spot_img
Homeຂ່າວຕ່າງປະເທດຈະຫຼວດສໍາຫຼວດໂລກທີ່ສ້າງຂຶ້ນເອງຕົກລົງກາງທະເລຊາຍ ຫຼັງຈາກຂຶ້ນຈາກໜ້າດິນໄດ້ພຽງບໍ່ດົນ

ຈະຫຼວດສໍາຫຼວດໂລກທີ່ສ້າງຂຶ້ນເອງຕົກລົງກາງທະເລຊາຍ ຫຼັງຈາກຂຶ້ນຈາກໜ້າດິນໄດ້ພຽງບໍ່ດົນ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ທ້າວ ໄມ ຮິວ ຊາວອາເມລິກາ ອາຍຸ 64 ປີ ຜູ້ທີ່ມັກຮັກການຜະຈົນໄພ ແລະ ມີຄວາມເຊື່ອວ່າໂລກນີ້ແບນບໍ່ໄດ້ເປັນວົງມົນ ໄດ້ເສຍຊີວິດຈາກອຸບັດຕິເຫດຈະຫຼວດຕົກລົງກາງທະເລຊາຍໃນອາເມລິກາ ເຊິ່ງເປັນຈະຫຼວດທີ່ລາວສ້າງຂຶ້ນເອງເພື່ອອອກສໍາຫຼວດໂລກ.

ເຫດການດັ່ງກ່າວເກີດຂຶ້ນໃນຊ່ວງຕອນເຊົ້າຂອງວັນເສົາທີ 22 ກຸມພາ ໂດຍເປົ້າໝາຍໃນການປ່ອຍຈະຫຼວດໃນຄັ້ງນີ້ກໍເພື່ອ ທ້າວ ໄມ ຮິວ ຈະໄດ້ເອົາຕົວເອງຂຶ້ນສູ່ຄວາມສູງທີ່ຫ່າງຈາກພື້ນດິນ 1,525 ແມັດ ເພື່ອເບິ່ງໃຫ້ເຫັນກັບຕາຕົນເອງວ່າຂອບຟ້ານັ້ນເປັນເສັ້ນໂຄງຫຼືບໍ່  ເພື່ອຈະພິສູດດ້ວຍຕົນເອງວ່າໂລກນີ້ບໍ່ໄດ້ເປັນວົງມົນ.

ສະຖານີໂທລະພາບ Science Channel ຂອງສະຫະລັດອາເມລິກາ ໄດ້ບັນທຶກພາບເຫດການດັ່ງກ່າວທີ່ເກີດຂຶ້ນຢ່າງບໍ່ຄາດຄິດ ໂດຍຈະຫຼວດຕົກລົງມາຫຼັງຈາກຂຶ້ນຈາກພື້ນດິນໄປໄດ້ໜ້ອຍດຽວ ແລະ ເຮັດໃຫ້ເຂົາເສຍຊີວິດ.

ບັນດານັກວິທະຍາສາດຫຼາຍຄົນ ແລະ ຜູ້ທີ່ສົນໃຈໄດ້ໃຫ້ຄວາມຄິດເຫັນວ່າ ມີວິທີພິສູດຮູບຊົງຂອງໂລກວ່າເປັນວົງມົນຫຼື ແບນໂດຍການນັ່ງເຄື່ອງບິນຂ້າມທະວີບ ເຊິ່ງຈະເຮັດໃຫ້ເຫັນເສັ້ນຂອບຟ້າທີ່ເປັນເສັ້ນໂຄ້ງຢ່າງຊັດເຈນ ແຕ່ບາງຄົນກໍອອກມາສະແດງຄວາມຊົມເຊີຍທີ່ລາວມີຄວາມພະຍາຍາມ ແລະ ກ້າຄິດກ້າເຮັດ ແລະ ຍັງພິສູດຄວາມເຊື່ອຄວາມຂອງຕົນເອງ ໂດຍໃຊ້ວິທີທີ່ເປັນວິທະຍາສາດ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...