spot_img
Homeຂ່າວພາຍ​ໃນປະຫວັດຜູ້ເສຍຊີວິດຈາກໂຄວິດ-19 ປະຈໍາວັນທີ 12 ທັນວາ 2021

ປະຫວັດຜູ້ເສຍຊີວິດຈາກໂຄວິດ-19 ປະຈໍາວັນທີ 12 ທັນວາ 2021

Published on

ຂໍ້ມູນສຳລັບຄົນທີ່ເສຍຊີວິດໃໝ່ 11 ຄົນ:

1). ເພດຊາຍ, ອາຍຸ  65  ປີ, ບ້ານ ໂພນແກ້ວ, ເມືອງ ວັງວຽງ, ແຂວງ ວຽງຈັນ

  • ຄົນເຈັບແຂງແຮງດີ, ບໍ່ມີເບົາຫວານ, ບໍ່ມີຄວາມດັນເລືອດສູງ, ບໍ່ສູບຢາ
  • ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ສອງເຂັມຄົບ (Sinopharm)
  • ສະມາຊິກໃນຄອບຄົວຍັງບໍ່ມີຜູ້ຕິດເຊື້ອ.
  • ຄົນເຈັບມີອາການໄຂ້, ໄອມີຂີ້ກະເທີ, ໄອຫຼາຍ, ອິດເມື່ອຍ ເປັນມາໄດ້ 5-6 ວັນ, ອາການຮຸນແຮງຂື້ນເລື່ອຍໆໄດ້ 2 ມື້, ຈຶ່ງໄປກວດຢູ່ສຸກເສີນໂຮງໝໍແຂວງວຽງຈັນ ໂດຍບໍ່ໄດ້ສະຕິແລ້ວ ແລະ ກວດພົບວ່າມີເຊື້ອໂຄວິດ ໃນວັນທີ 09 ທັນວານ 2021 ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ.
  • ມາຮອດເວລາ 24:00 ໂມງຂອງວັນທີ 09 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

2). ເພດຊາຍ, ອາຍຸ 65 ປີ, ບ້ານ ນາເລົ່າ, ເມືອງ ໂພນໂຮງ, ແຂວງ ວຽງຈັນ

  • ພະຍາດປະຈໍາຕົວ: ເປັນຄວາມດັນເລືອດສູງ, Dyslipidemia
  • ບໍ່ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19
  • ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 3 ຄົນ.
  • ຄົນເຈັບມີອາການອິດເມື່ອຍຫາຍໃຈຟືດ, ໄອມີຂີ້ກະເທີ, ມີໄຂ້ຕໍ່າໆ, ເປັນປະມານ 4 ວັນ ໄດ້ໄປກວດຢູ່ໂຮງໝໍມະໂຫສົດກວດພົບເຊື້ອໂຄວິດໃນວັນທີ 29 ພະຈິກ 2021 ແລ້ວທ່ານໝໍໄດ້ໃຫ້ມາປີ່ນປົວຢູ່ບ້ານ, ຄົນເຈັບອາການໜັກຂື້ນ, ຫາຍໃຈຫອບ, ອິດເມື່ອຍຫຼາຍ ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດໂພນໂຮງ.
  • ໄລຍະເວລານອນປີ່ນປົວ ແຕ່ວັນທີ 29 ພະຈິກ ຫາວັນທີ 10 ທັນວາ 2021, ລວມເປັນ 12 ວັນ
  • ມາຮອດເວລາ 19:20 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

3). ເພດຊາຍ, ອາຍຸ 60 ປີ, ບ້ານ ຜ່າສັງ, ເມືອງ ເຟືອງ, ແຂວງ ວຽງຈັນ

  • ພະຍາດປະຈໍາຕົວ: ເປັນຄວາມດັນເລືອດສູງ, ເບົາຫວານ, ໄຂ່ຫຼັງຊຸດໂຊມ
  • ບໍ່ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19
  • ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 7 ຄົນ.
  • ຄົນເຈັບເກີດອຸປະຕິເຫດລົດລົ້ມໄດ້ 4 ວັນ, ແລ້ວມີອາການເຈັບຫຼັງໄດ້ໄປກວດຢູ່ໂຮງໝໍແຂວງກວດພົບ ໂຄວິດບວກ, ແຕ່ຄົນເຈັບຂໍໄປຕິດຕາມຢູ່ສູນເມືອງເຟືອງ, ໄດ້ປີ່ນປົວຢູ່ໂຮງໝໍເມືອງໄດ້ 3 ວັນ, ຈົນຮອດວັນ
  • ທີ 2 ທັນວາ 2021 ຄົນເຈັບອາການຮຸນແຮງຂື້ນ, ຫາຍໃຈຟືດ, ຫາຍໃຈຫອບ ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ.
  • ມາຮອດເວລາ 21:10 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

