spot_img
Homeຂ່າວການພັດທະນາApple ຈັດເຕັມແຈກໂບນັດໃຫ້ພະນັກງານ ເພື່ອບໍ່ໃຫ້ຍ້າຍໄປເຮັດວຽກບ່ອນອື່ນ

Apple ຈັດເຕັມແຈກໂບນັດໃຫ້ພະນັກງານ ເພື່ອບໍ່ໃຫ້ຍ້າຍໄປເຮັດວຽກບ່ອນອື່ນ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ໃນວັນທີ 29 ທັນວາ 2021 ບໍລິສັດ Apple ໄດ້ປະກາດແຈກໂບນັດໃຫ້ກັບພະນັກງານທີ່ເປັນວິສະວະກອນໃນຮູບແບບຮຸ້ນຂອງບໍລິສັດທີ່ມີມູນຄ່າລະຫວ່າງ 50,000 ຈົນເຖິງ 180,000 ດອລລ້າ ສໍາລັບພະນັກງານທີ່ເຮັດວຽກຄົບ 4 ປີ ຂຶ້ນໄປ ແລະ ມີຜົນການປະຕິດບັດວຽກຕາມເງື່ອນໄຂ.

ຈາກການລາຍງານໄດ້ລະບຸວ່າ ຮຸ້ນທີ່ໃຫ້ເປັນໂບນັດນັ້ນຢູ່ໃນຮູບແບບຂອງ Vesting ຫຼື ການມອບຮຸ້ນໃຫ້ກັບພະນັກງານເພື່ອເປັນການຕອບແທນສໍາລັບການເຮັດວຽກ ໂດຍຈະມີການທະຍອຍໃຫ້ ຫຼື ອາດຈະໃຫ້ຄັ້ງດຽວ ເມື່ອພະນັກງານມີໄລຍະເວລາການເຮັດວຽກຕາມກໍານົດ ແລະ ມີເງື່ອນໄຂຄົບຖ້ວນ ຖ້າຫາກພະນັກງານທີ່ໄດ້ຮັບຮຸ້ນນີ້ ລາອອກກ່ອນກໍານົດຈະຖືກຕັດສິດໃນຮຸ້ນດັ່ງກ່າວ.

ສາເຫດໃນການແຈກໂບນັດໃນຮູບແບບຂອງຮຸ້ນນີ້ກໍເພື່ອເປັນການຈູງໃຈໃຫ້ກັບພະນັກງານວິສະວະກອນຂອງບໍລິສັດ Apple ເຊິ່ງເປັນບຸກຄະລາກອນທີ່ມີຄວາມສໍາຄັນຢ່າງຍິ່ງ ຫຼັງຈາກທີ່ກ່ອນໜ້ານີ້ມີພະນັກງານວິສະວະກອນປະມານ 100 ຄົນກຽມລາອອກເພື່ອຍ້າຍໄປເຮັດວຽກໃຫ້ກັບບໍລິສັດໃຫຍ່ທາງດ້ານໄອທີກໍຄືບໍລິສັດ Meta ຫຼື Facebook.

ເຖິງຢ່າງໃດກໍຕາມ ກໍຍັງມີລາຍງານວ່າທາງບໍລິສັດ Apple ກໍໄດ້ມີການຈ້າງພະນັກງານຝ່າຍປະຊາສໍາພັນຂອງບໍລິສັດ Facebook ມາເຮັດວຽກໃຫ້ກັບຕົນເອງເຊັ່ນກັນ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...