4 ບັນຫາຜົມເສຍ ເມື່ອເຂົ້າລະດູໜາວ

ผมเสีย

  1. ບັນຫາ​ຜົມ​ແຫ້ງ​ຊີ້ຟູ

ບັນຫາ​ຜົມ​ແຫ້ງ​ຟູ​ ເປັນ​ບັນຫາ​ທີ່​ພົບ​ກັນ​ໄດ້​ຂ້ອນຂ້າງ​ເລື້ອຍໆ ການ​ທີ່​ຜົມ​ແຫ້ງ​​ຟູ ບໍ່​ມີ​ນ້ຳ​ໜັກ ກໍເກີດ​ຈາກ​ສາ​ເຫດ​ຫລັກໆ ຄື​ເກີດ​ຈາກ​ການ​ທີ່​ຜົມ​ຂອງ​ຄົນ​ເຮົາ​ມີ​ຄວາມ​ຊຸ່ມ​ໃນ​ອາ​ກາດ​ອຸນຫະພູມ​ຕ່ຳ ເຮັດໃຫ້​ເກີດ​ໄຟ​ຟ້າ​ສະຖິດ ຍິ່ງ​ຖ້າ​ໃຜ​ທີ່​ມັກ​ສະ​ຜົມ​ທຸກ​ມື້ ຫລື ​ໃຜ​ທີ່​ໃຊ້​ນ້ຳ​ຮ້ອນ​ສະ​ຜົມ ແມ່ນ​ກະ​ທັງ​ການ​ຕາກ​ແດດ​ຈັດ​ເປັນ​ເວລາ​ດົນ​ໆ ກໍ​ມີ​ສ່ວນ​ເຮັດໃຫ້​ຜົມ​ແຫ້ງ​ ແລະ ​​ຟູ​ໄດ້​ເຊັ່ນ​ກັນ

ທາງ​ແກ້​ໄຂ​ບັນຫາ​ຜົມ​ແຫ້ງ​​ຟູ: ສຳຫລັບ​ຄົົນທີ່​ຜົມ​ມັນ​ບໍ່​ຫລາຍ​ລອງ​ປ່ຽນ​ເປັນ​ສະ​ຜົມ​ມື້​ຕໍ່​ມື້​ກໍ​ພໍ ແຕ່​ໃຜ​ທີ່​ຜົມ​ມັນ​ສຸດໆ ແລະ ​ຈຳ​ເປັນ​ຕ້ອງ​ສະ​ຜົມ​ທຸກ​ມື້​ຄວນ​ໃຊ້​ ຄອນ​ດິ​ຊັນເນີ  ​​ທາ​ປາຍ​ຜົມ​ ສ່ວນ​ໃຜ​ທີ່​ຕ້ອງ​ເຮັດ​ກິດຈະກຳ​ກາງ​ແຈ້ງ ຂໍ​ແນະ​ນຳ​ວ່າ​ ໃຫ້​ໃສ່​ໝວກ​ ແລະ​ ກັ້ງຄັນຮົ່ມ ສ່ວນ​ບັນຫາ​ຜົມ​ຟູ​ທີ່​ເກີດ​ຈາກ​ໄຟ​ຟ້າ​ສະຖິດ​ແນະ​ນຳ​ໃຫ້​ສາວໆ ລອງ​ຫວີ​ຜົມ​ຕັ້ງ​ແຕ່​ກົກ​ຜົມ​ໄລ່​ມາຈົນ​ເຖິງ​ປາຍ​ຜົມ​ຈະ​ຊ່ວຍ​ແກ້​ບັນຫາ​ນີ້ໄດ້

