ສິວ ສ້ຽນເປັນຄືຂີ້ເຫຍື້ອ ຫລື ເຊລຜິວທີ່ຕາຍແລ້ວເຊິ່ງຍັງຕົກຄ້າງຢູ່ໃນຮູຂຸມຂົນ ມັກເກາະກຸ່ມຢູ່ສ່ວນທີ່ມີຄວາມມັນເຊັ່ນ ໜ້າຜາກ ດັງ ແລະ ຄາງ ເຮົາມີວິທີງ່າຍໆ ໃນການກຳຈັດສິວສ້ຽນທີ່ສາມາດເຮັດໄດ້ເອງຢູ່ເຮືອນ ດ້ວຍວັດຖຸດິບພື້ນຖານງ່າຍໆ ຈາກໃນເຮືອນຄົວກໍ່ຄື ໄຂ່ຂາວ ແລະ ໝາກນາວມາຝາກ ອຸປະກອນ ແລະ ສ່ວນປະສົມ ໂຟມສະຄລັບຜິວ ໄຂ່ຂາວ ໝາກນາວ ເຈ້ຍເຊັດປາກ Step 1 : ໃຊ້ໂຟມ ຫລື ສະບູແຫລວລ້າງໜ້າເຮັດຄວາມສະອາດຜິວໜ້າໃຫ້ໝົດກ້ຽງ ຈາກນັ້ນ ໃຊ້ໂຟມສະຄລັບຜິວກຳຈັດສິ່ງສົກກະປົກທີ່ຕົກຄ້າງໃນຮູຂຸມຂົນອີກເທື່ອໜຶ່ງ ຂັດຜິວວນເປັນວົງມົນ ແລ້ວລ້າງອອກໃຫ້ສະອາດ Step 2 : ເທນ້ຳຮ້ອນໆລົງໃນໝໍ້ ຫລື ຖ້ວຍໃຫຍ່ ຫລື ອາດເປີດນ້ຳຮ້ອນໃນອ່າງລ້າງໜ້າ ກົ້ມໜ້າລົງເພື່ອໃຫ້ອາຍນ້ຳຮ້ອນຊ່ວຍເປີດຮູຂຸມຂົນ ເພື່ອໃຫ້ການມາສ ໄດ້ຜົນດີີຍິ່ງຂຶ້ນ Step 3 : ປະສົມນ້ຳໝາກນາວ 1/4 ຖ້ວຍ ກັບໄຂ່ຂາວລ້ວນ 2 ໜ່ວຍໃນບ່ວງ ປະສົມໃຫ້ເຂົ້າກັນ Step 4 : ທາສ່ວນປະສົມລົງບາງໆ ເທິງໜ້າ ເນັ້ນສ່ວນທີ່ຕ້ອງການກຳຈັດສິວສ້ຽນຫລາຍເປັນພິເສດ Step 5 : ຕັດແບ່ງເຈ້ຍເຊັດປາກເປັນສີ່ຫລ່ຽມທັງໝົດ 5 ແຜ່ນ ແລ້ວ ແປະລົງເທິງໜ້າຜາກ ດັງ ຄາງ ແລະ ແກ້ມ ທັງສອງຂ້າງ ເຈ້ຍເຊັດປາກຈະຕິດແໜ້ນເທິງຜິວໜ້າ ປ່ອຍຖິ້ມໄວ້ຈົນເຈ້ຍເລີ່ມແຂງ ໃຊ້ເວລາປະມານ 30 ນາທີ Step 6 : ຄ່ອຍໆ ລອກເຈ້ຍເຊັດປາກອອກ ຈະເຫັນວ່າ ມີສິວສ້ຽນຕິດອອກມານໍາອີກ ຈາກນັ້ນ ລ້າງໜ້າດ້ວຍນ້ຳເຢັນຈັດເພື່ອປິດຮູຂຸມຂົນ

ບົດຄວາມຫຼ້າສຸດ
ຂ່າວພາຍໃນ
ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ
ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.
ໃນຕອນເຊົ້າຂອງ ວັນທີ 13...
ຂ່າວຕ່າງປະເທດ
ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ
ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ
ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...
ຂ່າວຕ່າງປະເທດ
ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%
ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...
ຂ່າວຕ່າງປະເທດ
ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ
ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ.
ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...