spot_img
Homeນານາສາລະຮູ້ໄວ້ກ່ອນຄິດຈະໄປຂໍຄືນດີກັບແຟນເກົ່າ

ຮູ້ໄວ້ກ່ອນຄິດຈະໄປຂໍຄືນດີກັບແຟນເກົ່າ

Published on

       25_20140716102827.

          ສໍາລັບ ບາງ​ຄູ່​ການ​ເລີກ​ກັນ​ອາດ​ເກີດ​ຈາກ​ຄວາມ​ບໍ່​ຕັ້ງ​ໃຈ ແຕ່​ເປັນ​ເພາະ​ອາລົມ​ຊົ່ວ​ຄາວ​ຫລັງ​ຈາກ​ທີ່​ຜິດ​ກັນ ຫລື ​ບໍ່​ກໍ​ເປັນ​ແຕ່​ເລື່ອງ​​ເລັກນ້ອຍ​​ເທົ່າ​ນັ້ນ​ເອງ ທັງ​ທີ່​ຈິງ​ກໍ​ບໍ່ແມ່ນ​ບັນຫາ​ໃຫຍ່ໂຕ​ຫຍັງ​ເລີຍ     ແລະ ​ຕອນ​ນີ້​ກຳ​ລັງ​ເສຍ​ໃຈ​ ກັບ​ສິ່ງ​ທີ່ເກິດຂື້ນ ກໍ​ເລີຍ​ຢາກ​ຈະ​ຂໍ​ໂອ​ກາດ​ແຟນ​ເກົ່າໂດຍກັບ​ໄປ​ຄືນດີເພື່ອ​ຂໍ​ແກ້​ໄຂ​ສິ່ງ​ທີ່​ຜິດ​ພາດ ແຕ່​ກ່ອນ​ທີ່​ຄິດ​ຈະ​ໄປຂໍຄືນດີ​ຄວນ​ໄຕ່​ຕອງ​ສິ່ງເຫລົ່ານີ້​ໃຫ້​ດີກ່ອນ
1. ໃຊ້​ຊີວິດ​ຕາມ​ປົກກະຕິ ຍ້ອນ​ກັບ​ໄປ​ຕອນ​ທີ່​ຍັງ​ໂສດ ​ແລະ ​ໃຊ້​ຊີວິດ​ຄື ​ແບບ​ເກົ່າ​ໃຫ້​ໄດ້​ເສຍ​ກ່ອນ ໂດຍ​ການ​ອອກ​ໄປ​ພົບ​ປະ​ເພື່ອນ​ຝູງ​ນຳ ເຮັດ​ກິດຈະກຳ​ທີ່​ເຄີຍ​ມັກ​ເຮັດ​ໃນ​ເວລາ​ວ່າງ ພ້ອມໆກັບ​ເປີດ​          ສັງຄົມ​ຂອງ​ຕົວ​ເອງ​ໃຫ້​ກວ້າງ​ຂຶ້ນ ທີ່​ສຳຄັນ​ພະຍາຍາມ​ໂຟ​ກັດ​ກັບ​ສິ່ງ​ທີ່​ຢູ່​ຕໍ່​ໜ້າ​ກ່ອນ​ສະເໝີ​ແທນ​ທີ່​ຈະ​ຄິດ​ເຖິງ​ແຕ່​ເລື່ອງ ຂອງ​ແຟນ​ເກົ່າ ເພື່ອ​ເສີມ​ສ້າງ​ຄວາມຫມັ້ນ​ໃຈ​ໃນ​ຕົວ​ເອງ ​ແລ ະ​ມີ​ຈິດ​ໃຈ​ທີ່     ຫມັ້ນຄົງ​ແຂງ​ແຮງ​ຍິ່ງ​ຂຶ້ນ