  1. ບັນຫາ ລັງແຄ

ເມື່ອ​ອາ​ກາດ​ເຢັນ​ລົງ​ຈຶ່ງ​ເຮັດໃຫ້​ໜັງ​ຫົວ​ແຫ້ງ ແລ້ວ​ບັນຫາ​ທີ່​ນໍາ​ມາ​ຄື “ບັນຫາ​ລັງ​ແຄ” ເຊິ່ງ​ແນ່ນອນ​ວ່າ ​ຍິ່ງ​ມີ​ລັງ​ແຄ​ເຮົາ​ກໍ​ຍິ່ງ​ເຮັດຫຍັງ​ໄດ້​ບໍ່​ໝັ່ນໃຈ​ເທົ່າໃດ​ ສາວໆ ຫລາຍ​ຄົນ​ມັກ​ອາບ​ນ້ຳ​ອຸ່ນ ອາບ​ນ້ຳ​ຮ້ອນ ເພາະ​ອາ​ກາດ​ຕອນ​ເຊົ້າ​ມັນ​ເຢັນ​ ແຕ່​ຮູ້​ຫລື​ບໍ່​ວ່າ ​ຍິ່ງ​ໃຊ້​ນ້ຳ​ຮ້ອນ ກໍ​ຍິ່ງ​ເຮັດໃຫ້​ໜັງ​ຫົວ​ແຫ້ງ​ ແລະ​ ເກີດ​ລັງ​ແຄ ແລະ ​ນອກ​ຈາກ​ນີ້​ແລ້ວ​ລັງ​ແຄ​ອາດ​ເກີດ​ຈາກ​ສາ​ເຫດ​ອື່ນໆ​ອີກ ເຊັ່ນ ການ​ໝັກ​ໝົມ​ບໍ່​ຍອມ​ສະ​ຜົມ ຫລື ​ແພ້​ຢາ​ສະ​ຜົມ​ທີ່​ໃຊ້​ຢູ່

ທາງ​ແກ້​ໄຂ​ບັນຫາ​ລັງ​ແຄ: ທາງ​ແກ້​ກໍ​ຄື​ຫລີກ​ລ້ຽງ​ການ​ໃຊ້​ນ້ຳ​ຮ້ອນ​ສະ​ຜົມ ປ່ຽນ​ຢາ​ສະ​ຜົມ ຫລື​ ເລືອກ​ໃຊ້ຢາສະຜົມ​ສູດ​ກຳຈັດ​ລັງ​ແຄ

  1. ຜົມ​ແຕກ​ປາຍ

ເຊື່ອ​ວ່າ​ບັນຫາ​ນີ້​ຕ້ອງ​ເປັນ​ກັນ​ຫລາຍ​ຄົນ​ ເພາະ​ເມື່ອ​ພໍ​ເຂົ້າ​ລະດູ​ໜາວ​ແລ້ວ​ຜົມ​ຈະ​ທັງ​ແຫ້ງ ​ແລະ ​ແຕກ​ປາຍ ອາດ​ເປັນ​ເພາະ​ການ​ບໍ່ໃຊ້​​ຄອນ​ດິ​ຊັນ​ເນີ​ລວມ​ເຖິງ​ການ​ໜີບ​ຜົມ ການ​ໃຊ້​ໄດ​ເປົ່າ​ຜົມ​ເປັນ​ປະຈຳ​ ຈຶ່ງ​ເຮັດໃຫ້​ຜົມ​ແຕກ​ປາຍ ແລ້ວ​ບໍ່​ໄດ້​ແຕກ​ປາຍ​ພຽງແຕ່ລະດູ​ໜາວແຕ່​ຜົມແຕກປາຍ​ໄປ​ທຸກ​ລະດູ​

ທາງ​ແກ້​ໄຂ​ບັນຫາ​ຜົມ​ແຕກ​ປາຍ: ຜົມ​ແຕກ​ປາຍ​ແບບ​ນີ້ ວິທີ​ທີ່​ໄດ້​ຜົນ​ຫລາຍ​ທີ່ສຸດ​ຄື “ສອຍຜົມຖິ້ມ​ ວິທີ​ອື່ນ​ທີ່​ຊ່ວຍ​ໄດ້​ຄື​ການ​ໃຊ້​ຄອນ​ດິ​ຊັນ​ເນີ​ນວດ​ປາຍ​ຜົມ ລວມ​ເຖິງ​ຕ້ອງ​ຫລີກລ້ຽງ​ການ​ໃຊ້​ຄວາມ​ຮ້ອນ​ທຸກ​ຊະນິດ​ກັບ​ເສັ້ນ​ຜົມ​

