spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ຈັບຄົນສົ່ງຢາເສບຕິດ ພ້ອມຍຶດຢາບ້າເກືອບ 4 ແສນເມັດຢູ່ຄຳມ່ວນ

ເຈົ້າໜ້າທີ່ຈັບຄົນສົ່ງຢາເສບຕິດ ພ້ອມຍຶດຢາບ້າເກືອບ 4 ແສນເມັດຢູ່ຄຳມ່ວນ

Published on

ເຈົ້າໜ້າທີ່ ປກສ ເມືອງຄູນຄຳ, ແຂວງຄຳມ່ວນ ໄດ້ກັກຕົວຜູ້ລັກລອບຂົນຢາເສບຕິດ (ຢາບ້າ) 2 ຄົນ, ພ້ອມຂອງກາງຢາບ້າ ຈຳນວນ 390.000 ເມັດ ແລະລົດ 1 ຄັນ.

ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 24 ພະຈິກ 2021, ເຈົ້າໜ້າທີ່ຕຳຫຼວດເມືອງຄູນຄຳ ແຂວງຄຳມ່ວນ ທີ່ປະຈຳຢູ່ປ້ອມຈະລາຈອນ ສາມແຍກກອງລໍ, ໄດ້ເຂົ້າກວດລົດເປົ້າໝາຍ ເຊິ່ງເປັນລົດກະບະຣີໂວ້, ໝາຍເລກທະບຽນ ຫພ 3366 ກຳແພງນະຄອນ, ໂດຍສາມາດກັກຕົວຜູ້ລັກລອບຂົນຢາເສບຕິດ ໄດ້ 2 ຄົນ ພ້ອມຂອງກາງລົດ 1 ຄັນ, ຢາບ້າໄດ້ 65 ແພັກ ເທົ່າກັບ 195 ມັດ ຫຼືຈຳນວນ 390.000 ເມັດ.

ເຈົ້າໜ້າທີ່ຕຳຫຼວດ ໄດ້ສົ່ງຕົວຜູ້ຕ້ອງຫາທັງສອງ ພ້ອມຂອງກາງໃຫ້ກັບພະແນກຕ້ານ ແລະສະກັດກັ້ນຢາເສບຕິດ ປກສ ແຂວງຄຳມ່ວນ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

Cr: ຈັນທະວົງ​ ອຸ່ນວິໄລ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...