spot_img
Homeຂ່າວຕ່າງປະເທດສຸດໂຫດ! ກຸ່ມຕາລີບັນ ກໍ່ເຫດລະເບີດສະຫລະຊີບ ຢູ່ປາກີສະຖານ ເສຍຊີວິດຢ່າງໜ້ອຍ 50 ຄົນ ບາດເຈັບອີກນັບຮ້ອຍ!

ສຸດໂຫດ! ກຸ່ມຕາລີບັນ ກໍ່ເຫດລະເບີດສະຫລະຊີບ ຢູ່ປາກີສະຖານ ເສຍຊີວິດຢ່າງໜ້ອຍ 50 ຄົນ ບາດເຈັບອີກນັບຮ້ອຍ!

Published on

 

NjpUs24nCQKx5e1DGoE0uVZK0y39cut7wtG89Hq04bV

ເກີດເຫດລະເບີດສະຫລະຊີບ ບໍລິເວນຊາຍແດນປາກີສະຖານ – ອິນເດຍ ເສຍຊີວິດຢ່າງໜ້ອຍ 50 ຄົນ ແລະ

ບາດເຈັບອີກກ່ວາ 100 ຄົນ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກນີ້ວ່າ ກຸ່ມຕິດອາວຸດເຄືອຂ່າຍກຸ່ມຕາລີບັນ ໃນປາກີສະ

ຖານ ໄດ້ອອກອ້າງຄວາມຮັບຜິດຊອບ ກໍ່ເຫດລົງມືລະເບີດສະຫລະຊີບສະເທືອນຂັວນຂຶ້ນ ທີ່ດ້ານນອກຮ້ານ

ອາຫານແຫ່ງໜຶ່ງ ບໍລິເວນດ່ານຊາຍແດນວາກາ ໃກ້ເມືອງລາຮໍ ຂອງປາກີສະຖານ ເຊິ່ງເປັນດ່ານຊາຍແດນ

ສຳຄັນດ້ານຕິດກັບປະເທດອິນເດຍ ເມື່ອວັນອາທິດ 2 ພະຈິກທີ່ຜ່ານມາ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຢ່າງ

ໜ້ອຍ 50 ຄົນ ໃນຂະນະທີ່ມີຜູ້ໄດ້ຮັບບາດເຈັບເດຍລະດາດ 100 ຄົນ ໂດຍໃນຈຳນວນນີ້ ອາການສາຫັດກ່ວາ

15 ຄົນ.

 

ຈາກການສືບສວນເບື້ອງຕົ້ນຂອງເຈົ້າໜ້າທີ່ຄາດວ່າ ລະເບີດທີ່ໃຊ້ໃນການກໍ່ເຫດ ເປັນລະເບີດນ້ຳໜັກປະມານ

10-15 ກິໂລກຣາມ ແລະ ມືລະເບີດສາມາດຜ່ານດ່ານກວດຄົ້ນໄປໄດ້ເຖິງ 4 ຈຸດ, ສ່ວນຕົວຕົນຂອງມືລະເບີດນັ້ນ

ຄາດວ່າຈະເປັນຜູ້ຊາຍອາຍຸປະມານ 18-20 ປີ ເຊິ່ງມາຈາກກຸ່ມກໍ່ການຮ້າຍຕາລີບັນ ໃນປາກີສະຖານ.

 

NjpUs24nCQKx5e1DGoE0uVZK0y39cu2ROjm0WgAwoKw

NjpUs24nCQKx5e1DGoE0uVZK0y39cu3yVMI4KjSEA9G

NjpUs24nCQKx5e1DGoE0uVZK0y39cuxMX1IcJOiNiAW

EyWwB5WU57MYnKOuFIzHO8RAyOG7qtEOYpOt5c0JITl8aZrldwYCgn

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...