  1. ບັນຫາ​ຜົມ​ລີບ​ຕິດ​ໜັງ​ຫົວ

ບໍ່​ຮູ້​ວ່າ​ຫລາຍໆຄົນ ​ຈະ​ພົບ​ບັນຫາ​ນີ້​ກັນ​ນຳ​ຫລື​ບໍ່ ເພາະ​ໃນ​ຂະນະ​ທີ່​ຫລາຍ​ຄົນ​ມີ​ບັນຫາ​ຜົມ​​ຟູ ຈັດ​ຊົງ​ຍາກ ແຕ່​ບາງ​ຄົນ​ພັດມີ​ບັນຫາ​ຜົມ​ລີບ​ຕິດ​ໜັງ​ຫົວ ໂດຍ​ສະເພາະ​ສາວ​ຜົມ​ມັນ ເຊິ່ງ​ບັນຫາ​ຜົມ​ລີບ​ຕິດ​ໜັງ​ຫົວ​ນີ້​ເກີດ​ຈາກ​ການ​ທີ່​ໜັງ​ຫົວ​ຂອງ​ເຮົາ​ແຫ້ງ ຈຶ່ງ​ເຮັດໃຫ້​ໜັງ​ຫົວ​ຜະລິດ​ນ້ຳ​ມັນ​ອອກ​ຫລາຍ​ເກີນ​ໄປ ເພື່ອ​ມາ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ກັບ​ເສັ້ນ​ຜົມ ຈຶ່ງ​ເຮັດໃຫ້​ເກີດ​ມີ​ນ້ຳ​ມັນ​ທີ່​ເສັ້ນ​ຜົມ​ຫລາຍ​ເກີນ​ໄປ ຜົມ​ກໍ​ເລີຍ​ລີບ​ນັ້ນ​ເອງ

ທາງ​ແກ້​ໄຂ​ບັນຫາ​ຜົມ​ລີບ: ຄວນ​ຫລີກ​ລ້ຽງ​ການ​ກິນ​ອາການ​ມັນໆ ເພາະ​ຈະ​ຍິ່ງ​ເຮັດໃຫ້​ໜັງ​ຫົວ​ມັນ​ຫລາຍ​ຍິ່ງ​ຂຶ້ນ ລວມ​ເຖິງ​ບໍ່​ຄວນ​ໃຊ້​ຄອນ​ດິ​ຊັນ​ເນີ​ຫລາຍ​ເກີນ​ໄປ​ໃນ​ກຸ່ມ​ຄົົນທີ່​ມີ​ບັນຫາ​ຜົມ​ລີບ ເພາະ​ຈະ​ເຮັດໃຫ້​ຜົມ​ໜຽວ​​ມັນຫລາຍ​ຂຶ້ນ​ກວ່າ​​ອີກ ແລະ ​ອີກ​ວິທີ​ໜຶ່ງ​ທີ່​ດີ​ຫລາຍ​ສຳລັບ​ສາວ​ທີ່​ມີ​ບັນຫາ​ຜົມ​ລີບ​ຄື ຫລັງ​ຈາກ​ອາບ​ນ້ຳ​ສະ​ຜົມ ເປົ່າ​ຜົມ​ໃຫ້​ແຫ້ງ​ແລ້ວ ກໍ​ລອງ​ເສີມ​ຄວາມງາມ​ດ້ວຍ​ການ​ມ້ວນ​ຜົມ​ເບິ່ງ ກໍ​ຈະ​ເຮັດໃຫ້​ຜົມ​ເບິ່ງ​ມີ​ນ້ຳ​ໜັກ ​ຫລາຍ​ຂຶ້ນ