spot_img
Homeຂ່າວຕ່າງປະເທດແທ້ ຫຼື ບໍ່ ເລື່ອງກອງທັບຣັສເຊຍຈະເປີດສົງຄາມກັບອູແກຣນ

ແທ້ ຫຼື ບໍ່ ເລື່ອງກອງທັບຣັສເຊຍຈະເປີດສົງຄາມກັບອູແກຣນ

Published on

ຈະມີມູນຄວາມຈິງ ຫຼື ເປັນພຽງຂ່າວລື ກໍຍັງບໍ່ມີໃຜສາມາດຢືນຢັນໄດ້ໃນເລື່ອງທີ່ກອງທັບຣັສເຊຍກຳລັງກຽມເປີດສົງຄາມກັບອູແກຣນ ອັນໄດ້ສ້າງຄວາມວິຕົກກັງວົນໃຫ້ແກ່ບັນດາຜູ້ນຳໂລກຕາເວັນຕົກ ລວມທັງອູແກຣນ.

ເວັບໄຊ ບີບີຊີ ລາຍງານ: ຄວາມວິຕົກກັງວົນດັ່ງກ່າວມີຂຶ້ນເພາະຢ້ານປະຫວັດສາດຊໍ້າຮອຍ ເມື່ອຢ້ອນກັບຄືນໄປຊ່ວງ 7 ປີກ່ອນ ໄດ້ເກີດວິກິດການໄຄຣເມຍ ເຊິ່ງຣັສເຊຍໄດ້ຢຶດ ແລະຮີບໂຮມດິນແດນທາງຄາບສະໝຸດໄຄຣເມຍ ຂອງອູແກຣນເຂົ້າເປັນຂອງຕົນເອງ ທັງສະໜັບສະໜູນໃຫ້ກຸ່ມກໍ່ກະບົດແບ່ງແຍກດິນແດນກັບລັດຖະບານອູແກຣນນຳອີກ ຂະນະທີ່ຄວາມຂັດແຍ່ງລະຫວ່າງ ກຸ່ມກໍ່ກະບົດທີ່ມີຣັສເຊຍໝູນຫຼັງກັບລັດຖະບານອູແກຣນ ໄດ້ແກ່ຍາວມາຈົນຮອດປັດຈຸບັນ ແຕ່ສິ່ງທີ່ໜ້າເປັນຫ່ວງຫຼາຍທີ່ສຸດນັ້ນກໍຄື ຣັສເຊຍໄດ້ເສີມກຳລັງພົນບໍລິເວນຊາຍແດນຣັສເຊຍ-ອູແກຣນ ເຊິ່ງໜ່ວຍຂ່າວກອງເຊື່ອວ່າ ອາດມີທະຫານເຖິງ 1 ແສນຄົນ.

ເຈົ້າໜ້າທີ່ລະດັບສູງໃນໜ່ວຍຂ່າວກອງລະບຸວ່າ ຫາກຣັສເຊຍເປີດສົງຄາມກັບອູແກຣນແທ້ ກໍຈະເຮັດໃຫ້ປະຊາຊົນຈຳນວນຫຼາຍເສຍຊີວິດ ຫຼື ອົບພະຍົບໜີ ເນື່ອງຈາກບົດຮຽນຄັ້ງຜ່ານມາ ຄືຊ່ວງປີ 2014 ໂດຍມີການສູ້ຮົບຢູ່ທາງພາກຕາເວັນອອກຂອງອູແກຣນ ເຮັດໃຫ້ປະຊາຊົນຜູ້ບໍລິສຸດເສຍຊີວິດ 14 ພັນຄົນ ແລະອົບພະຍົບໜີປະມານ 1.4 ລ້ານຄົນ.

ຢ່າງໃດກໍຕາມ, ຣັສເຊຍພະຍາຍາມປະຕິເສດພາບຖ່າຍຈາກຈານດາວທຽມ ໂດຍອ້າງວ່າພາບທີ່ເຜີຍໃຫ້ເຫັນການເສີມກຳລັງທະຫານໃນໄຄຣເມຍ ແລະຈຸດທີ່ຢູ່ບໍ່ໄກຈາກພາກຕາເວັນອອກຂອງອູແກຣນນັ້ນເປັນເລື່ອງຕື່ນຕູມເກີນເຫດ ພ້ອມອ້າງຕື່ມເລື່ອງຂ່າວທີ່ທາງຣັສເຊຍຈະບຸກໂຈມຕີອູແກຣນໃນໄວໆນີ້ ກໍບໍ່ແມ່ນເລື່ອງຈິງ.

ບົດຄວາມຫຼ້າສຸດ

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...