Homeຂ່າວພາຍ​ໃນປະຫວັດຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ ປະຈໍາວັນທີ 3 ພະຈິກ 2021

ປະຫວັດຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ ປະຈໍາວັນທີ 3 ພະຈິກ 2021

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວັນທີ 02 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6.602 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1.062 ຄົນ (ຕິດເຊື້ອພາຍໃນ ມີ 1.053 ຄົນ ແລະ ຕິດເຊື້ອນໍາເຂົ້າ 09 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.053 ຄົນ ຈາກ 13 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 517 ຄົນ: ມາຈາກ 247 ບ້ານ, ໃນ 9 ເມືອງ
1). ເມືອງຈັນທະບູລີ ມີ 65 ຄົນ 32 ບ້ານ

2). ເມືອງສີໂຄດ ມີ 81 ຄົນ ມີ 47 ບ້ານ

3). ໄຊເສດຖາ ມີ 107 ຄົນ ແລະ 44 ບ້ານ

4). ສີສັດຕະນາກ ມີ 75 ຄົນ ມີ 30 ບ້ານ

5). ເມືອງນາຊາຍທອງ ມີ 35 ຄົນ ມີ 16 ບ້ານ

6). ເມືອງໄຊາທານີ ມີ 82 ຄົນ ມີ 41 ບ້ານ

7). ເມືອງຫາດຊາຍຟອງ ມີ 47 ຄົນ ແລະ 31 ບ້ານ

8). ເມືອງປາກງື່ມ ມີ 03 ຄົນ 03 ບ້ານ

9). ເມືອງສັງທອງ ມີ 05 ຄົນ ມີ 03 ບ້ານ

ສືບຕໍ່ເກັບກໍາຂໍ້ມູນ 17 ຄົນ

2. ຫຼວງພະບາງ: 122 ຄົນ ມາຈາກ 19 ບ້ານ, ໃນ 4 ເມືອງ
3. ບໍ່ແກ້ວ: 53 ຄົນ ມາຈາກ 12 ບ້ານ, ໃນ 3 ເມືອງ
4. ອຸດົມໄຊ: 24 ຄົນ ມາຈາກ 10 ບ້ານ, ໃນ 1 ເມືອງ
5. ຫຼວງນໍ້າທາ: 134 ຄົນ ມາຈາກ 35 ບ້ານ, ໃນ 4 ເມືອງ
6. ວຽງຈັນ: 100 ຄົນ ມາຈາກ 23 ບ້ານ, ໃນ 6 ເມືອງ
7. ຊຽງຂວາງ: 1 ຄົນ ມາຈາກ 1 ບ້ານ, ໃນ 1 ເມືອງ
8. ໄຊສົມບູນ: 13 ຄົນ ມາຈາກ 2 ບ້ານ, ໃນ 2 ເມືອງ
9. ຄໍາມ່ວນ: 20 ຄົນ ມາຈາກ 9 ບ້ານ, ໃນ 2 ເມືອງ
10. ສາລະວັນ: 5 ຄົນ ມາຈາກ 3 ບ້ານ, ໃນ 2 ເມືອງ
11. ສະຫວັນນະເຂດ: 20 ຄົນ ມາຈາກ 9 ບ້ານ, ໃນ 4 ເມືອງ
12. ຈໍາປາສັກ: 26 ຄົນ ມາຈາກ 11 ບ້ານ, ໃນ 5 ເມືອງ
13. ເຊກອງ: 18 ຄົນ. ມາຈາກ 8 ບ້ານ, ໃນ 1 ເມືອງ
ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສ່ວນການຕິດເຊືື້ອຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 09 ຄົນ: 5 ຄົນຈາກແຂວງໄຊຍະບູລີ, 03 ຄົນຈາກ ນະຄອນຫຼວງວຽງຈັນ ແລະ 1 ຄົນຈາກແຂວງຈໍາປາສັກ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

