spot_img
Homeຊີວິດແລະຄວາມຮັກ5 ໄລຍະຮັບມື ກັບການສູນເສຍຄົນທີ່ເຮົາຮັກ

5 ໄລຍະຮັບມື ກັບການສູນເສຍຄົນທີ່ເຮົາຮັກ

Published on

ເມື່ອຕ້ອງສູນເສຍຄົນທີ່ເຮົາຮັກໄປຢ່າງບໍ່ມີມື້ກັບມາ ເຮົາບໍ່ສາມາດຕອບໄດ້ເລີຍວ່າຄວາມເຈັບປວດທີ່ຕ້ອງເຈິມັນມີຫຼາຍເທົ່າໃດ, ນໍ້າຕາແຫ່ງຄວາມໂສກເສົ້າເສຍໃຈຈະໄຫຼໂດຍບໍ່ຂາດສາຍ ເພາະຄວາມຮັກ, ຄວາມຜູກພັນທີ່ມີໃຫ້ກັນນັ້ນ ບໍ່ສາມາດລົບລ້າງ ແລະ ທໍາໃຈໄດ້ໃນເວລາອັນສັ້ນ ແລ້ວຕ້ອງເຮັດແນວໃດເມື່ອເຮົາຕ້ອງດໍາເນີນຊີວິດຕໍ່ໄປ ໂດຍທີ່ບໍ່ມີຄົນທີ່ເຮົາຮັກຢູ່ຄຽງຂ້າງອີກຕໍ່ໄປແລ້ວ.

ຫຼາຍຄົນຮູ້ຢູ່ແລ້ວວ່າ ຄວາມຈິງຂອງຊີວິດ ການເກີດ, ແກ່, ເຈັບ, ຕາຍ ເປັນສັດຈະທໍາຂອງໂລກ ແຕ່ຈະມີເທົ່າໃດຄົນທີ່ສາມາດທໍາໃຈ ແລະ ຮັບມືກັບຄວາມສູນເສຍທີ່ເກີດຂຶ້ນໄດ້ຢ່າງງ່າຍດາຍ. ຈິດຕະແພດ Elisabeth Kubler Ross ຈາກຜູ້ຂຽນໜັງສື On Death and Dying ໄດ້ອະທິບາຍກ່ຽວກັບປະຕິກິລິຍາການຕອບສະໜອງຕໍ່ການສູນເສຍໄວ້ເປັນ 5 ໄລຍະດັ່ງຕໍ່ໄປນີ້:

  1. ໄລຍະປະຕິເສດ:

ເມື່ອຕ້ອງສູນເສຍຄົນທີ່ເຮົາຮັກໄປ ຈະເຮັດໃຫ້ເກີດການປະຕິເສດ, ບໍ່ສາມາດຍອມຮັບຄວາມຈິງທີ່ເກີດຂຶ້ນໄດ້ ແລະ ບອກກັບຕົນເອງວ່າສິ່ງທີ່ເກີດຂຶ້ນບໍ່ແມ່ນຄວາມຈິງ ເຊິ່ງໄລຍະນີ້ ຈະເກີດຂຶ້ນໃນຊ່ວງເວລາສັ້ນໆເທົ່ານັ້ນ.

  1. ໄລຍະໃຈຮ້າຍ:

ເມື່ອປະຕິເສດຄວາມຈິງທີ່ເກີດຂຶ້ນບໍ່ໄດ້ແລ້ວຈະເລີ່ມຮູ້ສຶກໃຈຮ້າຍ ເລີ່ມລະບາຍອາລົມກັບຄົນໃກ້ຊິດ ແລະ ກ່າວໂທດຄົນຮອບຂ້າງ, ໂທດຕົນເອງ ໄປຈົນຮອດສິ່ງສັກສິດ, ດິນຟ້າອາກາດ, ເທວະດາ ທີ່ເປັນຕົ້ນເຫດເຮັດໃຫ້ຕ້ອງສູນເສຍຄົນທີ່ຮັກໄປ ເຊິ່ງຄວາມໃຈຮ້າຍນີ້ເປັນອີກໜຶ່ງໃນການສະແດງອອກຂອງຄວາມໂສກເສົ້າອີກແບບໜຶ່ງ.

  1. ໄລຍະຕໍ່ລອງ:

ເລີ່ມສະແດງອາການຕໍ່ລອງ ຂໍຮ້ອງວິງວອນກັບສິ່ງທີ່ຕົນເອງນັບຖື ຫຼື ສິ່ງສັກສິດທັງຫຼາຍເຊັ່ນ: ການສວດມົນ, ພາວະນາ ເພື່ອຂໍໃຫ້ຄົນທີ່ຮັກກັບມາ ແລະ ຂໍໂອກາດໃຫ້ຕົນເອງມີເວລາຫຼາຍກວ່ານີ້. ຕໍ່ມາກໍຈະເລີ່ມຄິດໄປເອງວ່າ ຖ້າຫາກບໍ່ເຮັດສິ່ງນັ້ນ, ຖ້າເຮັດແບບນີ້ ການສູນເສຍກໍຈະບໍ່ເກີດຂຶ້ນ.

