Homeຂ່າວຕ່າງປະເທດຢາຕ້ານໄວຣັສໄຟເຊີຊ່ວຍລົດຄວາມສ່ຽງຮຸນແຮງຂອງໂຄວິດ-19 ໄດ້ເກືອບ 90%

ຢາຕ້ານໄວຣັສໄຟເຊີຊ່ວຍລົດຄວາມສ່ຽງຮຸນແຮງຂອງໂຄວິດ-19 ໄດ້ເກືອບ 90%

Published on

ສຳນັກຂ່າວ Reuters ລາຍງານ: ບໍລິສັດໄຟເຊີ ໜຶ່ງບໍລິສັດຜະລິດວັກຊີນ ແລະ ຢາເມັດຕ້ານພະຍາດໂຄວິດ-19 ທີ່ທົ່ວໂລກກຳລັງຈັບຕາມອງ ຢືນຢັນວ່າ ຢາຕ້ານໄວຣັສໄຟເຊີສາມາດຊ່ວຍລົດຄວາມສ່ຽງຮຸນແຮງຂອງການຕິດເຊື້ອໂຄວິດ-19 ໄດ້ເຖິງ 89%.

ຢາເມັດໄຟເຊີໄດ້ຮັບການພັດທະນາເກືອບສອງປີກ່ອນຈະສຳເລັດ ເຊິ່ງຜົນການທົດລອງຊີ້ໃຫ້ເຫັນວ່າ ຢາຂອງໄຟເຊີ້ແຊງໜ້າຢາເມັດ ມອລນູພິຣາເວຍ ຂອງບໍລິສັດເມິກຄ໌ ແລະຄາດວ່າຢາເມັດດັ່ງກ່າວຈະຖືກຮັບຮອງຈາກອົງການອາຫານ ແລະຢາຂອງສະຫະລັດພາຍໃນທ້າຍປີນີ້ ຂະນະທີ່ປັດຈຸບັນ ບໍລິສັດໄຟເຊີກຳລັງຫາລືກັບ 90 ປະເທດກ່ຽວກັບສັນຍາການຈັດຫາຢາປົວພະຍາດໂຄວິດ-19.

ທ່ານ ອັນເບີດ ບູຣ໌ລາ, ປະທານຝ່າຍບໍລິຫານບໍລິສັດໄຟເຊີກ່າວວ່າ: ໄຟເຊີຄາດວ່າຈະກຳນົດລາຄາການປິ່ນປົວທີ່ໃກ້ຄຽງກັບບໍລິສັດເມິກຄ໌ສຳລັບປະເທດທີ່ມີລາຍໄດ້ສູງ, ເຊິ່ງລາຄາຕາມສັນຍາຂອງເມິກຄ໌ໃນສະຫະລັດຢູ່ທີ່ປະມານ 700 ໂດລາສະຫະລັດສຳລັບການປິ່ນປົວ 5 ວັນ, ແຕ່ທາງບໍລິສັດໄຟເຊີກຳລັງພິຈາລະນາສຳລັບປະເທດທີ່ມີລາຍໄດ້ຕໍ່າ ເພື່ອຊ່ວຍໃຫ້ທຸກຄົນສາມາດເຂົ້າເຖິງການປິ່ນປົວດ້ວຍຢາໄຟເຊີໄດ້.

ຢ່າງໃດກໍຕາມ, ຜູ້ຊ່ຽວຊານກໍໄດ້ໃຫ້ຄຳເຫັນວ່າ: ເຖິງແມ່ນຈະມີສັກກາຍະພາບຂອງຢາເມັດໄຟເຊີ ແລະ ເມິກຄ໌ກໍຕາມ, ການປ້ອງກັນການຕິດເຊື້ອດ້ວຍການສັກວັກຊີນຍັງຄົງແມ່ນວິທີການທີ່ດີທີ່ສຸດໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ພາກຊີວິດຜູ້ຄົນທົ່ວໂລກໄປແລ້ວ 5 ລ້ານກວ່າຄົນໃນປັດຈຸບັນ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...