4). ເພດຊາຍ, ອາຍຸ 97 ປີ, ບ້ານ ນາບອນ, ເມືອງ ໂພນໂຮງ, ແຂວງ ວຽງຈັນ

  • ພະຍາດປະຈໍາຕົວ: ເປັນຄວາມດັນເລືອດສູງ, COPD
  • ບໍ່ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19
  • ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 02 ຄົນ.
  • ເວລາ 12:00 ໂມງຂອງວັນທີ 10 ທັນວາ 2021: ຄົນເຈັບມີອາການໄອມີຂີ້ກະເທີ, ມີໄຂ້, ເປັນຫວັດ ໄດ້ 3ວັນ, ເປັນປະມານ 4 ວັນ ຕໍ່ມາຄົນເຈັບອາການໜັກຂື້ນ, ຫາຍໃຈຫອບ, ອິດເມື່ອຍຫຼາຍ ຈຶ່ງໄດ້ໄປກວດຢູ່ໂຮງໝໍແຂວງວຽງຈັນ ແລະ ກວດພົບວ່າມີເຊື້ອໂຄວິດ ຈຶ່ງຖືກນຳສົ່ງມາສູນປີ່ນປົວໂຄວິດໂພນໂຮງ.
  • ມາຮອດເວລາ 18:30 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

5). ເພດຊາຍ, ອາຍຸ  70  ປີ, ບ້ານ ນ້າແກ່ນ, ເມືອງ ກາສີ, ແຂວງ ວຽງຈັນ

  • ພະຍາດປະຈໍາຕົວ: ເປັນວັນນະໂລກປອດ, ກີນຢາໄດ້ 3 ເດືອນແລ້ວຢຸດຢາເອງ, ຂາດຢາໄດ້ 2 ເດືອນ
  • ສັກວັກຊີນແລ້ວ 2 ເຂັມ
  • ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 1 ຄົນ.
  • ເວລາ 16:00 ໂມງຂອງວັນທີ 12 ທັນວາ 2021: ຄົນເຈັບມີອາການໄຂ້, ໄອມີຂີ້ກະເທີ, ອິດເມື່ອຍ, ຫາຍໃຈຟືດ, ແນ້ນເອີກ ສົມທົບກັບມີອາກນເຈັບທ້ອງເຂດຂຸມຊາມເບື້ອງຂວາ, ໄດ້ປີ່ນປົວຢູ່ໂຮງໝໍເມືອງໄດ້ 1 ວັນ, ກວດພົບເຊື້ອໂຄວິດໃນວັນທີ 30 ພະຈິກ 2021 ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ.
  • ມາຮອດເວລາ 13:30 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

6). ເພດຊາຍ, ອາຍຸ 70  ປີ, ບ້ານ ນາຍາວ, ເມືອງ ໝື່ນ, ແຂວງ ວຽງຈັນ

  • ບໍ່ໄດ້ກວດສຸຂະພາບ
  • ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 4 ຄົນ.
  • ຄົນເຈັບມີອາການໄຂ້, ໄອມີຂີ້ກະເທີ, ອິດເມື່ອຍ, ຫາຍໃຈຟືດ ສົມທົບກັບມີອາກນເຈັບທ້ອງ, ຍ່ຽວເປັນເລືອດ ໄດ້ປີ່ນປົວຢູ່ໂຮງໝໍເມືອງໄດ້ 2 ວັນ, ແຕ່ອາການບໍ່ດີຂື້ນ, ຈຶ່ງໄດ້ຖືກນຳສົ່ງໂຮງໝໍແຂວງວຽງຈັນພົບວ່າມີເຊື້ອໂຄວິດ ໄດ້ຜົນທີ 30 ພະຈິກ 2021 ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ.
  • ມາຮອດເວລາ 06:20 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

7). ເພດຍີງ, ອາຍຸ 53 ປີ, ບ້ານ ໃໝ່, ເມືອງ ໂພນໂຮງ, ແຂວງ ວຽງຈັນ

  • ພະຍາດປະຈໍາຕົວ: ເປັນຄວາມດັນເລືອດສູງ, dyslipidemia
  • ໄດ້ສັກວັກຊີນປ້ອງກັນໂຕວິດ-19 ຄົບສອງເຂັມ (Sinopharm)
  • ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 02 ຄົນ.
  • 09/12/2021 ເວລາ 16: 00 ຄົນເຈັບມີອາການມີໄຂ້, ເປັນຫວັດ, ໄອມີຂີ້ກະເທີ, ຫາຍໃຈຟືດ ເປັນໄດ້ 5 ວັນ, ຕໍ່ມາຄົນເຈັບອາການໜັກຂື້ນ, ຫາຍໃຈຫອບ, ອິດເມື່ອຍຫຼາຍ ຈຶ່ງໄດ້ໄປກວດຢູ່ໂຮງມໍແຂວງວຽງຈັນ ແລະ ກວດພົບວ່າມີເຊື້ອໂຄວິດ ຈຶ່ງຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ.
  • ມາຮອດເວລາ 16:00 ໂມງຂອງວັນທີ 11 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

