spot_img
Homeຂ່າວຕ່າງປະເທດເສຍຊີວິດຢ່າງໜ້ອຍ 99 ຄົນ ໃນເຫດການລົດຂົນສົ່ງນໍ້າມັນລະເບີດ

ເສຍຊີວິດຢ່າງໜ້ອຍ 99 ຄົນ ໃນເຫດການລົດຂົນສົ່ງນໍ້າມັນລະເບີດ

Published on

ເວັບໄຊ້ຕ່າງປະເທດໄດ້ລາຍງານວ່າ: ເກີດເຫດລົດຂົນສົ່ງນໍ້າມັນຕໍາກັບລົດຂົນສົ່ງນໍ້າມັນອີກຄັນໜຶ່ງໃນເມືອງຟຣີທາວ ເມືອງຫຼວງຂອງປະເທດ ເຊຍຣາເລອອນ   ເຮັດໃຫ້ນໍ້າມັນຮົ່ວອອກມາຈົນເກີດປະກາຍໄຟ ແລະ ເຮັດໃຫ້ລະເບີດຢ່າງຮຸນແຮງ ຈົນເຮັດໃຫ້ຜູ້ທີ່ຢູ່ໃນບໍລິເວນນັ້ນໄດ້ຮັບບາດເຈັບ ແລະ ລົດທີ່ຢູ່ແຖວນັ້ນໄດ້ຮັບຄວາມເສຍຫາຍຢ່າງໜັກ.

ເຫດການລະເບີດດັ່ງກ່າວເກີດຂຶ້ນຢູ່ບໍລິເວນສີ່ແຍກໜ້າຊຸບເປີມາເກັດ Choithram ໃນເຂດເວລລິງຕັນ ເຊິ່ງເປັນເຂດທີ່ມີປະຊາຊົນອາໄສຢູ່ໜາແໜ້ນ ທາງພາກຕາເວັນອອກຂອງເມືອງຟຣີທາວ ໃນວັນສຸກ ທີ 5 ພະຈິກ 2021 ເວລາປະມານ 22:00 ຕາມເວລາມາດຕະຖານສາກົນ ໂດຍມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 99 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກຫຼາຍກວ່າ 100 ຄົນທີ່ຖືກສົ່ງໄປຍັງໂຮງໝໍເປັນທີ່ຮຽບຮ້ອຍແລ້ວ.

ທາງດ້ານທ່ານປະທານາທິບໍດີ ໄດ້ເດີນທາງໄປຍັງບ່ອນເກີດເຫດ ແລະ ກ່າວວ່າ “ນີ້ແມ່ນກຫາຍະນະລະດັບຊາດ” ແລະ ທ່ານຍັງບອກວ່າຜູ້ທີ່ໄດ້ຮັບບາດເຈັບຈະໄດ້ຮັບການປິ່ນປົວແບບບໍ່ມີຄ່າໃຊ້ຈ່າຍ.

ແຫຼ່ງຂ່າວ: Thairath

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...