spot_img
Homeຍ້ອງຍໍຄົນດີເດັ່ນສຸກກະເສີມ ໄຊພອນສີ ຍາດຫລຽນເງິນທຳອິດ ໃນປະຫວັດສາດຂອງລາວ ຈາກການແຂ່ງຂັນສີມືແຮງງານອາຊຽນ

ສຸກກະເສີມ ໄຊພອນສີ ຍາດຫລຽນເງິນທຳອິດ ໃນປະຫວັດສາດຂອງລາວ ຈາກການແຂ່ງຂັນສີມືແຮງງານອາຊຽນ

Published on

20141029134837

 

ກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ-ສັງຄົມ ນຳ​ໂດຍທ່ານ​ນາງ ໃບ​ຄຳ ຂັດ​ທິ​ຍະ ລັດຖະ​ມົນຕີ​ຊ່ວຍ​ວ່າການ

ກະຊວງແຮງ​ງານ ແລະ ສະຫວັດດີ​ການ-ສັງຄົມ ພ້ອມ​ດ້ວຍ​ຄະນະ ໄດ້ຕ້ອນຮັບ​ຄະນະ​ຜູ້​ແທນ ຄູ​ເຝິກ ນັກແຂ່ງ

ຂັນ ແລະ ຜູ້​ສັງເກດ​ການ ໃນ​ການ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ສີມື​ແຮງ​ງານ​ອາ​ຊຽນ​ຄັ້ງ​ທີ 10 ລະຫວ່າງ​ວັນ​ທີ 19-29

ຕຸລາ 2014 ທີ່ ​ສສ ຫວຽດນາມ ໃນ​ວັນ​ທີ 29 ຕຸລາ 2014 ນີ້ ຢູ່​ທີ່​ສະໜາມ​ບິນວັດ​ໄຕ ເຊິ່ງ ​ສປປ ລາວ ສາມາດ

ຍາດ​ໄດ້​ອັນ​ດັບ 2 ຫຼຽນ​ເງິນ ໃນສາຂາຊ່າງ​ຕິດ​ຕັ້ງ​ໄຟຟ້າ​ໃນ​ອາຄານ ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດຂອງ ​ສປປ

ລາວ ໄດ້​ຫຼຽນໃນ​ຄັ້ງ​ນີ້ ພາຍຫຼັງ​ໄດ້​ເຂົ້າ​ຮ່ວມແຂ່ງຂັນ​ສີມື​ແຮງ​ງານ​ອາ​ຊຽນເປັນ​ຄັ້ງ​ທີ 8 ແລ້ວ.

 

ການ​ແຂ່ງຂັນ​ສີມື​ແຮງ​ງານອາ​ຊຽນ​ຄັ້ງ​ທີ 10 ທີ່ ​ສສ ຫວຽດນາມ ການ​ແຂ່ງຂັນ​ຕົວ​ຈິງ​ແມ່ນເລີ່ມ​ມາ​ແຕ່​ວັນ​ທີ

24-26/10/2014 ການ​ເຂົ້າ​ຮ່ວມ​ທັງ​ໝົດ​ມີ 10 ປະເທດ​ອາ​ຊຽນ 11 ກັບ​ປະເທດ​ທີ່​ສັງເກດ​ການຄື: ຕີ​ມໍ​ເລ​​ສເຕ

ການ​ແຂ່ງຂັນລວມ​ມີ 25 ສາຂາ​ວິຊາທີ່​ເຂົ້າ​ຮ່ວມ​ແຂ່ງຂັນ ໃນ​ນັ້ນ​ມີ 2 ສາຂາ​ວິຊາ​ເປັນ​ວິຊາສາທິດ ສຳລັບ ​ສປປ

ລາວ ເຂົ້າຮ່ວມ​ມີ 7 ສາຂາ​ວິຊາ ແລະ ມີ 1 ສາຂາ​ວິຊາ​ທີ່​ເປັນ​ວິຊາ​ສາທິດ ລວມ​ທັງ​ໝົດ​ມີ 8 ວິຊາ​ສາທິດ ມີ​ນັກ

​ເຂົ້າ​ແຂ່ງຂັນ​ທັງ​ໝົດ 13 ຄົນ ຄູ​ເຝິກ 13 ຄົນ ຜູ້​ບໍລິຫານ 11 ຄົນ ລວມ​ທັງ​ໝົດ 37 ຄົນ ທີ່​ເຂົ້າ​ຮ່ວມການ​ແຂ່ງ

ຂັນ​ຄັ້ງ​ນີ້ ​ສປປ ລາວ ໄດ້ 1 ຫຼຽນ​ເງິນ ໄດ້ 2 ໃບຢັ້ງຢືນ ສີມື​ດີເລີດໄດ້​ອັນ​ດັບທີ 7 ໃນ 10 ປະເທດ​ອາ​ຊຽນ ເຊິ່ງ​ຜູ້​

ໄດ້​ຫຼຽນເງິນ ທ້າວ ສຸກ​ກະເສີມ ໄຊ​ພອນ​ສີ ໃນ​ສາຂາ​ວິຊາ​ຊ່າງ​ຕິດ​ຕັ້ງ​ໄຟຟ້າໃນ​ອາຄານ ສຳລັບ 2 ຄົນ​ໄດ້​ໃບຢັ້ງ

ຢືນ​ສີມື​ດີເລີດ ທ້າວ ສຸ​ລັງ ຈັນທະ​ວົງ ສາຂາ​ວິຊາ​ຊ່າງ​ຕິດຕັ້ງ​ໄຟຟ້າ​ໃນ​ອາຄານ ແລະ ທ້າວ ສໍ​ລະ​ພົງ ນັນທະ​ລາດ

ສາຂາ​ວິຊາປຸງ​ແຕ່ງອາຫານ ທັງ​ນີ້​ຂໍ​ເຊີນຊວນ​ບັນດາ​ຊາວ​ໝຸ່ມ​ລາວ​ຜູ້​ທີ່​ມີສີມື​ ເຂົ້າ​ມາ​ມີ​ສ່ວນ​ຮ່ວມ​ນຳ​ກັນ ໃນ​

ການ​ແຂ່ງຂັນ​ສີມື​ແຮງ​ງານ​ອາຊຽນ​ຄັ້ງ​ຕໍ່​ໄປ.

 

ແຫລ່ງຂ່າວ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...