spot_img
Homeຂ່າວພາຍ​ໃນລະບຽບ ແລະຂັ້ນຕອນໃນການຂໍອະນຸຍາດເດີນທາງໄປທ່ອງທ່ຽວທີ່ປະເທດໄທ

ລະບຽບ ແລະຂັ້ນຕອນໃນການຂໍອະນຸຍາດເດີນທາງໄປທ່ອງທ່ຽວທີ່ປະເທດໄທ

Published on

ກະຊວງການຕ່າງປະເທດໄດ້ມີການແຈ້ງການກ່ຽວກັບລະບຽບ ແລະຂັ້ນຕອນໃໝ່ໃນການຂໍອະນຸຍາດເດີນທາງເຂົ້າປະເທດໄທ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງມີ 5 ຂັ້ນຕອນ ແລະ3 ຮູບແບບໃນການເດີນທາງ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 1 ພະຈິກເປັນຕົ້ນມາ.

ອີງຕາມແຈ້ງການຂອງກະຊວງການຕ່າງປະເທດ ໃນວັນທີ 14 ທັນວາ 2021 ຮູ້ວ່າ: ສຳລັບຜູ້ທີ່ຈະເດີນທາງຜ່ານສະໜາມບິນ ແມ່ນສາມາດນຳໃຊ້ລະບົບການລົງທະບຽນ “Thailand Pass” ເຊິ່ງເອກະສານປະກອບມີ ໜັງສືຜ່ານແດນ, ວິຊາເຂົ້າໄທ (ຖ້າມີ), ໃບຢັ້ງຢືນການສັກວັກຊີນ, ປະກັນໄພໂຄວິດ-19 ໃນວົງເງິນຕໍ່າສຸດ 50.000 ໂດລາສະຫະລັດ ລວມທັງໃບຢັ້ງຢືນການຈອງໂຮງແຮມ ແລະຄ່າທຳນຽມໃນການກວດຫາເຊື້ອໂຄວິດດ້ວຍລະບົບ RT-PCR. ນອກນັ້ນ, ກໍຍັງສາມາດລົງທະບຽນຜ່ານເວັບໄຊຂອງກະຊວງການຕ່າງປະເທດໄທ tp.consular.go.th ກ່ອນການເດີນທາງຢ່າງໜ້ອຍ 7 ວັນ ພ້ອມມີໃບຢັ້ງຢືນກວດໂຄວິດ ພາຍໃນ 72 ຊົ່ວໂມງ.

ສຳລັບຂັ້ນຕອນການເດີນທາງເຂົ້າປະເທດໄທ, ເຈົ້າໜ້າທີ່ກ່ຽວຂ້ອງຈະກວດຫາລະຫັດການອະນຸມັດໃຫ້ເດີນທາງເຂົ້າປະເທດໄທ ຫຼື Thailand Pass QR Code ແລະຜົນການກວດຫາເຊື້ອໂຄວິດ, ຜູ້ເດີນທາງຕ້ອງຜ່ານດ່ານຈຸດກວດການຄວບຄຸມພະຍາດ ແລະດ່ານເຈົ້າໜ້າທີ່ກວດຄົນເຂົ້າ-ອອກເມືອງ ແລະຕ້ອງກວດຫາເຊື້ອໂຄວິດຢູ່ບ່ອນສະຖານທີ່ກັກຕົວ ເຊິ່ງຂັ້ນຕອນການເດີນທາງລວມມີ 3 ຮູບແບບ ຄື ແບບ Test and Go ໂດຍຜູ້ເດີນທາງສາມາດເຄື່ອນໄຫວພາຍໃນປະເທດໄທ ແລະຍົກເວັ້ນຈຳກັດບໍລິເວນຫາກຜົນກວດຫາເຊື້ອເປັນລົບ, ສ່ວນຮູບແບບທີ່ສອງ ແມ່ນສຳລັບຜູ້ທີ່ໄດ້ຮັບການສັກວັກຊີນຄົບຖ້ວນ ແລະຜູ້ເດີນທາງທີ່ຍັງບໍ່ໄດ້ຮັບການສັກວັກຊີນຄົບຕາມຈຳນວນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...