• ມາຮອດວັນທີ 02 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 42.891 ຄົນ, ເສຍຊີວິດສະສົມ 73 ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 348 ຄົນ, ກໍາລັງປິ່ນປົວ 7.864 ຄົນ.
❖ ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້:
ຜູ້ທີ 1 : ເພດຊາຍ, ອາຍຸ 75 ປີ, ອາຊີບ: ປະຊາຊົນ, ບ້ານຢູ່ປະຈຸບັນ ບ້ານນາແພງ, ເມືອງທຸລະຄົມ, ແຂວງວຽງຈັນ
-​ພະຍາດປະຈໍາຕົວ: ຄົນເຈັບເປັນອໍາມະພາດ, ບໍ່ໄດ້ສະຕິ, ຍ່າງບໍ່ໄດ້ 1 ປີ ແລ້ວ, ຮ່າງກາຍຈ່ອຍຜ່ອມ
-​ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
-​ວັນທີ 31 ຕຸລາ 2021: ພັນລະຍາຂອງຜູ້ກ່ຽວ ອາຍຸ 65 ປີ ກວດພົບເຊື້ອ
-​ວັນທີ 01 ພະຈິກ 2021: ລູກສາວ, ລູກເຂີຍ ແລະ ຫຼານຊາຍ ກວດພົບເຊື້ອໂຄວິດ-19 ເຊັ່ນກັນ
-​ວັນທີ 02 ພະຈິກ 2021 ເວລາ 11:25 ໂມງ: ທີມງານແພດ ໄດ້ເກັບຕົວຢ່າງຜູ້ກ່ຽວ ແລະ ຜົນກວດແມ່ນພົບເຊື້ອ. ຜູ້ກ່ຽວ ບໍ່ຕອບສະໜອງ, ແທກຄວາມດັນເລືອດບໍ່ໄດ້ ແລະ ມາຮອດເວລາ 11:30 ໂມງ ຜູ້ກ່ຽວກໍເສຍຊີວິດ ຢູ່ເຮືອນຜູ້ກ່ຽວເອງ
ຜູ້ທີ 2: ເປັນເພດຊາຍ, ອາຍຸ 69 ປີ, ອາຊິບ: ຊາວນາ, ບ້ານດົງເຫັນ, ເມືອງອາດສະພັງທອງ, ແຂວງສະຫວັນນະເຂດ.
-​ພະຍາດປະຈໍາຕົວ: ເຄີຍເປັນພະຍາດ Ischemic Stroke ມາໄດ້ 4-5 ປີ +ຄວາມດັນເລືອດ + ພະຍາດເບົາຫວານ
-​ໄດ້ຮັບການສັກຢາວັກຊີນຄົບ
-​ວັນທີ 31 ຕຸລາ 2021: ມາກວດຢູ່ໂຮງໝໍແຂວງ ດ້ວຍອາການອິດເມື່ອຍ, ເຈັບຫົວ, ປວດຕາມຕົນໂຕ, ມືນຊາຕາມຕີນມື ເປັນມາໄດ້ 2-3 ວັນ
-​ວັນທີ 01 ຕຸລາ 2021 ເກັບຕົວຢ່າງກວດ ແລະ ຜົນກວດແມ່ນພົບເຊື້ອ ຈຶ່ງຖືກນຳສົ່ງເຂົ້າມານອນປີ່ນປົວຢູ່ໂຮງໝໍພາກສະໜາມ
-​ໄລຍະເວລານອນປີ່ນປົວຄົນເຈັບ ແຕ່ວັນທີ 31 ຕຸລາ-02 ພະຈິກ 2021 ລວມເປັນ 03 ມື້
-​ມາຮອດເວລາ 2:40 ໂມງເຊົ້າຂອງວັນທີ 02 ພະຈິກ 2021: ຄົນເຈັບຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ, ບໍ່ຕອບສະຫນອງແລະ ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 3: ເພດຊາຍ, ອາຍຸ 43 ປີ, ອາຊີບ: ປະຊາຊົນ, ສັນຊາດ: ຫວຽດນາມ, ບ້ານຢູ່ປະຈຸບັນ: ໜອງທາ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ
-​ພະຍາດປະຈໍາຕົວ: ເປັນພະຍາດເບົາຫວານ ແລະ ຄວາມດັນເລືອດສູງ
-​ວັນທີ 01 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ອິດເມືອຍ ແລະ ຖ່າຍເປັນນໍ້າ ພ້ອມທັງເກັບຕົວຢ່າງມາກວດພະຍາດໂຄວິດ-19 ແລະ ໃຫ້ຜົນບວກ
-​ໄລຍະເວລານອນປີ່ນປົວຄົນເຈັບ ແຕ່ວັນທີ 01-02 ພະຈິກ 2021 ລວມເປັນ 02 ມື້
– ມາຮອດເວລາ 5:30 ໂມງຂອງວັນທີ 02 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...