spot_img
Homeຂ່າວພາຍ​ໃນຂໍ້ມູນຜູ້ເສຍຊີວິດໃໝ່ 4 ກໍລະນີ ວັນທີ 22 ທັນວາ 2021

ຂໍ້ມູນຜູ້ເສຍຊີວິດໃໝ່ 4 ກໍລະນີ ວັນທີ 22 ທັນວາ 2021

Published on

ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດໃໝ່ 04 ຄົນ, ລາຍລະອຽດດ່ັງນີ້:
1. ເພດຍີງ; ອາຍຸ: 68 ປີ; ອາຊີບ: ຜູ້ເຖົ້າ; ບ້ານຢູ່ປະຈຸບັນ: ໃໝ່, ເມືອງ: ຫຼວງນໍ້າທາ, ແຂວງ: ຫຼວງນໍ້າທາ
– ເຂົ້າໂຮງໝໍ: 19/12/2021 , ເທັດ RDT COVID-19 (+)
– ປະຫວັດພະຍາດປະຈໍາຕົວ: ໄຂ່ຫຼັງຊຸດໂຊມຂັ້ນ ແລະ ຄວາມດັນເລືອດສູງ
– ບໍ່ໄດ້ຮັບການສັກ vaccine
– ອາການສະແດງ: ຄົນເຈັບມີປະຫວັດ ຫົວໃຈ ແລະ ໄຂ່ຫຼັງຊູດໂຊມຊໍ້າເຮືອ ບໍ່ໄດ້ຮັບການຟອກເລືອດ ມີອາການຈືດມ້ານໄດ້ໃສ່ເລືອດປະຈໍາ ກ່ອນມາໂຮງໝໍ ມີອາການ ອິດເມື່ອຍແຮງ, ຈືດມ້ານ, ສະຕິງ້ວງຊືມ
– ໄດ້ຕິດຕາມປີ່ນປົວ 2 ວັນ ຕິດຕາມມາຮອດເວລາ 24:30 ໂມງ ຂອງວັນທີ່ 21/12/2021 ຄົນເຈັບໄດ້ເສຍຊິວິດ
2. ເພດຊາຍ; ອາຍຸ: 48 ປີ; ອາຊີບ: ຊາວນາ; ບ້ານຢູ່: ດອນສໍາພັນ, ເມືອງ: ຫຼວງນໍ້າທາ, ແຂວງ: ຫຼວງນໍ້າທາ
– ເຂົ້າໂຮງໝໍ: 18/12/2021 . ກວດໂຄວິດ Positive
– ປະຫວັດພະຍາດປະຈໍາຕົວ: ໄຂ່ຫຼັງຊຸກໂຊມ, ຄວາມດັນ, ເກົາ ແລະ ເບົາຫວານ ​
– ບໍ່ໄດ້ຮັບການສັກ vaccine
– ອາການສະແດງ: ໄອ, ຫາຍໃຈຍາກ, ແໜ້ນໜ້າເອິກ
– ໄດ້ຕິດຕາມປີ່ນປົວ 2 ວັນ ຕິດຕາມມາຮອດເວລາ 10:30 ໂມງ ຂອງວັນທີ່ 21/12/2021 ຄົນເຈັບໄດ້ເສຍຊິວິດ
3. ເພດຍິງ ອາຍຸ 90 ປີ, ບ້ານຊ້າງຄູ້, ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ບໍໄດ້ສັກຢາກັນພະຍາດ
ເຂົ້າໂຮງໝໍວັນທີ 19/12/2021 ດວ້ຍອາການເມື່ອຍແຮງ, ຫາຍໃຈຝຶດ ໄດ້ກວດໂຄວິດແມ່ນພົບເຊື້ອ
ໄດ້ຕິດຕາມອາການປິ່ນປົວ 3 ວັນມາຮອດວັນທີ 21/12/2021 ແມ່ນໄດ້ເສຍຊິວິດ
4. ເພດຍິງ ບ. ເເກ້ວຄູນ ມ. ວັງວຽງ ແຂວງ ວຽງຈັນ
– ພະຍາດປະຈຳໂຕ: ໄຂ່ຫຼັງຊຸດໂຊມ, ເບົາຫວານ, ຄວາມດັນ, ແລະ ເລືອດຈາງ, ເປັນມາຫລາຍກວ່າ
10 ປີ ໄດ້ຕິດຕາມປະຈຳ , ບວມທົ່ວຮ່າງກາຍມາໄດ້ 1 ເດຶອນ.
– ບໍ່ໄດ້ສັກຢາວັກຊີນ
– ວັນທີ 16/12/2021: ຄົນເຈັບມີອາການໄອ,ອີດເມື້ອຍ ,ຫາຍໃຈຫອບ ,ຫາຍໃຈຝືດ ,ມາໄດ້ 5 ມື້ ,ຂາບວມທັງສອງເບື່ອງ ,ເເຫນ້ນຫນ້າເອີກເປັນມາໄດ້ຫລາຍເດືອນ,ມີອາການຫນັກມາໄດ້ຫນື່ງ ອາທີດ ຈື່ງມາກວດຢູ່ໂຮງຫມໍ ເມືອງ ວັງວຽງ , ພົບວ່າມີເຊື້ອໂຄວິດ ຈຶ່ງຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ ເວລາ 15 : 30 ໂມງ.
o BP :142/86, P: 76 bpm , RR: 23 bpm , So2 : 91 % , T: 36.5
– ວັນທີ 20/12: ຄົນເຈັບມີອາການອິດເມື່ອຍ ແລະ ມີອາການຊຸດໂຊມທາງລະບົບຫາຍໃຈ, ເວລາ 18h00 ຄົນເຈັບໄດ້ເສຍຊີວິດ.

ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...