Homeຂ່າວຕ່າງປະເທດມາໂກະ! ອະດີດເຈົ້າຍິງຍີ່ປຸ່ນຕັດສິນໃຈໃຊ້ຊີວິດກັບສາມີສາມັນຊົນໃນສະຫະລັດ

ມາໂກະ! ອະດີດເຈົ້າຍິງຍີ່ປຸ່ນຕັດສິນໃຈໃຊ້ຊີວິດກັບສາມີສາມັນຊົນໃນສະຫະລັດ

Published on

ມາໂກະ ໂຄມຸໂຣະ, ອະດີດເຈົ້າຍິງຍີ່ປຸ່ນທີ່ຍອມລະຫຼະສະຖານະພາບຣາຊະວົງ ເພື່ອແຕ່ງດອງກັບ ເຄຍ໌ ໂຄມຸໂຣະ, ຄູ່ຮັກໄວຮຽນທີ່ເປັນສາມັນຊົນ ໄດ້ເດີນທາງໄປໃຊ້ຊີວິດຢູ່ຕ່າງແດນ ຢ່າງສະຫະລັດອາເມລິກາ ເພື່ອໜີຈາກຄວາມວຸ້ນວາຍພາຍໃຕ້ຫາງສຽງວິພາກວິຈານໃນເລື່ອງຄວາມຮັກຂອງທັງສອງ.

ແຫຼ໋ງຂ່າວ TOKYO  ລາຍງານ: ມາໂກະ ໂຄມຸໂຣະ ແລະ ເຄຍ໌ ໂຄມຸໂຣະ ຈົດທະບຽນແຕ່ງດອງໃນໂຕກຽວ, ຍີ່ປຸ່ນ ໂດຍປັດສະຈາກການຈັດງານແຕ່ງດອງ ຫຼື ແມ່ນແຕ່ພິທີສະເຫຼີມສະຫຼອງຕາມປະເພນີ ຂະນະທີ່ເຈົ້າຍິງຄົນອື່ນໆຂອງຍີ່ປຸ່ນທີ່ແຕ່ງດອງກັບສາມັນຊົນ ແມ່ນຈະອອກຈາກວັງໄປໃຊ້ຊີວິດບ່ອນອື່ນ, ແຕ່ ມາໂກະ ເປັນຄົນທຳອິດທີ່ສະແດງທ່າທີຕອບໂຕ້ໃນທີ່ສາທາລະນະ ລວມທັງສື່ໂຊຊຽວມີເດຍ ແລະໜັງສືພິມທ້ອງຖິ່ນ.

ເຖິງແມ່ນວ່າ ປະເທດຍີ່ປຸ່ນຈະເບິ່ງຄືວ່າ ມີຄວາມທັນສະໄໝໃນຫຼາຍດ້ານ ແຕ່ຄ່ານິຍົມກ່ຽວກັບຄວາມສຳພັນໃນຄອບຄົວ ແລະສະຖານະພາບຂອງແມ່ຍິງ ຍັງມີລັກສະນະເກົ່າແກ່ ແລະມີຮາກຖານການປະຕິບັດກ່ຽວກັບລະບົບສັກດີນາ.

ຂໍ້ມູນຈາກ: ເວັບໄຊ Yahoo

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...