  1. ໄລຍະຊຶມເສົ້າ:

ເມື່ອຮັບຮູ້ແລ້ວວ່າ ຕົນເອງບໍ່ສາມາດແກ້ໄຂສິ່ງທີ່ຜ່ານມາໄດ້ ແລະ ຕ້ອງຢູ່ກັບຄວາມສູນເສຍ ກໍຈະເຮັດໃຫ້ຮູ້ສຶກຜິດຫວັງ, ໂດດດ່ຽວ ແລະ ຮູ້ສຶກເບື່ອ ໄປຈົນເຖິງຄິດຫາວິທີທໍາຮ້າຍຕົນເອງ ຫຼື ອາດຈະຮຸນແຮງເຖິງຂັ້ນຂ້າຕົວຕາຍ.

  1. ໄລຍະຍອມຮັບ:

ຈິດໃຈຈະເລີ່ມສະຫງົບ, ຮູ້ສຶກຍອມຮັບ ແລະ ທໍາໃຈກັບສິ່ງເກີດຂຶ້ນໄດ້. ໄລຍະນີ້ຈະເຮັດໃຫ້ພາວະຊຶມເສົ້າຄ່ອຍໆຫາຍໄປ ແລະ ສາມາດດໍາເນິນຊີວິດຕໍ່ໄປໄດ້.

ຄວາມສູນເສຍ ເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ໃນຊີວິດຂອງຄົນເຮົາທຸກຄົນ ສິ່ງທີ່ເຮັດໄດ້ກໍຄື ຕ້ອງຮັບມືກັບມັນຢ່າງມີສະຕິທີ່ສຸດ. ຊ່ວງເວລາທີ່ເສຍໃຈ ກໍຄວນຫາຄົນມາຢູ່ຂ້າງໆ, ຖ້າຫາກຮູ້ສຶກວ່າມັນໜັກຈົນກະທົບຊີວິດປະຈໍາວັນກໍຄວນປຶກສາແພດ ຫຼື ຜູ້ຊຽວຊານເພື່ອແກ້ໄຂບັນຫາຢ່າງຖືກວິທີ.

ຫາກໄດ້ອ່ານມາຮອດບ່ອນນີ້ ຖ້າທ່ານເປັນຄົນໜຶ່ງທີ່ກໍາລັງເຈິກັບຄວາມສູນເສຍ ເຮົາຂໍເປັນອີກກໍາລັງໃຈໜຶ່ງໃຫ້ທ່ານຜ່ານມັນໄປໄດ້ໂດຍໄວ ເພາະເຮົາເຊື່ອວ່າຄົນທີ່ຈາກໄປ ເຂົາຄົງຢາກເຫັນທ່ານຍິ້ມຫຼາຍກວ່າໂສກເສົ້າຢ່າງແນ່ນອນ.

ຂໍ້ມູນຈາກ: Sanook

ບົດຄວາມຫຼ້າສຸດ

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...

ສຕລ ປະກາດລາຍຊື່ 22 ນັກເຕະລາວ ລຸຍບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ

ປະກາດລາຍຊື່ 22 ນັກເຕະລາວ ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ. ທີມຊາດລາວຮຸ່ນອາຍຸບໍ່ເກີນ23 ປີ ຫຼື U23 ພາຍໃຕ້ການຄຸມທີມຂອງ ທ່ານ ຮາ...

ລໍ້າໜ້າໄປອີກຂັ້ນ 10G ຈາກຈີນໄວທີ່ສຸດໃນໂລກ ດາວໂຫຼດຂໍ້ມູນ 20GB ໃນເວລາ 20 ວິນາທີ

ເຊິ່ງໃນກ່ອນໜ້ານີ້ປະເທດຍີ່ປຸ່ນໄປເປີດໂຕ 6G ທີ່ໄວທີ່ສຸດໃນໂລກເຊິ່ງມີກຳນົດນນຳໃຊ້ໃນຕົ້ນປີ 2030, ແຕ່ຕອນນີ້ປະເທດຈີນໄດ້ເປີດໂຕບໍລິການອິນເຕີເນັດບຣອດແບນຄວາມໄວ 10 Gbps ຕໍ່ວິນາທີ (10G) ເປັນຄັ້ງທຳອິດຂອງໂລກ. ໂຄງການນີ້ເປັນການຮ່ວມມືລະຫວ່າງບໍລິສັດ China Unicom ແລະ ບໍລິສັດ...

ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 (The 25th SCO Summit) ໃນລະຫວ່າງວັນທີ 31ສິງຫາ - 1...