່ງ​ຫາກໍ່​ຈະ​ຄົບ​ຫາກໍ່​ເບິ່ງ​ໃຈ​ກັນ​ແລ້ວ​ຍິ່ງ​ຕ້ອງ​ສະແດງ​ໃຫ້​ອີກ​ຝ່າຍ​ໄດ້​ຮູ້​ວ່າ​ທ່ານ​ຮັກ​ເຂົາ​ ເພາະ​ສິ່ງ​ນີ້​ຖື​ເປັນ​ສິ່ງ​ທີ່​​ເຕີມ​ເຕັມ​ໃຫ້​ແກ່​ກັນ ລວມ​ເຖິງ​ອີກ​ຝ່າຍ​ຈະ​ໄດ້​ໝັ່ນໃຈ​ໃນ​ຄວາມ​ຮັກ​ທີ່​ມີ ຈະ​ເປັນພຽງ​ແຕ່ການ​ໂອລົມ ຍອກເຍົາ​ກັນ​ກໍ່ໄດ້ແລ້ວ
2. ຫາ​ເວລາ​ໄດ້​ຢູ່​ນຳກັນ  ການ​ທີ່​ໄດ້​ໃຊ້​ເວລາ​ຢູ່ນຳ​ການເຮັດ​ກິດຈະກຳ​ຕ່າງໆ ເຊັ່ນ ເຮັດ​ອາຫານ ຊື້ເຄື່ອງ ເບິ່ງ​ໜັງ ​ແລະ ອື່ນໆ ສິ່ງເຫລົ້ານີ້​ຈະ​ຊ່ວຍ​ໃຫ້​ທ່ານ​ທັງ​ສອງ ໄດ້​​ຄວາມ​ຮັກ​ທີ່​ມີ​ໄດ້​ດີ​ຍິ່ງ​ຂຶ້ນ ທີ່​ສຳຄັນ​ຍັງ​ເປັນ​ໄລຍະເວລາ​ທີ່​ດີ​ໃນ​ການສຶກສາ​ຕົວ​ຕົນ​ຂອງ​ແຕ່​ລະ​ຝ່າຍ​ອີກ​ດ້ວຍ
3. ຖ້າ​ມີ​ເລື່ອງ​ຜິດກັນ ກໍ​ຫັນ​ໜ້າ​ເຂົ້າ​ຫາ​ກັນ​ ເປັນ​ແຟນ​ກັນ​ກໍ​ຄື​ລິ້ນ​ກັບ​ແຂ້ວ​ຕ້ອງ​ມີ​ກະທົບ​ກະ​ທັ່ງ ​ຫລື​ຜິດ​ກັນ​​ເປັນເລື່ອງ​ທຳມະດາ ເພາະ​ຄົນ​ເຮົາ​ບໍ່​ມີ​ຄວາມ​ເຫັນ​ທີ່​ກົງ​ກັນ​ສະເໝີ​ໄປ ຕ່າງ​ຝ່າຍ​ຕ່າງ​ກໍ​ມີ​ເຫດຜົນ​ເປັນ​ຂອງ​ຕົນເອງ ດັ່ງ​ນັ້ນ​ຫາກ​ເກີດ​ການ​ຜິດຖຽງ​ກັນ​ຂຶ້ນ​ຂໍ​ໃຫ້​ໃຈ​ເຢັນ​ໆ ແລ້ວ​ລອງ​ຫັນ​ໜ້າ​ປຶກ​ສາ​ຫາ​ທາງ​ອອກ​ຮ່ວມ​ກັນ​ຈະ​ດີກວ່າ
