spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ເຮັດບົດບັນທຶກຫ້າມຈໍາໜ່າຍບັ້ງກະໂພກກັບ 10 ຮ້ານ ໃນບ້ານໂພນຕ້ອງສະຫວາດ

ເຈົ້າໜ້າທີ່ເຮັດບົດບັນທຶກຫ້າມຈໍາໜ່າຍບັ້ງກະໂພກກັບ 10 ຮ້ານ ໃນບ້ານໂພນຕ້ອງສະຫວາດ

Published on

ປກສ ກຸ່ມ 4 ໂພນຕ້ອງ ສົມທົບພາກສ່ວນກ່ຽວຂ້ອງ ລົງສ້າງບົດບັນທຶກຫ້າງຮ້ານຈຳນວນ 10 ຮ້ານ ຢູ່ບ້ານໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ໂດຍຫ້າມຈໍາໜ່າຍ ຫຼື ຂາຍບັ້ງກະໂພກ, ບັ້ງພຸ, ບັ້ງໄຟ ສິ່ງທີ່ເປັນທາດແຕກຕ່າງໆ ເພື່ອປະກອບສ່ວນໃນການປ້ອງກັນຄວາມສະຫງົບ ຢູ່ຫົວໜ່ວຍ, ຄອບຄົວ ກຽມພ້ອມຕ້ອນຮັບເທສະການປີໃໝ່ສາກົນ ປີ 2022 ແລະການກະກຽມເປີດປະເທດ ປີ 2022.

ວັນທີ 22 ທັນວາ 2021, ບ້ານໂພນຕ້ອງສະຫວາດ, ເມືອງຈັນທະບູລີ ໄດ້ລົງສ້າງບົດບັນທຶກກັບບັນດາຫ້າງຮ້ານ ຈໍານວນ 10 ຮ້ານ ຢູ່ພາຍໃນບ້ານ ນໍາພາໂດຍ ສະຫາຍ ຮອ ນາງ ອານຸສອນ ແສງຄໍາຢອງ ແລະ ຮທ ພິນລາວັນ ແສນສູນທອນ ພະນັກງານກໍ່ສ້າງຮາກຖານ ປກສ ກຸ່ມ 4 ໂພນຕ້ອງ ບໍ່ໃຫ້ ບັນດາ 10 ຮ້ານ ຈໍາໜ່າຍບັ້ງກະໂພກ, ບັ້ງພຸ, ບັ້ງໄຟ ສິ່ງທີ່ເປັນທາດແຕກຕ່າງໆ ເຊິ່ງບົດບັນທຶກ ປະກອບມີ 6 ເນື້ອໃນຕົ້ນຕໍ ດັ່ງນີ້:

1. ຫ້າມຊື້-ຂາຍ ຈໍາໜ່າຍອຸປະກອນທີ່ມີສຽງແຕກ (ບັ້ງກະໂພກ, ບັ້ງໄຟດອກ) ທຸກປະເພດຢ່າງເດັດຂາດ.
2. ຫ້າມບໍ່ໃຫ້ມີສຽງແຕກເກີດຂຶ້ນ ຫຼື ເປີດໂອກາດໃຫ້ກຸ່ມຄົນບໍ່ດີສວຍໃຊ້ຫ້າງຮ້ານ, ເຄຫະສະຖານບ້ານ-ເຮືອນຂອງຕົນກໍ່ຄວາມບໍ່ສະຫງົບ.
3. ບໍ່ອະນຸຍາດໃຫ້ບັນດາຫ້າງຮ້ານ ຫຼື ຫົວໜ່ວຍທຸລະກິດ ປະປ່ອຍໃຫ້ຄົນບໍ່ດີ, ບຸກຄົນມາໃຊ້ສະຖານທີ່ ເພື່ອເຄື່ອນໄຫວຄ້າມະນຸດ ແລະ ບັນຫາໂສເພນີ.
4. ປ້ອງກັນເຄຫະສະຖານ ຫ້າງຮ້ານຂອງຕົນໃນການໃຊ້ສຽງດັງລົບກວນເຮືອນໃກ້ຄຽງ ແລະ ບັນຫາອັກຄີໄພ ເດັດຂາດບໍ່ໃຫ້ເກີດຂຶ້ນ.
5. ໃຫ້ຄວາມຊ່ວຍເຫຼືອເຈົ້າໜ້າທີ່ ແລະ ອໍານາດການປົກຄອງບ້ານ ຢ່າງສຸດຄວາມສາມາດໃນດ້ານວຽກງານຮັກສາຄວາມສະຫງົບ ພົບເຫັນກໍລະນີໃດທີ່ບໍ່ຈິງ ໃຫ້ລາຍງານຕໍ່ເຈົ້າໜ້າທີ່ກ່ຽວຂ້ອງ.
6. ເປັນເຈົ້າການຮັກສາຄວາມສາມັກຄີ ແລະ ປະຕິບັດກົດໝາຍຂອງລັດ ກໍ່ຄືມະຕິຄໍາສັ່ງຂອງຂັ້ນເທິງວາງອອກ ແຕ່ລະໄລຍະຢ່າງເຂັ້ມງວດ, ການເຄື່ອນໄຫວໃຫ້ບໍລິການ (ປິດ-ເປີດ) ຕ້ອງປະຕິບັດຕາມໂມງເວລາທີ່ການຈັດຕັ້ງກໍານົດໄວ້.

ແຫຼ່ງຂໍ້ມູນ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...