  1. ຄົ້ນ​ຫາ​ສາ​ເຫດ​ໃຫ້​ເຈິ ກ່ອນທີ່ຈະ​ໄປງໍ້ແຟນ​ເກົ່າ ຄວນ​ຫາ​ສາ​ເຫດ​ທີ່​ແທ້​ຈິງ​ໃຫ້​ເຈີ​ກ່ອນ​ວ່າ​ເພາະ​ເຫດ​ໃດ​ທີ່​ເຮັດໃຫ້​​ເຈົ້າ​ຕ້ອງ​ເລີກ​ກັນ ເລີ່ມ​ຈາກ​ລອງ​ສຳ​ລວດ​ຈາກ​ພຶດຕິກຳ​ຂອງ​ຕົວ​ເອງ​ກ່ອນ ໂດຍ​ຂຽນ​ໃສ່​ເຈ້ຍ​ຈາກ​ເລື່ອງ​ທີ່​ແຟນ​ເກົ່າ​ມັກ​ຈະ​ຕິ​ເຈົ້າ​ເລື້ອຍໆ ລວມ​ໄປ​ເຖິງ​ເລື່ອງ​ທີ່​ເຈົ້າ​ຄິດວ່າ​ຄວນ​ຈະ​ປ່ຽນ​ແລ້ວ​ຕໍ່​ດ້ວຍ​ການ​ຫາ​ວິທີ​ແກ້​ໄຂ ເພື່ອ​ປັບ​ປ່ຽນ​ນິ​ໄສ​ນັ້ນ​ໃຫ້​ດີ​ຂຶ້ນ​ ຫລື ​ສະແດງ​ອອກ​ໃນ​ທາງ​ທີ່​ແຕກ​ຕ່າງ​ອອກ​ໄປ
  2. ຫາ​ທາງ​ແກ້​ໄຂ​ສິ່ງ​ທີ່​ເປັນ​ປັນ​ຫາ ຄ່ອຍ​ໆ ພິຈາລະນາ​ແລ້ວ​ຫາ​ທາງ​ແກ້​ໄຂ​ໄປ​ເທື່ອລະ​ບັນຫາເຊັ່ນ ຈະ​ຕ້ອງ​ຕາມ​ຕິດ​ໄປ​ນຳ​ທຸກ​ເທື່ອ​ເວລາ​ທີ່​ເຂົາ​ອອກ​ໄປ​ທ່ຽວ​ກັບ​ໝູ່ ຈາກ​ນີ້​ກໍ​ລຸດ​ພຶດຕິກຳ​ໃຫ້​ໜ້ອຍ​ລົງ​​ແລະ ​ຖາມ​ແຕ່​ຂໍ້​ມູນ​ໜ້ອຍໆ ໃຫ້​ຮູ້​ວ່າ​ເຂົາ​ໄປ​ກັບ​ໃຜ​ຢູ່ໃສກໍ​ພໍ ເພາະ​ຄວາມ​ຫຶງ​ຫວງ​ເກີນ​ໄປ ຈະ​ເຮັດໃຫ້​ແຟນ​ເກົ່າ​ຮູ້ສຶກ​ອຶດ​ອັດ
  3.   ເຮັດ​ຄວາມ​ເຂົ້າໃຈ​ກັບ​ແຟນ​ເກົ່າ ໂອ້ລົມ​ກັບ​ແຟນ​ເກົ່າ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂອ​ກາດ​ທີ່​ຈະ​ກັບ​ມາ​ຮັກ​ກັນ​ຄື​ເກົ່າ ແລະ ​ອະທິບາຍ​ເຖິງ​ສາ​ເຫດ​ໃຫ້​ຊັດເຈນ ພ້ອມ​ກັບ​ເວົ້າ​ຢ່າງ​ເປີດ​ເຜີຍ​ໄປ​ເລີຍ​ວ່າ​ເພາະ​ເຫດ​ໃດ​ທີ່​ເຮັດໃຫ້​ຕັດ​ສິນ​ໃຈ​ເລີກ​ກັນ ພ້ອມ​ກັບ​ຫາ​ທາງ​ເຮັດໃຫ້​ຮັກ​ກັບ​ມາ ແຕ່​ມີ​ຄວາມ​ສຸກຫມັ້ນຄົງ ແລະ ​ມີ​ຄວາມ​ສຳພັນ​ທີ່​ແຂງ​ແຮງ​ຫລາຍກວ່າ​ເກົ່າ ແຕ່​ທີ່​ສຳຄັນ​ໄປ​ກວ່າ​ນັ້ນ ຄື ເຈົ້າ​ຄວນ​ຈະ​ຍອມ​ຮັບ​ຄວາມ​ຜິດ​ຂອງ​ຕົວ​ເອງ​ທີ່​ແຟນ​ເກົ່າ​ບອກ​ມາ​ໃຫ້​ໄດ້​
  4. ເລີ່ມ​ຕົ້ນ​ຄວາມ​ຮັກ​ໃໝ່​ດ້ວຍ​ສິ່ງ​ດີໆ ເລີ່ມ​ຕົ້ນ​ຄວາມ​ສຳພັນ​ໃໝ່​ກັບ​ຄົນ​ເກົ່າ​ດ້ວຍ​ທັດ​ສະນາຄະ​ຕິ​ທີ່​ດີ ພະຍາຍາມ​ເຮັດ​ສິ່ງ​ທີ່​ຄິດວ່າ​ສົ່ງ​ຜົນດີີ​​ຫລາຍ​ທີ່ສຸດ ແລະ ​ຄວບ​ຄຸມ​ຕົວ​ເອງ​ໃຫ້​ເຮັດ​ຕາມ​ທີ່​ຕົກລົງ​ກັນ​ໄວ້​ໃຫ້​ໄດ້ເຊັ່ນ ຖ້າແຟນ​ເກົ່າ​ບໍ່​ມັກ​ໃຫ້​ເຈົ້າ​ມາ​ຊ້າ​ກໍ​ພະຍາຍາມ​ມາ​ໃຫ້​ຕົງ​ເວລາ ແທນ​ທີ່​ຈະ​ປ່ອຍ​ໃຫ້​ຕົວ​ເອງ​ເຮັດ​ຕົວ​ຕາມ​ສະບາຍ ເພາະ​ບໍ່​ຢ່າງ​ນັ້ນ​ບັນຫາ​ນ້ອຍ​ໆ ເຫລົ່າ​ນີ້​ກໍ​ຈະ​ກາຍ​ເປັນ​ບັນຫາ​ໃຫຍ່ ແລະ ​ນຳ​ໄປ​ສູ່​ການ​ເລີກ​ລາ​ກັນ​ອີກ​ເທື່ອ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...