4. ປຶກ​ສາ​ຄົົນທີ່​ມີ​ປະ​ສົບ​ການ ບາງ​ບັນຫາ​ທີ່​ຜິດ​ກັນ​ອາດຈະ​ຍັງ​ບໍ່​ສາມາດ​ແກ້​ໄຂ​ໄດ້​ຢ່າງ​ຖືກ​ວິທີ ດັ່ງ​ນັ້ນ​ຈຶ່ງ​ຄວນ​ທີ່​ຈະ​ລອງ​ນຳ​ບັນຫາ​ທີ່ເກິດຂື້ນ​ໄປ​ປຶກ​ສາ​ກັບ​ຄົົນທີ່​ມີ​ປະສົບການ​ເບິ່ງ ອາດຈະ​ເປັນ​ໝູ່ , ພີ່ນ້ອງ ຫລື ​ພໍ່​ແມ່​ກໍ​ໄດ້ ເພື່ອຈະ​ໄດ້​ເຈີ​ທາງ​ແກ້​ໄຂ​ບັນຫາ​ທີ່​ຫລາກ​ຫລາຍ
5. ຢ່າ​ຄິດວ່າ​ວຽກເຮືອນ​ເປັນ​ເລື່ອງ​ທີ່​ບໍ່​ສຳ​ຄັນ ທ່ານ​ຮູ້ ​ຫລື ​ບໍ່​ວ່າ​ວຽກ​ເຮືອນ​ຕ່າງໆ ທັງ​ກວາດຖູ​ເຮືອນ ລ້າງ​ຫ້ອງ​ນ້ຳ,ຊັກ​ເສື້ອ​ຜ້າ ລີດ​ເຄື່ອງ ລ້າງ​ຖ້ວຍ ​ແລະ ອື່ນໆ ເຫລົ່າ​ນີ້​ຖື​ເປັນ​ວຽກ​ທີ່​ມີ​ຄ່າ ທີ່​ຈະ​ເຮັດໃຫ້​ເທ່ານ​ທັງ​ສອງ​ໄດ້​ສານ​ສຳພັນ​ໃຫ້​ແໜ້ນ​ແຟ້ນ​ຍິ່ງ​ກວ່າ​ເກົ່າ ຊ່ວຍ​ກັນ​ເຮັດ​ເທື່ອລະ​ນ້ອຍ​ລະ​ນ້ອຍ ຄົນ​ລະ​ໄມ້​ຄົນ​ລະ​ມື ນອກ​ຈາກ​ເຮືອນ​ຈະ​ສະ​ອາດ​ແລ້ວ​ຍັງ​ໄດ້​ມີ​ເວລາ​ຢູ່​ນຳກັນ​ດົນ​ຫລາຍ​ຂຶ້ນ​ອີກ​ດ້ວຍ
6. ເວົ້າ​ຈາດ້ວຍເຫດ ແລະ ຜົນ ໃນ​ຫລາຍໆ ເທື່ອ​ທີ່​ມີ​ການ​ຜິດ​ກັນ ຖ້າຫາກ​ຕ່າງ​ຝ່າຍ​ຕ່າງ​ເວົ້າ​ຈາ​ກັນ​ດ້ວຍ​ອາລົມ​ແລ້ວ​ ຕໍ່​ໃຫ້​ເວົ້າ​ກັນ​ຊ່ຳໃດ​ກໍ​ບໍ່​ມີ​ທາງ​ທີ່​ຈະ​ແກ້​ໄຂ​ບັນຫາ​ໄດ້ ດັ່ງ​ນັ້ນ​ຈຶ່ງ​ຄວນ​ໃຊ້​ເຫດຜົນ​ຫລາຍກວ່າ​ອາລົມ ຮັບ​ຟັງ​ເຫດຜົນ​ຂອງ​ແຕ່​ລະ​ຝ່າຍ ຄວບ​ຄຸມ​ສະຕິ ເທົ່າ​ນີ້​ກໍ​ຈະ​ເຮັດໃຫ້​ແກ້​ໄຂ​ບັນຫາ​ນັ້ນ ໆ ນຳກັນ​ຢ່າງ​ມີ​ປະ​ສິດ​ທິ​ພາບ
