spot_img
Homeຂ່າວຕ່າງປະເທດເຖິງວ່າຈະບໍ່ເຄີຍພົບກັນ ແຕ່ຮັກແທ້ກໍຍັງເປັນຮັກແທ້ ຄູ່ບ່າວສາວແຕ່ງດອງກັນຜ່ານທາງ Zoom

ເຖິງວ່າຈະບໍ່ເຄີຍພົບກັນ ແຕ່ຮັກແທ້ກໍຍັງເປັນຮັກແທ້ ຄູ່ບ່າວສາວແຕ່ງດອງກັນຜ່ານທາງ Zoom

Published on

ໃນວັນທີ 15 ພະຈິກ 2021 ທີ່ຜ່ານມາ ສໍານັກຂ່າວຕ່າງປະເທດ ໄດ້ລາຍງານວ່າມີຄູ່ຮັກຄູ່ໜຶ່ງໄດ້ໃຊ້ໂປຣແກຣມ Zoom ເພື່ອຈັດພິທີແຕ່ງດອງ ທັງທີ່ທັງສອງຄົນນີ້ຍັງບໍ່ທັນພົບກັນຈັກເທື່ອ ແລະ ທັງສອງຄົນໄດ້ມີຄວາມສໍາພັນກັນຕັ້ງແຕ່ມີການລະບາດຂອງໂຄວິດ-19.

ນີ້ແມ່ນເລື່ອງລາວຂອງ ໄອເສະ ອາຍຸ 26 ປີ ແລະ ດາຣິນ ອາຍຸ 24 ທັງຄູ່ໄດ້ຕັດສິນໃຈແຕ່ງດອງກັນຜ່ານທາງໂປຣແກຣມ Zoom ທັງຈາກທີ່ທັງສອງໄດ້ຮູ້ຈັກກັນຜ່ານກຸ່ມຂອງເຟສບຸກໃນຊ່ວງລະບາດຂອງລະບາດຂອງພະຍາດໂຄວິດ-19.

ທາງດ້ານຄອບຄົວຂອງດາຣິນບອກວ່າລູກຊາຍ ແລະ ແຟນສາວນັ້ນມີອາຍຸໃກ້ຄຽງກັນ ແລະ ລູກຊາຍເອງກໍຢາກຮູ້ຈັກກັບໃຜຈັກຄົນໜຶ່ງທີ່ຢູ່ໃນປະເທດອັງກິດ ນັບແຕ່ນັ້ນມາທັງສອງຄົນກໍລົມກັນໃນຖານະໝູ່ມາໂດຍຕະຫຼອດກ່ອນທີ່ຈະພັດທະນາຄວາມສໍາພັນມາເປັນຄູ່ຮັກ. ໃນທີ່ສຸດທັງສອງກໍໄດ້ຕົກລົງຄົບຫາກັນເປັນຢ່າງເປັນທາງການ ເຖິງວ່າທັງສອງຄົນມີແຜນທີ່ຈະພົບກັນເປັນຄັ້ງທໍາອິດ ແຕ່ເນື່ອງຈາກຂໍ້ຈໍາກັດໃນການເດີນທາງຊ່ວງໂຄວິດ-19 ເຮັດໃຫ້ແຜນດັ່ງກ່າວຕ້ອງລົ້ມເລີກໄປ ແລະ ໃນທີ່ສຸດທັງຄົນກໍໄດ້ຕັດສິນໃຈແຕ່ງດອງກັນຜ່ານທາງ Zoom ໂດຍທີ່ຍັງບໍ່ທັນພົບກັນຈັກເທື່ອ.

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...