spot_img
Homeຂ່າວພາຍ​ໃນອົດສະຕຣາລີ ອອກກົດຫ້າມ “ແມວ” ອອກຈາກເຮືອນ ບໍ່ວ່າຈະເປັນກາງເວັນ ຫຼື ກາງຄືນ

ອົດສະຕຣາລີ ອອກກົດຫ້າມ “ແມວ” ອອກຈາກເຮືອນ ບໍ່ວ່າຈະເປັນກາງເວັນ ຫຼື ກາງຄືນ

Published on

ສະພາເທດສະບານເມືອງນັອກ ທາງພາກຕາເວັນອອກຂອງປະເທດອົດສະຕຣາລີ ໄດ້ນໍາກົດໝາຍມາໃຊ້ເພື່ອປ້ອງກັນບໍ່ໃຫ້ແມວອອກຈາກເຮືອນ ບໍ່ວ່າຈະຢູ່ໃນຊ່ວງເວລາໃດກໍຕາມທັງກາງເວັນ ແລະ ກາງຄືນ ໂດຍຈະໄດ້ຮັບອະນຸຍາດໃຫ້ຢູ່ສະເພາະໃນເຮືອນ, ຫ້ອງເກັບເຄື່ອງ ຫຼື ກົງຂັງເທົ່ານັ້ນ.

ເຊິ່ງເຈົ້າຂອງແມວຈະຕ້ອງໄດ້ກວດສອບໃຫ້ແນ່ໃຈວ່າແມວຂອງພວກເຂົາມີສິ່ງທີ່ອໍານວຍຄວາມສະດວກທີ່ຖືກຕ້ອງ ເພື່ອໃຫ້ແນ່ໃຈວ່າສັດລ້ຽງຂອງພວກເຂົາຈະບໍ່ລັກໜີອອກຈາກເຮືອນໄປໄດ້ ເພາະເປັນທີ່ຮູ້ກັນດີວ່າແມວມັກຈະເຮັດທຸກຢ່າງເພື່ອໃຫ້ໂຕມັນເອງສາມາດອອກໄປນອກເຮືອນໄດ້. ການບັງຄັບໃຊ້ມາດຕະການດັ່ງກ່າວນັ້ນກໍເພື່ອບໍ່ໃຫ້ສັດປ່າທີ່ອາໄສຢູ່ໃນເຂດທ້ອງຖິ່ນຖືກຂ້າຕາຍໂດຍແມວນ້ອຍທີ່ແສນໜ້າຮັກ.

ທັງນີ້ຫາກເຈົ້າຂອງສັດລ້ຽງຄົນໃດທີ່ຝ່າຝືນກົດລະບຽບພາຍໃນຫົກເດືອນທໍາອິດຈະຖືກຕັກເຕືອນ ແລະ ຖ້າຫາກຍັງມີການເຮັດຜິດອີກເປັນຄັ້ງທີສອງຈະຖືກປັບໄໝ 91 ດອລລາ ແລະ ຖ້າຍັງມີການລະເມີດມາດຕະການຊໍ້າເປັນຄັ້ງທີສາມເຈົ້າຂອງແມວກໍຈະຖືກປັບໄໝເປັນຈໍານວນເງິນ 545 ດອລລາຕໍ່ໜຶ່ງຄັ້ງ.

ເຖິງຢ່າງໃດກໍຕາມເມືອງນັອກປະເທດອົດສະຕຣາລີບໍ່ແມ່ນເມືອງທໍາອິດທີ່ປະກາດໃຊ້ມາດຕະການດັ່ງກ່າວ ແລະ ຄາດວ່າມາດຕະການນີ້ຈະຖືກນໍາມາໃຊ້ເພີ່ມຂຶ້ນ ເຊິ່ງຈະຈໍາກັດໃນໜຶ່ງຄອບຄົວສາມາດມີແມວໄດ້ພຽງ 2 ໂຕເທົ່ານັ້ນ

ແຫຼ່ງຂ່າວ Khaosod

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...