8). ເພດຍີງ, ອາຍຸ 46 ປີ, ບ້ານໂພນສະຫັວນ, ເມືອງສີສັດຕະນາກ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ເປັນເບົາຫວານ 05 ປີ ແລະ ບໍ່ໄດ້ກິນຢ່ປະຈໍາ
  • ໄດ້ສັກວັກຊີນປ້ອງກັນໂຕວິດ-19 ຄົບສອງເຂັມ (AZ)
  • ເວລາ 12:00 ໂມງ ຂອງວັນທີ 05 ທັນວາ 2021: ຄົນເຈັບມາກວດ ຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ 05 ວັນ, ຫາຍໃຈຍາກ, ແໜ້ນໜ້າເອີກ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ຜົນກວດເປັນບວກ ແລະ ຮັບຄົນເຈັບເຂົ້ານອນ
  • ມາຮອດເວລາ 11:15 ນາທີ ຂອງວັນທີ 11 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

9). ເພດຊາຍ, ອາຍຸ 54 ປີ, ບ້ານແສງສະຫວ່າງ, ເມືອງໄຊເສດຖາ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ເປັນເບົາຫວານ ແລະ ຄວາມດັນເລືອດສູງ ແລະ ໄດ້ກິນຢ່ປະຈໍາ
  • ໄດ້ສັກວັກຊີນປ້ອງກັນໂຕວິດ-19 ຄົບ 01 ເຂັມ (J&J)
  • ເວລາ 09:25 ນາທີ ຂອງວັນທີ 03 ທັນວາ 2021: ຄົນເຈັບມາກວດ ຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ ແລະ ຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ຜົນກວດເປັນບວກ ແລະ ຮັບຄົນເຈັບເຂົ້ານອນ
  • ມາຮອດເວລາ 14:20 ນາທີ ຂອງວັນທີ 11 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

10). ເພດຊາຍ, ອາຍຸ 81 ປີ, ບ້ານໜອງພະຍາ, ເມືອງໄຊທານີ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ເປັນເບົາຫວານ ແລະ ຄວາມດັນເລືອດສູງ ແລະ ໄດ້ກິນຢ່ປະຈໍາ
  • ໄດ້ສັກວັກຊີນປ້ອງກັນໂຕວິດ-19 ຄົບ 01 ເຂັມ (J&J)
  • ວັນທີ 06 ທັນວາ 2021: ຜົນກວດຜົນເຊື້ອ ແລະ ເຂົ້ານອນຕິດຕາມຢູ່ສູນລ້ານຊ້າງ
  • ເວລາ 00:29 ນາທີ ຂອງວັນທີ 11 ທັນວາ 2021: ໄດ້ຍ້າຍຄົນຄົນເຈັບມາຈາກສູນລ້ານຊ້າງ ມາປີ່ນປົວຢູ່ໂຮງ
  • ໝໍ 103 ດ້ວຍອາການບໍ່ຮູ້ສະຕິ, ອາການກໍາແຫ້ລ, ວົງຕາດໍາຍະ ແລະ ຄົນເຈັບບໍ່ຕອບສະໜອງ
  • ມາຮອດເວລາ 01:00 ນາທີ ຂອງວັນທີ 12 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

11). ເພດຍິງ, ອາຍຸ 64 ປີ, ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫລວງ

  • ພະຍາດປະຈໍາຕົວ: Epilepsy ແລະ ອັກເສບຜົ້ງດັງຊໍ້າເຮື້ອ
  • ໄດ້ສັກວັກຊີນປ້ອງກັນໂຕວິດ-19 ຄົບ 02 ເຂັມ (ຊີໂນຟາມ)
  • ເວລາ 20:00 ໂມງ ຂອງວັນທີ 09 ທັນວາ 2021: ໄດ້ຍ້າຍຄົນຄົນເຈັບມາຈາກສູນລ້ານຊ້າງ ມາປີ່ນປົວຢູ່ໂຮງ
  • ໝໍເສດຖາທິລາດ ດ້ວຍອາການເມື່ອຍ ແລະ ຫາຍໃຈຝຶດ
  • ມາຮອດເວລາ 20:15 ນາທີ ຂອງວັນທີ 11 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...