spot_img
Homeຂ່າວຕ່າງປະເທດຜົນການສຶກສາຊີ້! ຢາໄວອາກ້າສາມາດລົດຄວາມສ່ຽງຄວາມຈຳເສື່ອມເກືອບ 70%

ຜົນການສຶກສາຊີ້! ຢາໄວອາກ້າສາມາດລົດຄວາມສ່ຽງຄວາມຈຳເສື່ອມເກືອບ 70%

Published on

ເວັບໄຊ Science Alert ລາຍງານ: ຜົນການວິໄຈໃໝ່ຊີ້ໃຫ້ເຫັນວ່າ ການນຳໃຊ້ຢາຊິນເດນາຟິນ ເຊິ່ງເປັນທີ່ຮູ້ຈັກກັນດີໃນຊື່ຢາ “ໄວອາກ້າ” ມີຄວາມສຳພັນທີ່ກ່ຽວຂ້ອງໃນການລົດຄວາມສ່ຽງທີ່ຈະເກີດໂລກອັນໄຊເມີ ຫຼື ໂລກຄວາມຈຳເສື່ອມເກືອບ 70% ເມື່ອສົມທຽບກັບຜູ້ບໍ່ໄດ້ໃຊ້ຢາຊະນິດນີ້.

ຈາກການສຶກສາໂດຍນັກວິໄຈຈາກ ຄລິຟແລນ ຄລີນິກ ເຊິ່ງເປັນສູນການແພດດ້ານວິຊາການຊື່ດັງຂອງສະຫະລັດອາເມລິກາ ໂດຍອ້າງອີງຈາກຜົນການວິເຄາະຂໍ້ມູນປະກັນສຸຂະພາບຈາກຜູ້ຄົນກວ່າ 7,2 ລ້ານຄົນ ເຊິ່ງທີມງານພົບວ່າ ຜູ້ໃຊ້ຢາຊິນເດນາຟິນ ມີຄວາມສ່ຽງຕໍ່ໂລກອັນໄຊເມີຫຼຸດລົງເຖິງ 69% ເມື່ອທຽບກັບຜູ້ບໍ່ໄດ້ໃຊ້ ເຊິ່ງຖືເປັນການລົດລົງໃນອັດຕາສູງສົມຄວນ ຈາກທີ່ເຄີຍຄົ້ນພົບມາກ່ອນໜ້ານີ້.

ປັດຈຸບັນນັກວິໄຈກຳລັງວາງແຜນທົດລອງທາງຄລີນິກແບບສຸ່ມເພີ່ມເຕີມໄລຍະທີ 2 ເພື່ອທົດສອບຫາສາເຫດ ແລະ ຢືນຢັນປະໂຫຍດທາງການແພດຂອງຢາຊິນເດນາຟິນ ສຳລັບຜູ້ປ່ວຍອັນໄຊເມີ ເຊິ່ງແນວທາງດັ່ງກ່າວຍັງຄາດວ່າຈະມີການນຳໃຊ້ກັບໂລກປະສາດອື່ນໆນຳອີກ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...