spot_img
Homeຂ່າວການພັດທະນາຂັບເຄື່ອນເສດຖະກິດຂອງ ສປປ ລາວ ໃຫ້ຈະເລີນເຕີບໂຕໄວຂຶ້ນດ້ວຍການບໍລິການຂົນສົ່ງໂລຈີສຕິກ

ຂັບເຄື່ອນເສດຖະກິດຂອງ ສປປ ລາວ ໃຫ້ຈະເລີນເຕີບໂຕໄວຂຶ້ນດ້ວຍການບໍລິການຂົນສົ່ງໂລຈີສຕິກ

Published on

ໃນວັນທີ 31 ທັນວາ 2021 ທີ່ສະຖານີໂທລະພາບແຫ່ງຊາດລາວ, ທ່ານ ຈັນທອນ ສິດ ທິໄຊ ປະທານບໍລິສັດ ວຽງຈັນໂລຈີສຕິກ ພາກ ຈຳກັດ ໄດ້ໃຫ້ສຳພາດຜ່ານລາຍການຮອບເມືອງເລື່ອງການພັດທະນາ ຜ່ານທາງໂທລະພາບແຫ່ງຊາດລາວຊ່ອງ 3 ວ່າ: ວຽງຈັນໂລຈີສຕິກ ພາກ (ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ) ເປັນໜຶ່ງສ່ວນຂອງໂຄງການໃຫຍ່ ລາວໂລຈິສຕິກລິ້ງ ໂດຍຖືເອົາຍຸດທະສາດຂອງລັດຖະບານ ວ່າດ້ວຍການຫັນຈາກ ປະເທດລາວທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດ ດ້ານການຂົນສົ່ງການຄ້າ ແລະ ການບໍລິການດ້ານການຄ້າຜ່ານແດນຕ່າງໆ ທີ່ມີຄວາມສຳຄັນໃນການອຳນວຍຄວາມສະດວກ ໃຫ້ແກ່ການລຳລຽງຂົນສົ່ງ ຕາມຍຸດທະສາດການພັດທະນາໂລຈີສຕິກຂົນ ສົ່ງສິນຄ້າຂອງລາວ ໃຫ້ມີຄວາມສະດວກວ່ອງໄວ, ປອດໄພ, ທັນສະໄໝ, ຍືນຍົງ ເປັນມິດຕໍ່ສິ່ງແວດລ້ອມ ເພີ່ມຄວາມສາມາດເຊື່ອມໂຍງເຊື່ອມຈອດ ກັບພາກພື້ນ ແລະ ສາກົນ.

ທ່ານ ຈັນທອນ ສິດທິໄຊ ໄດ້ໃຫ້ຮູ້ວ່າ: ການສ້າງລະບົບໂຄງລ່າງພື້ນຖານ ແລະ ລະບົບການບໍລິການທີ່ໂລ່ງລ່ຽນ, ວ່ອງໄວ, ປອດໄພ, ມີປະສິດທິພາບຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງນີ້ເປັນຂີດໝາຍສຳຄັນໃນການຫລຸດຕົ້ນທຶນ ແລະ ເວລາໃນການຂົນສົ່ງ. ພ້ອມກັນນີ້, ຍັງເພີ່ມຄວາມສາມາດແຂ່ງຂັນ ແລະ ສັກກະຍະພາບທາງດ້ານການຄ້າ ແລະ ການຂົນສົ່ງ ທັງເປັນການດຶງດູດ ແລະ ສົ່ງເສີມການລົງທຶນຂອງຕ່າງປະເທດເຂົ້າມາທໍາການຜະລິດ, ດຳເນີນການຄ້າ ກໍ່ຄື ການບໍລິການຂົນສົ່ງໂລຈີສຕິກ ຈະປະກອບສ່ວນສຳຄັນ ໃນການຂັບເຄື່ອນເສດຖະກິດຂອງ ສປປ ລາວ ໃຫ້ຈະເລີນເຕີບໂຕໄວຂຶ້ນ. ພວກເຮົາສາມາດເຊື່ອມໂຍງກັບໂລກໄດ້ ຜ່ານບັນດາໂຄງການຂອງລາວໂລຈິສຕິກນີ້, ໂດຍສະເພາະ ໂຄງການທ່າບົກທ່ານາແລ້ງ ເຮັດໃຫ້ສາມາດເຊື່ອມໂຍງ, ເປັນປະຕູທີ່ສຳຄັນໃນການເຊື່ອມໂຍງເຊື່ອມຈອດ ແລະ ເປັນປະຕູສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມ ໃນອະນາຄົດ, ເຮັດໃຫ້ປະເທດລາວເປັນໂສ້ຂໍ້ກາງ ແລະ ມີບົດບາດໃນເລື່ອງການເຊື່ອມໂຍງເຊື່ອມຈອດ ໃຫ້ກັບກຸ່ມປະເທດທີ່ມີທ່າແຮງທາງດ້ານອຸດສາຫະ ກຳ ແລະ ການຜະລິດ ເປັນຕົ້ນ ໄທ, ຫວຽດນາມ, ຈີນ ແລະ ທະວີບຕ່າງໆ.