7. ໃຫ້​ຂອງ​ຂວັນ​ຊຶ່ງ​ກັນ​ແລະ​ກັນ ບໍ່​ຈຳ​ເປັນ​ຕ້ອງ​ລໍ​ໃຫ້​ເຖິງ​ມື້​ສຳຄັນ​ໆ ຖ້າ​ເຈີ​ສິ່ງ​ທີ່​ອີກ​ຝ່າຍ​ມັກ ຫລື ​ມີ​ຫຍັງທີ່​ເຮັດ​ດ້ວຍ​ຕົວ​ເອງ​ກໍ​ສາມາດ​ໃຫ້​ກັນ​ໄດ້​ຢູ່​ສະເໝີ ຊຶ່ງ​ສິ່ງ​ຂອງ​ທີ່​ໃຫ້​ແກ່​ກັນ​ນັ້ນ​ກໍ​ຈະ​ເປັນ​ເໝືອນ​ສິ່ງ​ແທນ​ໃຈ​ທີ່​ແຕ່​ລະ​ຝ່າຍ​ມີ​ໃຫ້​ຕໍ່ກັນ
8. ເຊື່ອ​ໃຈ​ຊຶ່ງ​ກັນ ​ແລະ​ ກັນ ອີກ​ໜຶ່ງ​ປັດ​ໄຈ​ພື້ນ​ຖານ​ທີ່​ຖ້າ​ຈະ​ຄົບ​ຫາ​ເບິ່ງ​ໃຈ​ກັນ​ແລ້ວ​ຈະ​ຕ້ອງ​ຢຶດ​ຖື​ແລະ ​ປະຕິບັດ​ຕາມ​ໃຫ້ໄດ້ ນັ້ນ​ກໍ​ຄື ການ​ເຊື່ອ​ໃຈ​ ແລະ ​ໄວ້​ໃຈ​ຊຶ່ງ​ກັນ​ ແລະ​ ກັນ ຂ່າວ​ລື​ຕ່າງໆ ຫລື​ເຫດການ​ຕ່າງໆ ທີ່​ຊວນ​ໃຫ້​ເກີດ​ການ​ເຂົ້າໃຈ​ຜິດ​ກໍ​ຢ່າ​ໄປ​ໃສ່​ໃຈ ຈົ່ງ​ເຊື່ອ​ໃຈ ​ແລະ​ ເຊື່ອ​​ໃນ​ສິ່ງ​ທີ່​ແຕ່​ລະ​ຝ່າຍ​ເປັນ ອີກ​ທັງ​ເຊື່ອ​ໝັ້ນ​ໃນ​ຄວາມ​ຮັກ​ທີ່​ມີ​ຕໍ່​ກັນ​ກໍ​ຈະ​ເຮັດໃຫ້​ຄວາມ​ຮັກ​ທີ່​ມີ​ແຂງ​ແຮງ​ຫລາຍ​ຍິ່ງຂຶ້ນ
9. ຄອຍ​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ກັນ ບໍ່​ວ່າ​ຈະ​ເກີດ​ບັນຫາ​ຫຍັງ​ກໍ​ຈະ​ຕາມ ຈະ​ນ້ອຍ​ຫລື​ໃຫຍ່ ຫລາຍ​ໜ້ອຍ​ຂະໜາດ​ໃດ ສິ່ງ​ສຳຄັນ​ທີ່​ເຮັດໃຫ້​ຜ່ານ​ຊ່ວງ​ເວລາ​ເຫລົ່າ​ນັ້ນ​ໄປ​ໄດ້ ກໍ​ຄື ກຳ​ລັງ​ໃຈ ການ​ຖາມສາລະ​ທຸກ​ສຸກ​ດິບ ການ​ໃຫ້​ກຳ​ລັງ​ໃຈ ໃຫ້​ຄຳ​ປຶກ​ສາ ເຫລົ່າ​ນີ້​ລ້ວນ​ແລ້ວ​ແຕ່​ເປັນ​ຢາ​ໃຈ​ຊັ້ນ​ດີ ຮັບຮອງ​ໄດ້​ເລີຍ​ວ່າ ຈະ​ສາມາດ​ຜ່ານ​ຊ່ວງ​ເວລາ​ທີ່​ຍາກ​ລຳ​ບາກ​ໄປ​ໄດ້​ຢ່າງ​ສະບາຍ​ ໆ

 

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...