Homeຂ່າວພາຍ​ໃນຂໍສະແດງຄວາມຍິນດີກັບນາງສາວລາວ 2021

ຂໍສະແດງຄວາມຍິນດີກັບນາງສາວລາວ 2021

Published on

ຜ່ານໄປແລ້ວ! ກັບງານການປະກວດນາງສາວລາວ 2021 (Miss Laos 2021) ໃນຄໍ່າຄືນ ຂອງວັນທີ 25 ທັນວາ 2021 ນີ້, ເຊິ່ງຜູ້ທີ່ໄດ້ຕຳແໜ່ງນາງສາວລາວປະຈຳປີ 2021 (ຊະນະເລີດ) ໄດ້ແກ່ ML10 ນາງ ທິດາຈັນ ວິສີສົມບັດ ສາວງາມຈາກນະຄອນຫຼວງວຽງຈັນ, ສາວງາມເຕັມດ້ວຍຄວາມສາມາດ ແລະ ກ້າສະແດງອອກໃນຮອບດ້ານ ສາມາດເອີ້ນຄະແນນ ແລະ ຊະນະໃຈກຳມະການໄດ້ຢ່າງເຕັມທີ່.

ຮອງອັນດັບທີ 1 ໄດ້ແກ່: ML8 ນາງກັນລະຍາ ໂຄດໂຍທາ

ຮອງອັນດັບທີ 2 ໄດ້ແກ່: ML13 ນາວ ເມກຂະຫຼາ ຈະເລີນໄຊ

ຮອງອັນດັບທີ 3 ໄດ້ແກ່: ML2 ນາງ ພອນສະຫວັນ ກັນຫາໄຊ

ຮອງອັນດັບທີ 4 ໄດ້ແກ່: ML 30 ນາງ ພີລະໝີງ ພູມມີ

ທາງທີມງານລາວໂພສຂໍສະແດງຄວາມຍິນດີກັບນ້ອງນາງສາວທັງ 5 ທຸກຄົນເກັ່ງຫຼາຍ ຈົ່ງປະຕິບັດໜ້າທີ່ ແລະ ພາລະກິດຂອງຕົນຕໍ່ໄປ.

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...