ທ່ານ ຈັນທອນ ສິດທິໄຊ ກ່າວຕື່ມວ່າ: ໂຄງການໂລຈິສຕິກ ເປັນເລື່ອງໃໝ່ຂອງປະເທດລາວ ແຕ່ມັນກໍບໍ່ເປັນເລື່ອງໃໝ່ຂອງສັງຄົມໂລກ ເນື່ອງຈາກປະເທດຕ່າງໆ ໄດ້ໃຊ້ກົນໄກໃນດ້ານໂລຈິສຕິກ ໃນການພັດທະນາເສດຖະກິດ ພວກເຮົາໄດ້ຖອດຖອນບົດຮຽນນັ້ນມານຳໃຊ້ຢູ່ປະເທດເຮົາ, ເຊິ່ງໂຄງການດັ່ງກ່າວ ໄດ້ເລີ່ມສຶກສາຄວາມເປັນໄປໄດ້ ແຕ່ ປີ 2013 ແລະ ເລີ່ມເຮັດສັນຍາສໍາປະທານລົງມືກໍ່ສ້າງ ເດືອນ ທັນວາ 2020 ເຊິ່ງເວລາໃນການກໍ່ສ້າງພຽງ 11 ເດືອນ ແລະ ໄດ້ເປີດນໍາໃຊ້ ໃນວັນທີ 4 ທັນວາ 2021 ຜ່ານມາ,ເຊິ່ງໄດ້ມີການຂົນສົ່ງທັງເຂົ້າມາລາວ ແລະ ຜ່ານແດນຫລາຍພັນຕູ້ ສະເລ່ຍມື້ໜຶ່ງປະມານ 100 ກວ່າຕູ້ຄອນເທັນເນີ. ໂຄງນີ້, ເປັນໂຄງການເສີມຄວາມເຂັ້ມແຂງຕໍ່ຍຸດທະສາດ ໃນການເຊື່ອມໂຍງເຊື່ອມຈອດຂອງລັດຖະບານ ເນື່ອງຈາກເຮົາມີໂຄງຮ່າງພື້ນຖານຂອງປະເທດທີ່ສາມາດ ເຊື່ອມໂຍງກັບສາກົນ ແລະ ໂລກໄດ້, ເປີດປະຕູສູ່ປະເທດເຊື່ອມໂຍງດ້ານການຄ້າໄດ້ ແນ່ນອນຈຸດນີ້ ຈະຫັນປ່ຽນປະເທດລາວ ໄປໃນທາງທີ່ດີ ແລະ ມີຄວາມໝັ້ນຄົງ ຖາວອນໃນການສ້າງລາຍຮັບ ເຂົ້າງົບປະມານ ກໍຄື ສ້າງລາຍຮັບໃຫ້ແກ່ປະຊາຊົນພາຍໃນປະເທດ. ຍົກຕົວຢ່າງ: ເມື່ອກ່ອນເຮົາຂົນສົ່ງສິນຄ້າຈາກ ສປປ ລາວ ໄປຜ່ານທ່າເຮືອແຫລມສະບັງ ຢູ່ ປະເທດໄທ, ອອກຈາກໄທ ອ້ອມແຫລມມາລາກາ ໄປ ສປ ຈີນ ເຊິ່ງໃຊ້ເວລາໃນການຂົນສົ່ງ 30 ມື້, ແຕ່ມາຮອດປັດຈຸບັນ ເຮົາຂຶ້ນສິນຄ້າຢູ່ນະຄອນຫລວງວຽງຈັນຮອດຄຸນໝິງ, ສປ ຈີນ ໃຊ້ເວລາພຽງແຕ່ມື້ດຽວ. ນອກຈາກນີ້, ການສົ່ງສິນຄ້າເດືອນໜຶ່ງຕໍ່ 1 ຮອບ, ເຊິ່ງໃນອະນາຄົດສາ ມາດສົ່ງສິນຄ້າຢ່າງໜ້ອຍອາທິດລະຄັ້ງ (ເດືອນໜຶ່ງໄດ້ 4 ຮອບ). ເມື່ອກ່ອນເຮົາເສຍປຽບເລື່ອງການຂົນ ສົ່ງສິນຄ້າຂອງະເທດລາວ ພາກໂລຈິສຕິກ ທັງໝົດໂດຍລວມເທົ່າກັບ 35-40% ຂອງຕົ້ນທຶນສິນຄ້າ ແຕ່ໃນອະນາຄົດເຮົາມີໂລຈິສຕິກແບບຄົບວົງຈອນ ເຮົາຈະເຫລືອພຽງແຕ່ 15% ຂອງຕົ້ນທຶນສິນຄ້າເທົ່ານັ້ນ. ນອກຈາກນີ້, ຄວາມອາດສາມາດຂອງການຮອງຮັບສິນຄ້າ ແລະ ການຮອງຮັບການຂົນສົ່ງຂອງວຽງຈັນໂລຈິສຕິກ, ເຊິ່ງໃນໄລຍະ 3 ປີທໍາອິດເຮົາສາມາດບໍລິການໄດ້ 5 ແສນຄອນເທັນເນີຕໍ່ປີ ຫລັງຈາກ 3 ປີຂ້າງໜ້າ ກໍຈະສາມາດບໍລິການໄດ້ 1,5 ລ້ານ ຄອນເທັນເນີຕໍ່ປີ, ເຊິ່ງເທົ່າກັບທ່າເຮືອລະດັບໃຫຍ່ໆໄດ້. ແຕ່ເຖິງຢ່າງໃດກໍຕາມ, ພວກເຮົາຍັງພົບຫລາຍບັນຫາ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ກົນໄກຂອງການຂົນສົ່ງສິນຄ້າ ລະຫວ່າງຕູ້ສິນຄ້າຂາເຂົ້າ ກັບຕູ້ສິນຄ້າຂາອອກ ມັນບໍ່ດຸນດ່ຽງກັນ. ຈຸດອ່ອນອີກຈຸດໜຶ່ງ ກໍຄືໃນປັດຈຸບັນ ທີ່ເຮົາມີພື້ນຖານໂຄງລ່າງທີ່ດີແລ້ວ ຄືລົດໄຟ ແລະ ມີທ່າບົກທ່ານາແລ້ງ ເພື່ອເປັນຈຸດເຊື່ອມໂຍງ ລະຫວ່າງລົດໄຟກັບທ່າບົກ ເພື່ອໃຫ້ເຮັດກິດຈະກຳເລື່ອງຂອງການບັນຈຸ, ຫຸ້ມຫໍ່ ແລະ ທຸລະກຳທາງດ້ານເອກະສານ ເພື່ອສົ່ງສິນຄ້າອອກໄປນາໆປະເທດ, ແຕ່ພວກເຮົາຍັງມີບັນຫາ ກໍຄືເລື່ອງຂອດຂັ້ນຂອງການບໍລິການ ແລະ ການກວດກາສິນຄ້າຜ່ານແດນ, ຍ້ອນວ່າປະເທດຈີນ ຍັງຈຳ ກັດໃນການໃຫ້ສິນຄ້າລາວ ຫລື ສິນຄ້າຕ່າງປະເທດ ຜ່ານແດນຈາກລາວໄປຫາຈີນ ປະເພດພືດດຽວນີ້ຈີນຈະຮັບແຕ່ຢາງພາລາ ແລະ ແຮ່ທາດບາງປະເພດເທົ່ານັ້ນ, ເນື່ອງຈາກມາດຕະການປ້ອງກັນຕ່າງໆ ການລະບາດຂອງພະຍາດໂຄວິດ-19 ແລະ ສິ່ງນີ້ແມ່ນຈໍາເປັນທີ່ສຸດ ທີ່ຢາກໃຫ້ລັດຖະບານອອກມາຊ່ວຍເຈ ລະຈາກັບຝ່າຍຈີນ ເພື່ອວ່າເຮັດແນວໃດໃຫ້ເຮົາມີຈຸດກວດຮ່ວມກັນ, ເຊິ່ງມັນຈະເຮັດໃຫ້ເກີດຄວາມວ່ອງໄວໃນຂອດການບໍລິການ ແລະ ເພື່ອອຳນວຍຄວາມສະດວກ. ພ້ອມທັງຈະເຮັດໃຫ້ຫລາຍຄົນຫັນມາຂົນສົ່ງ ຫລື ນຳໃຊ້ທາງລາງຫລາຍຂຶ້ນ ໂດຍສະເພາະເສັ້ນທາງລົດໄຟລາວ-ຈີນ.

ແຫຼ່ງຂ່າວ: ປະເທດລາວ Pathedlao

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...